ຫ້ອງວ່າການ ກະຊວງ ປກສ ຈັດພິທີປະກາດການເລື່ອນຊັ້ນໃຫ້ນາຍຕຳຫຼວດຂຶ້ນໃນວັນທີ 21 ຕຸລາ 2021, ໂດຍການເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ພັອ ອານຸເດດ ຄູນຄຳ ຮອງຫົວໜ້າຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ, ເຂົ້າຮ່ວມມີຄະນະພັກ, ຄະນະຫ້ອງວ່າການ, ຫົວໜ້າກົມ-ຮອງກົມ, ຫ້ອງ ພ້ອມດ້ວຍນາຍຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ໃນພິທີທ່ານ ພັທ ສະໝານ ດວງປັນຍາ ຄະນະຫ້ອງການເມືອງ ໄດ້ຂື້ນຜ່ານຂໍ້ຕົກລົງເລກທີ 1876/ປກສ ແລະ ເລກທີ 1875/ ປກສ ລົງວັນທີ 12 ຕຸລາ 2021 ວ່າດ້ວຍການເລື່ອນຊັ້ນ ໃຫ້ນາຍຕໍາຫຼວດຫ້ອງວ່າການກະຊວງ ປກສ ຜູ້ທີ່ຄົບມາດຖານເງື່ອນໄຂໃນການເລື່ອນຊັ້ນ.ໃນນີ້ໄດ້ເລື່ອນຊັ້ນ ຮທ ຂື້ນ ຮອ 12 ສະຫາຍ,ຍິງ 2 ສະຫາຍ,ເລື່ອນຊັ້ນ ຮອ ຂື້ນ ພັຕ 2 ສະຫາຍ,ຍິງ 1 ສະຫາຍ ໃຫ້ກຽດປະດັບຊັ້ນໂດຍທ່ານ ພັອ ອານຸເດດ ຄູນຄຳ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ.

ພ້ອມນັ້ນໃນພິທີກໍ່ໄດ້ຮັບຟັງຄຳໂອ້ລົມຂອງທ່ານ ຮອງຫົວໜ້າຫ້ອງວ່າການກະຊວງ ປກສ ເພື່ອເປັນການຊີ້ທິດເຍື່ອງທາງໃຫ້ກັບນາຍຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ ທີ່ມີຄວາມບຸກບືນຫ້າວຫັນ ເປັນແບບຢ່າງທີ່ດີໃນການປະຕິບັດໜ້າທີ່ວຽກງານ ແລະ ມີຜົນສຳເລັດຫຼາຍດ້ານ ພ້ອມທັງຄົບມາດຖານເງື່ອນໄຂໃນການເລື່ອນຊັ້ນ ພ້ອມເນັ້ນທ່ານຍັງໄດ້ຮຽກຮ້ອງໃຫ້ນາຍຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນໃໝ່ ເພີ່ມຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງໃຫ້ສູງຂື້ນກວ່າເກົ່າ ເພື່ອເຮັດສຳເລັດໜ້າທີ່ໃນປະຈຸບັນ ແລະ ຕໍ່ໜ້າໃຫ້ທີ່ໄດ້ຮັບການມອບໜາຍຈາກຂັ້ນເທິງໃຫ້ໄດ້ຮັບປະສິດທິພາບ ແລະ ປະສິດທິຜົນສູງຂື້ນ.