ວັນທີ 22 ຕຸລາ 2021, ເຈົ້າໜ້າທີ່ວິຊາສະ ເພາະ ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາ ເສບຕິດ ປກສ ແຂວງຈຳປາສັກ ໄດ້ນໍາກໍາລັງເຂົ້າ ມ້າງຄະດີຄ້າຂາຍຢາເສບຕິດ ຢູ່ເຂດບ້ານອຸປະຫຼາດ ເມືອງໂພນທອງ ສາມາດກັກຕົວຜູ້ຖືກຫາຄ້າຂາຍ ຢາເສບຕິດຊື່ ທ້າວ ຈັນສະໝອນ ອາຍຸ 25 ປີ ບ້ານ -ເມືອງໂພນທອງ ລວມຂອງກາງຢາບ້າ ຈຳນວນ 6.003 ເມັດ, ຢາໄອສ໌ ຈຳນວນ 3 ກຼາມ, ລົດຈັກ 1 ຄັນ ແລະ ເຄື່ອງຂອງກາງອີກຈຳນວນໜຶ່ງໄປ ທໍາການສອບສວນ.

ຂ່າວຍັງໃຫ້ຮູ້ອີກວ່າ: ກ່ອນໜ້ານີ້, ໃນຄັ້ງວັນທີ 19 ຕຸລາ 2021 ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ຍັງສາມາດກັກຕົວເປົ້າໝາຍຄ້າຊາຍຢາເສບຕິດ ໃນຂະນະກໍາລັງປະຕິບັດໜ້າທີ່ວິຊາສະເພາະປະຈຳຈຸດດ່ານຫຼັກ 84 ບ້ານນາຝັ່ງ ເມືອງໂຂງ ໄດ້ກັກຕົວຜູ້ຖືກຫາຊື່ ທ້າວ ບຸນຫຼາຍ ອາຍຸ 29 ປີ ບ້ານຫຼັກ 33 ເມືອງປາກຊ່ອງ ພ້ອມຂອງກາງຢາບ້າ ຈຳນວນ 2.002 ເມັດ ແລະ ເຄື່ອງ ຂອງກາງອີກຈຳນວນໜຶ່ງໄປສອບສວນຂະຫຍາຍ ຜົນ ແລະ ຜ່ານການສືບສວນ-ສອບສວນຂອງ ເຈົ້າໜ້າທີ່ວິຊາສະເພາະ ສາມາດໄດ້ຂະຫຍາຍຜົນຫາກຸ່ມແກ່ງຮ່ວມຂະບວນການຊື່ ທ້າວ ຂວັນສັກ ອາຍຸ 27 ປີ ບ້ານນາຂີ້ຄັ່ງ ເມືອງວິລະບູລີ ແຂວງສະຫວັນນະເຂດ ພ້ອມຢາບ້າ 1.822 ເມັດ, ເງິນ ກີບ ຈຳນວນ 12.000.000 ກີບ ແລະ ລົດກະບະຮຸນໄດສີຂາວ ທະບຽນ ກຣ 1423 ກຳແພງນະຄອນ.

ປັດຈຸບັນ, ຄະດີດັ່ງກ່າວຍັງຢູ່ໃນຂັ້ນຕອນ ການສືບສວນ-ສອບສວນຂະຫຍາຍຜົນ ເພື່ອ ຊອກຫາຜູ້ຮ່ວມຂະບວນການມາດຳເນີນຄະດີຕາມລະບຽບກົດໝາຍບ້ານເມືອງຕໍ່ໄປ.