ຄະນະຮາກຖານຊາວໜຸ່ມ ກອງບັນຊາການ ປກສ ແຂວງຜົ້ງສາລີ ໄດ້ຈັດກອງປະຊຸມສະຫຼຸບວຽກງານວິຊາສະເພາະ ປະຈໍາປີ 2021 ແລະ ວາງທິດທາງແຜນການ ປະຈໍາປີ 2022 ໃນວັນທີ 4 ພະຈິກຜ່ານມາ; ເປັນປະທານໂດຍ ຮອ ສີວົງໄຊ ອິນສົມດີ ເລຂາຄະນະຮາກຖານຊາວໜຸ່ມ ປກສ ແຂວງຜົ້ງສາລີ, ມີ ພັທ ບົວເງິນ ສີທິວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ບັນດາຄະນະໜ່ວຍ, ແຂກຮັບເຊີນ, ສະມາຊິກຊາວໜຸ່ມເຂົ້າຮ່ວມ.

ໃນກອງປະຊຸມ, ຮອ ແກ້ວ ກິດວົງສາ ໄດ້ຜ່ານຮ່າງບົດສະຫຼຸບການຈັດຕັ້ງເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ທິດທາງແຜນການ 2022; ໂດຍໄດ້ຍົກໃຫ້ເຫັນດ້ານດີ, ດ້ານຕັ້ງໜ້າ ແລະ ດ້ານອ່ອນຂໍ້ຄົງຄ້າງ. ເຊິ່ງຕະຫຼອດໄລຍະ 1 ປີຜ່ານມາ ຄະນະຮາກຖານຊາວໜຸ່ມ ປກສ ແຂວງ ໄດ້ເອົາໃຈໃສ່ເຄື່ອນໄຫວຊີ້ນໍາ-ນໍາພາແຕ່ລະໜ່ວຍຊາວໜຸ່ມ ໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດສະມາຊິກຂອງຕົນ ໂດຍຖືເອົາການຄົ້ນຄ້ວາຮໍ່າຮຽນ ແລະ ເຊື່ອມຊຶມບັນດາແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ຫາມຂອງກໍາລັງ ແລະ ກົດລະບຽບຂອງຄະນະບໍລິຫານງານສູນກາງຊາວໜຸ່ມເປັນປະຈໍາ; ນໍາພາເຄື່ອນໄຫວຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມປະຊາຊົນ ປະຕິວັດລາວ ເພື່ອຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງການປ່ຽນແປງໃໝ່ຂອງພັກ-ລັດ ສະແດງອອກ 1 ປີຜ່ານມາ ໄດ້ຈັດຕັ້ງເຊື່ອມຊຶມມູນເຊື້ອຕ່າງໆຂອງພັກ, ຂອງຊາດ ແລະ ເຂົ້າຮ່ວມຮັບຟັງປາຖະກະຖາມູນເຊື້ອສໍາຄັນຕ່າງໆ ລວມມີ 15 ຄັ້ງ; ມີສະມາຊິກເຂົ້າຮ່ວມທັງໝົດ 2.749 ຄົນ ຍິງ 831 ຄົນ.

ຜ່ານການຈັດຕັ້ງເຊື່ອມຊຶມ ເຮັດໃຫ້ສະມາຊິກສ່ວນຫຼາຍມີແນວຄິດການເມືອງໜັກແໜ້ນ, ເຊື້ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ມີຄວາມຈົງຮັກພັກດີ, ຊື່ສັດບໍລິສຸດ ສະແດງອອກໃນການແບ່ງປະເພດແຂງມີ 362 ຄົນ ຍິງ 83 ຄົນ, ປະເພດກາງມີ 38 ຄົນ ຍິງ 6 ຄົນ, ໜ່ວຍຊາວໜຸ່ມ ປະເພດແຂງມີ 12 ໜ່ວຍ, ປະເພດກາງ 1 ໜ່ວຍ; ນອກນັ້ນ, ຍັງຄັດເລືອກໄດ້ສະມາຊິກຊາວໜຸ່ມຜູ້ທີ່ມີຄວາມກ້າວໜ້າສະເໜີເຂົ້າຮຽນສະໜັບສະໜູນ 17 ສະຫາຍ ຍິງ 7 ສະຫາຍ, ຮຽນລະບຽບພັກ 21 ສະຫາຍ ຍິງ 4 ສະຫາຍ, ສະເໜີເຂົ້າພັກສໍາຮອງ 28 ສະຫາຍ ຍິງ 8 ສະຫາຍ, ເຂົ້າພັກສົມບູນ 34 ສະຫາຍ ຍິງ 4 ສະຫາຍ; ໄປຍົກລະດັບວຽກງານວິຊາສະເພາະ ແລະ ທິດສະດີທັງພາຍໃນ ແລະ ຕ່າງປະເທດທີ 37 ສະຫາຍ ຍິງ 5 ສະຫາຍ.

ພັທ ບົວເງິນ ສີທິວົງ ໄດ້ຊີ້ນໍາໃຫ້ຄະນະຮາກຖານຊາວໜຸ່ມ ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ບັນດາໜ່ວຍຮາກຖານຊາວໜຸ່ມ, ສະມາຊິກຊາວໜຸ່ມເປັນປົກກະຕິ ແລະ ຕໍ່ເນື່ອງ, ຍົກສູງຄວາມຮັບຜິດຊອບທາງດ້ານແນວຄິດ, ດ້ານວິຊາສະເພາະ, ດຸໝັ່ນຄົ້ນຄວ້າ, ຊອກຮູ້ຮໍ່າຮຽນນໍາໝູ່ຄູ່ ແລະ ກົມກອງ ເພື່ອພັດທະນາຂີດຄວາມສາມາດຂອງຕົນ, ພ້ອມໃຈກັນເປັນຈິດໜຶ່ງໃຈດຽວປັບປຸງຄືນແບບແຜນວິທີເຮັດວຽກ, ເຕົ້າໂຮມຄວາມສາມັກຄີພາຍໃນຮາກຖານຂອງຕົນ ໃຫ້ເປັນປຶກແຜ່ນ, ເອົາໃຈໃສ່ນໍາພາປັບປຸງການຈັດຕັ້ງຢູ່ບັນດາໜ່ວຍທີ່ຂຶ້ນກັບຄະນະຮາກຖານຊາວໜຸ່ມໃຫ້ມີຄວາມໜັກແໜ້ນເຂັ້ມແຂງກ້າວໄປສູ່ບົດບາດສູງຂຶ້ນກວ່າເກົ່າ.