ເຈົ້າໜ້າທີ່​ພະ​ແນ​ກຕຳຫຼວດ​ສະກັດ​ກັ້ນ ​ແລະ ​ຕ້ານ​ຢາ​ເສບ​ຕິດ ປກສ ​ແຂວງ​ຈຳປາ​ສັກ ສາມາດຈັບຕົວເປົ້າໝາຍຄ້າ-ຂາຍຢາເສບຕິດ ຜ່ານບໍລິສັດຂົນສົ່ງ ແຫ່ງ​ໜຶ່ງຢູ່ບ້ານສະຜ່າຍ ເມືອງຊະນະສົມບູນ ແຂວງຈຳປາສັກ ໄດ້ 2 ຄົນ ພ້ອມທັງຢຶດຂອງກາງບ້າໄດ້ 60 ພັນເມັດ ແລະ ຢາ​ໄອສ໌ 0,7 ກຼາມ.

​ເຈົ້າ​ໜ້າ​ທີ່​ພະ​ແນ​ກຕຳຫຼວດ​ສະກັດ​ກັ້ນ​ແລະ​ຕ້ານ​ຢາ​ເສບ​ຕິດ ປກສ ​ແຂວງ​ຈຳປາ​ສັກ ​ໃຫ້​ຮູ້​ວ່າ: ​ໃນ​​ວັນ​ທີ 13 ຕຸລາ 2021, ​​ເຈົ້າ​ໜ້າ​ທີ່​ວິຊາ​ສະ​ເພາະ ​ໄດ້​ຮັບ​ການ​ລາຍ​ງານ​ຈາກພົນລະ​ເມືອງ​ດີ ວ່າ: ມີ​ກຸ່ມ​ຄົນ​ບໍ່​ດີຈໍານວນໜຶ່ງ ເຄື່ອນໄຫວ​ຄ້າ-ຂາຍ​ຢາ​ເສບ​ຕິດ​ ຜ່ານ​ບໍລິສັດ​ຂົນ​ສົ່ງ​ແຫ່ງ​ໜຶ່ງຢູ່ບ້ານສະຜ່າຍ ເມືອງຊະນະສົມບູນ ແຂວງຈຳປາສັກ; ຈາກ​ນັ້ນ, ​ເຈົ້າ​ໜ້າ​ທີ່​ວິຊາ​ສະ​ເພາະ​ພວກ​ ຈຶ່ງ​ໄດ້​ລົງ​ສົມທົບ​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ ​ລົງ​ສະຖານ​ທີ່​ດັ່ງກ່າວ ສາມາດ​ກັກ​ຕົວ​ຜູ້​ຖືກ​ຫາ​ໄດ້ 2 ຄົນ, ຊື່ ທ້າວ ກິ​ເຮັ່ງ ອາຍຸ 25 ປີ ​ກຳມະກອນ ບ້ານຈັດ​ສັນ ນະຄອນ​ປາກ​ເຊ ​ແຂວງ​ຈຳ​ປາ​ສັກ, ທ້າວ ​ເດ​ດທະວີ ອາຍຸ 34 ປີ ​ຄ້າ​ຂາຍ ​ຢູ່ບ້ານ​ ສິງສໍຳພັນ ເມືອງ​ຊະນະ​ສົມບູນ ​ແຂວງ​ຈຳປາ​ສັກ, ພ້ອມເຄື່ອງ​ຂອງ​ກາງ​ຢາເສບຕິດ ປະເພດຢາ​ບ້າ ຈໍານວນ 30 ​ມັດ ​ເທົ່າ 60 ພັນ​ເມັດ, ຢາ​ໄອສ໌ 0,7 ກຼາມ, ​ເງິນ​ກີບ 500.000 ກີບ, ລົດ​ກະບະ​ຟອດສີຂາວ, ທະບຽນ ກຮ 6214 ຈໍາປາ​ສັກ ແລະ ​ເຄື່ອງ​ຂອງ​ກາງ​ອີກ​ຈຳນວນ​ໜຶ່ງ.

ປັດຈຸບັນ, ​ຄະດີດັ່ງກ່າວ​ທາງ​ເຈົ້າ​ໜ້າ​ທີ່​ວິຊາ​ສະ​ເພາະກຳລັງເລັ່​ງ​ດຳ​ເນີນ​ການ​ສືບສວນ-​ສອບ​ສວນ ​ເພື່ອຊອກຫາ​ຜູ້​ຮ່ວມ​ຂະ​ບວນການດຽວກັນມາ​ດຳ​ເນີນ​ຄະດີ​ຕາມ​ລະບຽບ​ກົດໝາຍ.