ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ຫ້ອງຕໍາຫຼວດ ປກສ ແຂວງໄຊຍະບູລີ ເປີດເຜີຍວ່າ: ນັບແຕ່ທ້າຍເດືອນສິງຫາ 2021 ເປັນຕົ້ນມາໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າ: ມີກຸ່ມຄົນບໍ່ດີເຄື່ອນໄຫວລັກຊັບພົນລະເມືອງຢູ່ຕາມເທດສະບານເມືອງ ຈຶ່ງໄດ້ນໍາໜ່ວຍງານວິຊາສະເພາະເຄື່ອນໄຫວອອກກວດກາລາດຕະເວນຕາມເສັ້ນທາງຕ່າງໆ. ຈົນຮອດວັນທີ 2 ກັນຍາ 2021, ພົບເຫັນເປົ້າໝາຍທີ່ຕ້ອງສົງໄສ 3 ຄົນ ຄື: ທ້າວ ວົງ ອາຍຸ 28 ປີ, ທ້າວ ສົມໝາຍ ອາຍຸ 31 ປີ ທັງ 2 ຢູ່ບ້ານຫາດຮ່ອມ ແລະ ທ້າວ ຕາປານ ອາຍຸ 27 ປີ ບ້ານສີເມືອງ ນຳໄປສອບສວນຂະຫຍາຍຜົນ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່, ພວກກ່ຽວສາລະພາບວ່າ: ນັບແຕ່ເດືອນ ພຶດສະພາ 2021, ໄດ້ຮ່ວມກັນເຄື່ອນໄຫວລັກຊັບພົນລະ ເມືອງຢູ່ພາຍໃນເທດສະບານ ເມືອງໄຊຍະບູລີ ຈໍານວນ 36 ຄັ້ງ; ໃນນີ້, ລັກ ແບ້ຂອງປະຊາຊົນໄດ້ 35 ໂຕ ແລະ ໝູ 2 ໂຕ ສະເລ່ຍມູນຄ່າ 21.580.000 ກີບ ແລະ ພາຍຫຼັງທີ່ລັກມາແລ້ວ ກໍນໍາໄປຂາຍເອົາເງິນມາແບ່ງປັນກັນໃຊ້ຈ່າຍຫຼິ້ນກີນຟຸມເຟືອຍຈົນໝົດ.

ເຈົ້າໜ້າທີ່ຍັງໃຫ້ຮູ້ຕື່ມອີກວ່າ: ຢູ່ໃນໄລຍະດຽວກັນ, ຍັງໄດ້ກັກຕົວເປົ້າໝາຍທີ່ເຄື່ອນໄຫວລັກສາຍໄຟຟ້າໄດ້ 3 ຄົນ ຄື: ທ້າວ ແກ່ນເງິນ ອາຍຸ 25 ປີ, ທ້າວ ຄໍາເພີ່ນ ອາຍຸ 37 ປີ ທັງ 2 ຄົນ ບ້ານສີເມືອງ ເມືອງ-ແຂວງໄຊຍະບູລີ  ແລະ ທ້າວ ເກົ້າຮົນ ອາຍຸ 32 ປີ ບ້ານນາເມືອງ ເມືອງນານ ແຂວງຫຼວງພະບາງ, ເຊິ່ງຜ່ານການສືບສວນ-ສອບສວນ ພວກຖືກຫາຮັບສາລະພາບວ່າ: ໄດ້ເຄື່ອນໄຫວລັກຊັບມາແຕ່ເດືອນມິຖຸນາ 2021 ເປັນຕົ້ນມາ ລວມທັງ ໝົດ 12 ຄັ້ງ ຄື: ໄດ້ໄປລັກຕັດສາຍໄຟຟ້າຕໍ່ເຂົ້າໂຮງໂມ້ຫີນຂອງບໍລິສັດ ພັນທະມິດ 3 ຄັ້ງ ຈໍານວນ 35 ແມັດ, ລັກຕັດເອົາສາຍໄຟຟ້າເຍືອງທາງຕາມເທດສະບານເມືອງໄຊຍະບູລີ 6 ຄັ້ງ ຈໍານວນ 270 ແມັດ, ລັກເອົາສາຍໄຟຢູ່ຮ້ານອາຫານພໍໃຈ 1 ຄັ້ງ ໄດ້ 1 ກິໂລກຼາມ, ລັກເອົາສາຍໄຟຟ້າຕໍ່ໃສ່ໄດດູດນໍ້າ ເຂດບ້ານນາຍນາວ  1 ຄັ້ງ ໄດ້ 12 ແມັດ ແລະ ລັກສາຍໄຟຟ້າຢູ່ຂ້າງສະພາກໍ່ສ້າງໃໝ່ບ້ານນາໄຮ ເມືອງໄຊຍະບູລີ 1 ຄັ້ງ ຈໍານວນ  30 ແມັດ; ພາຍຫຼັງໄດ້ສາຍໄຟຟ້າມາພວກກ່ຽວກໍເອົາໄປປອກເອົາສາຍທອງຢູ່ທາງໃນເພື່ອນໍາໄປຂາຍ ລວມຈໍານວນ 70 ກິໂລກຼາມ ສະເລ່ຍເປັນເງິນຈໍານວນ 4.532.000 ກີບ. ສໍາລັບເງິນທີ່ໄດ້ມາແມ່ນນໍາໄປແບ່ງປັນກັນໃຊ້ຈ່າຍຫຼິ້ນກິນຟຸມເຟືອຍຈົນໝົດ. ມາຮອດວັນທີ 9 ເດືອນກັນຍາ 2021, ຈຶ່ງຖືກເຈົ້າໜ້າທີ່ຈັບມາດໍາເນີນຄະດີ.