ກົມໃຫຍ່ການເມືອງ ປກສ ກະຊວງປ້ອງກັນຄວາມສະຫງົບ ໄດ້ປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດທີ່ມີຜົນງານ ແລະ ຄົບມາດຖານຂອງການເລື່ອນຊັ້ນ ໃນວັນທີ 19 ຕຸລາ 2021, ເປັນກຽດເຂົ້າຮ່ວມ ແລະ ປະດັບຊັ້ນໂດຍ ພົຈວ ຄຳສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີບັນດາຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານທີ່ໄດ້ຮັບການເລື່ອນຊັ້ນ ແລະ ບັນດາກົມກອງອ້ອມຂ້າງກົມໃຫຍ່ການເມືອງ ເຂົ້າຮ່ວມ.

ພັອ ບຸນສີ ທຳມະລັງສີ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງ ປກສ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕຳຫຼວດ ກົມໃຫຍ່ການເມືອງ ປກສ ທີ່ມີຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ເຊິ່ງໄດ້ເລື່ອນຊັ້ນດັ່ງນີ້:

  • ພັຕ ຂຶ້ນ ພັທ 6 ສະຫາຍ
  • ຮ້ອຍເອກ ຂຶ້ນ ພັນຕີ 8 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 36 ສະຫາຍ
  • ຮ້ອຍຕີ ຂຶ້ນ ຮ້ອຍໂທ 1 ສະຫາຍ
  • ວາທີ ຂຶ້ນ ຮ້ອຍຕີ 5 ສະຫາຍ

ໂອກາດດຽວກັນ, ຍັງໄດ້ຜ່ານຂໍ້ຕົກລົງວ່າດ້ວຍ ການອະນຸມັດໃຫ້ນາຍຕຳຫຼວດພັກການ-ຮັບອຸດໜູນບຳນານ ຈຳນວນ 5 ສະຫາຍ ພ້ອມທັງມອບເງິນອຸດໜູນໃຫ້ແຕ່ລະສະຫາຍຈຳນວນໜຶ່ງ ມີຄື:

  • ພັທ ທອງເພັດ ພາອຸດົມ
  • ພັທ ນາງ ຈັນທະລີ ອຸດວງວິໄລ
  • ພັທ ນາງ ພອນວັນ ລໍເກດສີ
  • ພັທ ສູນທະລາວົງ ພູທອງສີ
  • ພັທ ນິລະໄພ ພັນນະວົງ

ຈາກນັ້ນ, ພົຈວ ຄຳສາຍ ຈັນທະວົງ ກໍໄດ້ໂອ້ລົມຕໍ່ພະນັກງານທີ່ໄດ້ຮັບການເລື່ອນຊັ້ນ, ເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານໃນຄັ້ງນີ້ ພ້ອມທັງເນັ້ນໃຫ້ສືບຕໍ່ເອົາໃຈໃສ່ໃນການປະຕິບັດໜ້າທີ່ໃຫ້ມີຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ. ນອກນີ້, ທ່ານຍັງໄດ້ສະແດງຄວາມຮູ້ບຸນຄຸນ ຕໍ່ບັນດາພະນັກງານທີ່ໄດ້ຮັບການປະກາດພັກການ-ຮັບອຸດໜູນບຳນານ, ເຊິ່ງຕະຫຼອດໄລຍະຜ່ານມາ ບັນດາສະຫາຍໄດ້ອຸທິດຕົນເພື່ອປະຕິບັດໜ້າທີ່ດ້ວຍຄວາມຮັບຜິດສູງ, ເປັນການປະກອບສ່ວນໃຫ້ວຽກງານປ້ອງກັນຄວາມສະຫງົບ ໄດ້ຮັບການພັດທະນາຕາມຂົງເຂດວິຊາສະເພາະເປັນກ້າວໆ.