ຕະຫຼອດໄລຍະຜ່ານມາ, ພັກ-ລັດ ພ້ອມທັງທົ່ວປວງຊົນລາວທັງຊາດ ໄດ້ພ້ອມກັນສຸມໃສ່ແກ້ໄຂ ແລະ ປາບ ປາມຢາເສບຕິດຢ່າງຈິງຈັງ ດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເຊັ່ນ: ນຳຜູ້ຕິດຢາເສບຕິດ ໄປບຳບັດ, ຈັບຜູ້ຄ້າຂາຍມາລົງ ໂທດ ບາງຄະດີຜູ້ຄ້າຂາຍ ຫຼື ຜູ້ທີ່ພົວພັນເຖິງຢາເສບຕິດ ໄດ້ຮັບໂທດເຖິງຂັ້ນປະຫານຊີວິດ ຫຼື ຈຳຄຸກຕະຫຼອດຊີວິດ ແລະ ຮັບໂທດ ຄວາມຜິດຕາມກົດໝາຍອາຍາ ເປັນຈຳນວນຫຼວງຫຼາຍ ແຕ່ກໍເປັນພຽງການແກ້ໄຂແຕ່ປາຍເຫດເທົ່ານັ້ນ ຕົ້ນຕໍຂອງບັນຫາຢາເສບຕິດແທ້ຈິງຍັງບໍ່ໄດ້ຮັບການແກ້ໄຂ ເພາະວ່າຜູ້ກະທຳຜິດຍັງບໍ່ມີຄວາມເກງກົວຕໍ່ກົດໝາຍແຕ່ຢ່າງ ໃດ ຍັງມີການຄ້າຂາຍ ແລະ ຈຳໜ່າຍຢາເສບຕິດເພື່ອມາເບື່ອເມົາກຸ່ມໄວ້ລຸ້ນ, ໄວໜຸ່ມທີ່ເປັນກຳລັງແຮງໃນການສ້າງສາພັດ ທະນາປະເທດຊາດ.

          ດ້ວຍເຫດນັ້ນ, ພັກ-ລັດ ຈິ່ງຈຳເປັນຕ້ອງໄດ້ປ່ຽນແປງການປາບປາມຢາເສບຕິດດ້ວຍຮູບໃໝ່ທີ່ເໜືອກວ່າເລ່ ລ່ຽມຂອງກຸ່ມຄົນບໍ່ດີ ດ້ວຍການປະກາດຈັດຕັ້ງວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແຕ່ປິ 2021-2023 ໂດຍແມ່ນ ກະຊວງ ປກສ ທີ່ນຳພາ, ຊີ້ນຳໂດຍ ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີ ກະຊວງ ປກສ ເປັນເຈົ້າການ ໃນການ ຈັດຕັ້ງປະຕິບັດ ແລະ ການມີສ່ວນຮ່ວມຂອງທຸກບັນດາອົງການຈັດຕັ້ງທາງສັງຄົມ ລວມເຖິງທົ່ວປວງຊົນລາວ ທັງຊາດ ຕ້ອງໄດ້ພ້ອມພຽງກັນຈັດຕັ້ງປະຕິບັດຢ່າງຈິງຈັງ ແລະ ເຂັ້ມງວດ.

          ຈາກວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດທີ່ຖືກປະກາດຈັດຕັ້ງປະຕິບັດໃນກອງປະຊຸມສະໄໝວິສາມັນ ຄັ້ງທີ 1 ຂອງສະພາ ແຫ່ງຊາດ ຊຸດທີ IX ທີ່ໄຂຂຶ້ນໃນຕົ້ນເດືອນສິງຫາ 2021, ນັບແຕ່ນັ້ນມາ ເຫັນວ່າ ການຈັດຕັ້ງຜັນຂະຫຍາຍວາລະດັ່ງ ກ່າວໄດ້ກ້າວເຂົ້າສູ່ຮູບປະທຳຢ່າງຈິງຈັງ ໂດຍສະເພາະແມ່ນການປາບປາມຢາເສບຕິດ ແບບຕັດຕົ້ນຖອນຮາກ ຂອງຂະບວນການທີ່ກ່ຽວຂ້ອງກັບຢາເສບຕິດ ໂດຍສະເພາະແມ່ນທີ່ເປັນຕົ້ນເຫດຂອງການລະ ບາດຂອງຢາເສບຕິດ ຄືດັ່ງທີ່ເຮົາໄດ້ເຫັນ ແລະ ໄດ້ອ່ານຂ່າວໃນແຕ່ລະມື້.

          ຂະນະດຽວກັນ, ໃນນະຄອນຫຼວງວຽງຈັນ ກໍໄດ້ສຸມໃສ່ແກ້ໄຂບັນຫາຢາເສບຕິດຢ່າງຈິງຈັງ ໂດຍທ່ານ ອາດສະ ພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ໃນເມື່ອບໍ່ດົນຜ່ານມານີ້ວ່າ: ທຸກພາກສ່ວນທີ່ກ່ຽວຂ້ອງໄດ້ ສຸມໃສ່ແກ້ໄຂແຕ່ລະເປົ້າໝາຍຢາເສບຕິດ ໃນປັດຈຸບັນໄດ້ສຳເລັດໃນການຂຶ້ນເປົ້າໝາຍທີ່ພົວພັນກັບຢາເສບຕິດ 9.000 ກວ່າເປົ້າໝາຍ ລວມທັງເປົ້າໝາຍລາຍໃຫຍ່, ລາຍກາງ ແລະ ລາຍນ້ອຍ ໃນນີ້ສາມາດສືບຮູ້ເຖິງຈຸດເປົ້າໝາຍທີ່ອຳນວຍ ຄວາມສະດວກ ແລະ ບ່ອນມົ້ວສຸມເຖິງ 221 ຈຸດ.

          ບໍ່ສະເພາະແຕ່ນະຄອນຫຼວງວຽງຈັນເທົ່ານັ້ນທີ່ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍ ການແກ້ ໄຂບັນຫາຢາເສບຕິດ, ທຸກແຂວງ, ທຸກເມືອງ, ທຸກບ້ານ ໃນຂອບເຂດທົ່ວປະເທດກໍໄດ້ພ້ອມກັນຈັດຕັ້ງປະຕິບັດ ຢ່າງຕັ້ງໜ້າ ເຊັ່ນ:  ໃນວັນທີ 27 ຕຸລາ 2021 ເວລາ 5:30 ໂມງ ເຈົ້າໜ້າທີ່ ປກສ ເມືອງຫ້ວຍຊາຍ  ແຂວງບໍ່ແກ້ວ ໄດ້ ສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ລົງກວດກາລົດເປົ້າໝາຍຕາມ ການແຈ້ງຂອງພົນລະເມືອງດີ. ຜ່ານການກວດກາ ພົບເຫັນຢາ ບ້າຈຳນວນ 262 ເປົາ ເທົ່າກັບ 27.823 ມັດ ຫຼື 55.664.000 ເມັດ, ຢາໄອສ໌ ຈຳນວນ 65 ເປົາ ໃນລົດບັນທຸກ 12 ລໍ້. ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ຢຶດຢາເສບຕິດ ພ້ອມດ້ວຍລົດ ແລະ ຄົນຂັບລົດ ມາສອບສວນ ຈຶ່ງຮູ້ວ່າ ຢາເສບຕິດຈຳ ນວນດັ່ງກ່າວເປັນຂອງທ້າວ ໄຊຕົ່ງທໍ່ ນັກທຸລະກິດ ຢູ່ເມືອງຫ້ວຍຊາຍ. ຕໍ່ມາເຈົ້າໜ້າທີ່ກໍໄດ້ຮີບຮ້ອ ນສົມທົບກັບພາກ ສ່ວນທີ່ກ່ຽວຂ້ອງ ເຂົ້າຈັບຕົວ ທ້າວ ໄຊຕົ່ງທໍ່ ພ້ອມກວດຄົ້ນເຮືອນຂອງຜູ້ກ່ຽວ ພົບເຫັນຢາບ້າ ຈຳນວນ 21 ຖົງໃຫຍ່, ນໍ້າໜັກ 159 ກິໂລກຼາມ, ແປ້ງຝຸ່ນສີຂາວ 20 ກິໂລກຼາມ, ແປ້ງຝຸ່ນສີຟ້າ 2 ຖົງນ້ອຍ ນໍ້າໜັກ 300 ກຼາມ, ນໍ້າຢາເຄມີ 1 ຕຸກໃຫຍ່ 3 ຕຸກນ້ອຍ, ຢາບ້າເມັດສີຂາວ ຈຳນວນ 1 ຖົງນ້ອຍ ແລະ ເຄື່ອງອັດຢາເສບຕິດ 1 ເຄື່ອງ.  ກ່ອນໜ້ານີ້ ຄື ໃນວັນທີ 25 ຕຸລາ ນີ້ ເຈົ້າໜ້າທີ່ ປກສ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກໍສາມາດຢືດຢາເສບຕິດໄດ້ ຈຳນວນ 30 ເປົາ ເທົ່າກັບ 3.000 ມັດ ຫຼື 6 ລ້ານເມັດ ພ້ອມດ້ວຍລົດກະບະຣີໂວ 1 ຄັນ. ປັດຈຸບັນທັງສອງຄະດີ ເຈົ້າໜ້າທີ່ກຳລັງສືບສວນ-ສອບສວນຂະຫຍາຍຜົນຫາຜູ້ຮ່ວມຂະບວນການມາດຳເນີນຄະດີຕາມກົດໝາຍ. ນີ້ເປັນພຽງ ຄະດີບາງສ່ວນຄະດີຢາເສບຕິດທີ່ເຮົານຳມາສະເໜີໃຫ້ຜູ້ອ່ານໄດ້ຮັບຮູ້ ແຕ່ຄວາມຈິງແລ້ວແມ່ນຍັງມີອີກ ຫຼາຍຄະດີທີ່ເກີດ ຂຶ້ນໃນຂອບເຂດທົ່ວປະເທດ.       

          ເມື່ອເບິ່ງການແກ້ໄຂບັນຫາຢາເສບຕິດ ຂອງເຈົ້າໜາທີ່ ໄດ້ສະແດງໃຫ້ເຫັນວ່າພວກເຮົາ ກຳລັງເຮັດສົງຄາມປາບ ຢາມຢາເສບຕິດຢ່າງຈິງຈັງ ດ້ວຍການແກ້ໄຂຕົ້ນຕໍຂອງເຫດ ເປັນຕົ້ນແມ່ນ ບຸກຈັບບຸກຄົນທີ່ ເປັນຫົວໂປ່ໂຕການໃນການ ຂົນສົ່ງ-ຈຳໜ່າຍ, ບຸກຢຶດຢາເສບຕິດ ແລະ ເຄື່ອງມືອຸປະກອນທີ່ກ້ຽວຂ້ອງໄດ້ຈຳນວນຫຼວງ ຫຼາຍແບບບໍ່ເຄີຍມີມາກ່ອນ.

          ຈາກການລາຍງານຂ່າວກ່ຽວກັບການບຸກຢຶດ ແລະ ຈັບຜູ້ກ່ຽວຂ້ອງຢາເສບຕິດທີ່ຖືກເຜີຍແຜ່ທາງສື່ສັງຄົມອອນ ລາຍແລ້ວ, ປະຊາຊົນຈຳນວນຫຼາຍໄດ້ມີຄຳ ເຫັນຍ້ອງຍໍຊົມເຊີຍຕໍ່ການປະຕິບັດໜ້າທີ່ຢ່າງຈິງຈັງຂອງເຈົ້າໜ້າທີ່ທຸກພາກ ສ່ວນ ໂດຍສະເພາະແມ່ນເຈົ້າໜ້າທີ່ ປກສ ແລະ ສະແດງເຖິງຄວາມຫ່ວງໃຍອະນາຄົດຂອງປະເທດຊາດ ແຕ່ກໍຍັງມີ ຫຼາຍຄຳເຫັນໄດ້ຮຽກຮ້ອງໃຫ້ເຈົ້າໜ້າທີ່ແກ້ຕົ້ນເຫດຂອງຢາເສບຕິດຢ່າງຈິງຈັງ. ດ້ວຍເຫດນັ້ນ, ເພື່ອເປັນການແກ້ໄຂ ແລະ ປາບປາມບັນຫາຢາເສບຕິດໃຫ້ໝົດໄປຈາກ ສັງຄົມລາວ, ພັກ-ລັດ ກໍຄືກະຊວງ ປກສ ຈິ່ງໄດ້ຮຽກຮ້ອງມາຍັງ ທຸກພາກສ່ວນຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ຖ້າຫາກພົບເຫັນເຫດການບໍ່ດີ ຫຼື ພົບເຫັນບຸກຄົນບໍ່ດີ ໃຫ້ຮີບ ຮ້ອນແຈ້ງຕໍ່ເຈົ້າໜ້າທີ່ເພື່ອແກ້ໄຂໃຫ້ທັນເວລາ ພ້ອມທັງ ເອົາໃຈໃສ່ສຶກສາອົບຮົມລູກຫຼານຂອງຕົນເອງໃຫ້ເປັນຄົນດີ ບໍ່ໃຫ້ຕົກເປັນທາດຂອງຢາເສບຕິດ ທີ່ຈະມາທຳລາຍຄວາມ ສະຫງົບສຸກຂອງຊາດ ກໍຄືຄວາມເປັນລະບຽບຮຽບຮ້ອງຂອງ ສັງຄົມ ໂດຍສະເພາະແມ່ນຄວາມສຸກ ຂອງຄອບຄົວ.

ໂດຍ: ເສັ້ນສາຍໄໝ