ໃນວັນທີ 18 ຕຸລາ 2021, ຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ໄດ້ຈັດກອງປະຊຸມ ແລະ ເຊື່ອມຊຶມເອກະສານຈໍານວນໜຶ່ງໃຫ້ ຄະນະຊາວໜຸ່ມ 16 ກົມກອງ ອ້ອມຂ້າງ ກະຊວງ, ເຜີຍແຜ່ໂດຍ ສະຫາຍ ພັອ ບຸນຈັນ ອິນພົມມາ ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງ.

ເອກະສານທີ່ນໍາມາເຜີຍແຜ່ໃນຄັ້ງນີ້ ມີຄື: ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII, ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ກະຊວງປ້ອງກັນຄວາມສະຫງົບ ຄັ້ງທີ V ແລະ ເອກະສານອື່ນໆຈໍານວນໜຶ່ງທີ່ກ່ຽວຂ້ອງ.

ນອກນັ້ນ, ພັທ ສີສົມບັດ ໄຊປັນຍາ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ຍັງໄດ້ຜ່ານມະຕິຕົກລົງ ວ່າດ້ວຍ ການແຕ່ງຕັ້ງເພີ່ມເຕີມຄະນະປະຈໍາ, ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງ ປກສ ໃນນັ້ນໄດ້ປະກາດແຕ່ງຕັ້ງດັ່ງນີ້:

  • ແຕ່ງຕັ້ງ ສະຫາຍ ພັທ ບຸນແກ້ວ ບຸນມາວົງຄໍາ ແລະ ສະຫາຍ ພັຕ ອານຸລັກ ບົວບານ ເປັນຄະນະປະຈໍາ ຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ
  • ແຕ່ງຕັ້ງ ສະຫາຍ ພັທ ໂອລົດ ຫຼວງໄຊ ແລະ ສະຫາຍ ພັຕ ນາງ ມີສອນ ທະແອ໋ງພົງສັກ ເປັນຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ

ໃນຕອນທ້າຍ, ບັນດາຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ຕື່ມອີກ.