ໃນໄລຍະ 9 ເດືອນ ປີ 2021, ແຂວງໄຊຍະບູລີ ສາມາດປະຕິບັດໄດ້ລາຍຮັບທັງໜົດ 685,87 ຕື້ກີບ, ເທົົ່າກັບ 64,98% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນ ຫຼຸດລົງ 5,31%.

+ ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງ ຜູ້ຊີ້ນໍາວຽກງານ ເສດຖະຖະກິດ-ສັງຄົມ ແຂວງ ໄຊຍະບູລີ ໄດ້ໃຫ້ຮູ້ວ່າ:

ການຈັດຕັັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນໄລຍະ 9 ເດືອນຜ່ານມາ ເປັນຊ່ວງໄລຍະທີີ່ບັນດາປະເທດໃນໂລກ ກໍຄື ສປປ ລາວ ຕົກຢູ່ໃນສະພາບເກີດມີການລະບາດຂອງພະຍາດໂຄວິດ-19 ຮອບໃໝ່ ເຊິ່ງໄດ້ສົ່ງຜົນກະທົບໂດຍກົງ ແລະ ທາງອ້ອມຕໍ່ການພັດທະນາເສດຖະກິດ-ສັງຄົມ ໃນທົ່ວປະເທດ ເວົ້າລວມ, ເວົ້າສະເພາະ ໃນໄລຍະ 9 ເດືອນ ປີ 2021ນອກຈາກຜົນກະທົບຂອງພະຍາດໂຄວິດ-19 ແລ້ວຍັງຖືກຜົນກະທົບໃຫຍ່ຫຼວງຈາກພະຍຸໂກກູມະ ທີ່ສ້າງຄວາມເສຍຫາຍບໍ່ໜ້ອຍຕໍ່ພື້ນຖານໂຄງລ່າງ, ເນື້ອທີ່ທໍາການຜະລິດ ແລະ ຊັບສິນຂອງປະຊາຊົນ.

ແຕ່ພາຍໃຕ້ການນໍາພາຊີ້ນໍາຂອງຄະນະພັກ, ອົງການປົກຄອງທຸກຂັັ້ນ, ການປະກອບສ່ວນຂອງຫົວໜ່ວຍການຜະລິດ-ທຸລະກິດ, ຜູ້ປະກອບການ, ປະຊາຊົນບັນດາເຜົົ່າ ແລະ ການຊ່ວຍເຫຼືອຂອງອົງການຈັດຕັັ້ງຕ່າງໆ ເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະ 9 ເດືອນ ປີ 2021 ແມ່ນໄດ້ດໍາເນີນໄປຕາມທິດທີີ່ກໍານົດໄວ້, ເຮັດໃຫ້ສະພາບໂດຍລວມຂອງແຂວງ ຍັງຮັກສາໄດ້ຄວາມສະຫງົບ, ປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ເສດຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໄປຕາມທິດທີີ່ກໍານົດໄວ້, ເຊິ່ງມີຫຼາຍດ້ານພົ້ນເດັ່ນ ເປັນຕົ້ນແມ່ນ:

ສາມາດປະຕິບັດໄດ້ລາຍຮັບທັງໜົດ 685,87 ຕື້ກີບ, ເທົົ່າກັບ 64,98% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນ ຫຼຸດລົງ 5,31%; ໃນນັັ້ນ, ລາຍຮັບສູນກາງປະຕິບັດໄດ້ 547,52 ຕື້ກີບ, ເທົົ່າກັບ 65,11% ຂອງການແຜນປີ; ລາຍຮັບພາຍໃນແຂວງປະຕິບັດໄດ້ 138,35 ຕື້ກີບ, ເທົົ່າກັບ 61,63% ຂອງແຜນການປີ.

ສຳລັບດ້ານລາຍຈ່າຍ ປະຕິບັດໄດ້ 325,20 ຕື້ກີບ, ເທົົ່າກັບ 59,54% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຫຼຸດລົງ 11,47%; ດຸ່ນດ່ຽງຈາກສູນກາງ ປະຕິບັດໄດ້ທັງໜົດ 227,74 ຕື້ກີບ, ເທົ່າກັບ 78,16% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນ ຫຼຸດລົງ 7,27%, ມູນຄ່າການສົ່ງອອກສິນຄ້າໄປຕ່າງປະເທດ 66,59 ລ້ານໂດລາສະຫະລັດ ແລະ ການນໍາເຂົ້າສິນຄ້າຈາກຕ່າງປະເທດ 38,40 ລ້ານໂດລາສະຫະລັດ.

ໃນ 3 ເດືອນທ້າຍປີນີ້, ແຂວງໄຊຍະບູລີ ຈະສືບຕໍ່ເລັ່ງເກັບລາຍຮັບຈາກຖານລາຍຮັບທີ່ມີຢູ່ແລ້ວໃຫ້ຄົບຖ້ວນ ເຊັ່ນ: ອາກອນມູນຄ່າເພີ່ມ, ອາກອນລາຍໄດ້, ຄ່າທໍານຽມທາງ, ຄ່າທໍານຽມການນໍາໃຊ້ດິນ, ລາຍໄດ້ຈາກທີ່ດິນ, ຄ່າຊັບພະຍາກອນທໍາມະຊາດ ແລະ ອື່ນໆໃນຂອບເຂດທົ່ວແຂວງ, ສົ່ງເສີມສ້າງຖານລາຍຮັບໃໝ່ໃນບ່ອນທີ່ມີເງື່ອນໄຂ, ສືບຕໍ່ປະຕິບັດແຜນຈັດເກັບລາຍຮັບ ຜ່ານລະບົບຄຸ້ມຄອງທີ່ທັນສະໄໝຢ່າງກວ້າງຂວາງ ພ້ອມທັງຄຸ້ມຄອງລາຍຈ່າຍຕາມທິດປະຢັດ ແລະ ຫ້າມບໍ່ໃຫ້ມີການສ້າງໜີ້ສິນທີ່ບໍ່ສອດຄ່ອງກັບລະບຽບກົດໝາຍ.