ເຈົ້າໜ້າທີ່ພະແນກສືບສວນ – ສອບສວນ ຫ້ອງຕໍາຫລວດ ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ມອບຊັບທີ່ຄົນຮ້າຍລັກໄປ ຄືນໃຫ້ເຈົ້າຂອງເດີມ ກ່າວມອບໂດຍ ຮອ ບຸນທະວີ ແຊ່ລີ ຫົວໜ້າໜ່ວຍງານສຳນວນ-ສຳເນົ່າ ສົ່ງຟ້ອງ ແລະ ກ່າວຮັບໂດຍ ທ່ານ ທອງສະຫວັນ ເອີນສະຫວັນ ຢູ່ບ້ານວຽງໄຊ ນະຄອນຫຼວງພະບາງ.

ເຈົ້າໜ້າທີ່ ປກສ ແຂວງໄຍຍະບູລີ ໃຫ້ຮູ້ວ່າ: ຊັບທີ່ນຳມາມອບຄືນໃຫ້ເຈົ້າຂອງເດີມໃນຄັ້ງນີ້ ແມ່ນລົດຈັກຍີ່ຫໍ້ຊູມໂມເອັກ, ເຊິ່ງຖືກຄົນຮ້າຍລັກໄປ ແຕ່ວັນທີ 9 ຕຸລາ 2021, ໂດຍເຈົ້າຂອງລົດໄດ້ຂີ່ລົດຈັກຄັນດັ່ງກ່າວໄປຈອດໄວ້ຢູ່ສາລາຄໍາເມືອງພູຄູນ ແຂວງຫຼວງພະບາງ; ພາຍຫຼັງໄດ້ຮັບການປະສານງານກັບເຈົ້້າໜ້າທີ່ ປກສ ນະຄອນຫຼວງພະບາງ ສົງໄສວ່າ: ຄົນຮ້າຍໄດ້ນຳລົດຈັກຄັນດັ່ງກ່າວຂ້າມມາແຂວງໄຊຍະບູລີ ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ຈຶ່ງໄດ້ຕິດຕາມກວດກາ; ຕົກມາຮອດວັນທີ 12 ຕຸລາ 2021, ໄດ້ພົບເຫັນລົດຈັກຄັນດັ່ງກ່າວ; ເຊິ່ງຄົນຮ້າຍໄດ້ນໍາມາຂາຍໃຫ້ປະຊາຊົນ ບ້ານນາລວມ ເມືອງໄຊຍະບູລີ ແລະ ເຈົ້າໜ້າທີ່ ຈຶ່ງສາມາດເກັບກູ້ເອົາລົດຄືນແລ້ວນໍາມາມອບໃຫ້ເຈົ້າຂອງເດີມ.

ສ່ວນຄົນຮ້າຍແມ່ນໄດ້ໜີ ແລະ ປັດຈຸບັນເຈົ້າໜ້າທີ່ ປກສ ແຂວງໄຊຍະບູລີ ໄດ້ສົບທົບກັບ ປກສ ແຂວງຫຼວງພະບາງ ຮ່ວມກັນສືບຄົ້ນຫາຄົນກະທໍາຜິດເພື່ອນໍາຕົວມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.