ທ້າວ ຈັນທະໜອມ ອາຍຸ 37 ປີ, ກໍາມະກອນຢູ່ບ້ານນາສ້າງໄພ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ຖືກສານອາຍາສານປະຊາຊົນ ນະຄອນຫຼວງວຽງຈັນ ຕັດສິນຈຳຄຸກ 5 ປີ, ປັບໄໝ 10 ລ້ານກີບ ໃນສະຖານການມີຢາເສບຕິດໄວ້ໃນຄອບຄອງ.

ຕາມການຖະແຫຼງເນື້ອໃນຄະດີຂອງໄອຍະການຕໍ່ຄະນະສານອາຍາ ໃຫ້ຮູ້ວ່າ: ທ້າວ ຈັນທະໜອມ ໄດ້ເລີ່ມເສບຢາບ້າ ແຕ່ປີ 2012 ເປັນຕົ້ນມາ, ຢາບ້າທີ່ເສບແມ່ນຊື້ນໍາຊາວໜຸ່ມທົ່ວໄປ ທີ່ມາຂາຍຢູ່ຮ້ານເກມ ບ້ານໂນນຄໍ້ ຄັ້ງລະ 2-3 ເມັດ, ຕົກມາຮອດເດືອນ 10 ປີ 2020 ກໍໄດ້ຊື້ ຢາບ້ານໍາ ທ້າວ ຄໍາ ກໍາມະກອນ ກໍ່ສ້າງສວນຊາວ ໜຸ່ມ ຫຼັກ 19 ເມືອງໄຊທານີ, ຄັ້ງລະ 3-4 ເມັດ ຊື້ທຸກເທື່ອທີ່ໄດ້ໄປສົ່ງປູນ. ມາຮອດວັນທີ 28 ທັນວາ 2020, ເວລາ 20:00 ໂມງ ຜູ້ກ່ຽວກໍໄດ້ໄປຊື້ ຢາບ້ານໍາ ທ້າວ ຄໍາ ອີກຈໍານວນ 200 ເມັດ. ມາຮອດວັນທີ 1 ມັງກອນ 2021, ເວລາ 12:00 ໂມງ ທ້າວ ຈັນທະໜອມ ກໍໄດ້ດື່ມເບຍຢູ່ຫ້ອງເຊົ່າຜູ້ກ່ຽວ. ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ຈັບຕົວ ພ້ອມຂອງ ກາງຢາບ້າ ຈໍານວນ 160 ເມັດ ມາດໍາເນີນຄະດີຕາມກົດໝາຍ.

ຄະນະສານໄດ້ຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກກະສານຕ່າງໆທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດຖີ່ຖ້ວນ, ຮອບດ້ານ, ພາວະວິໄສ ເເລ້ວ, ເຫັນວ່າການກະທໍາການກະທຳຂອງ ທ້າວ ຈັນທະໜອມ ເປັນການກະທຳທີ່ເຕະຕ້ອງຕໍ່ເສດຖະກິດຂອງຊາດ, ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ທີ່ໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາ ມາດຕາ 315; ການກະທໍາໃນຄັ້ງນີ້ ທ້າວ ຈັນທະໜອມ ກໍໄດ້ໃຫ້ການຮັບສາລະພາບວ່າ: ແມ່ນຢາບ້າ ຂອງຕົນເອງແທ້ ຊື້ມາໄວ້ເພື່ອເສບຕາມຄໍາໃຫ້ ການສະບັບລົງວັນທີ່ 1 ມັງກອນ 2021 ແລະ 4 ມັງກອນ 2021 ເຖິ່ງວ່າຈະໃຫ້ການວ່າຊື້ຢາບ້າ ມາໄວ້ເພື່ອເສບກໍຕາມແຕ່ຢາບ້າ ຈໍານວນ 160 ເມັດ ມີນ້ໍາໜັກເກີນກວ່າກົດໝາຍກໍານົດໄວ້ ດັ່ງ ນັ້ນຈຶ່ງເປັນການກະທໍາຜິດ ໃນສະຖານການມີ ຢາເສບຕິດໄວ້ໃນຄອບຄອງຕາມປະມວນກົດ ໝາຍອາຍາມາດຕາ 315.

ສຳລັບກາງຢາບ້າ ຈໍານວນ 160 ເມັດ, ນໍ້າໜັກ 16.4224 ກຼາມ, ເຈົ້າໜ້າທີ່ໄດ້ນໍາໄປກວດພິສູດ ຈໍານວນ 5 ເມັດ, ນ້ໍາໜັກ 0,5132 ກຼາມ, ຜ່ານ ການພິສູດວິໄຈຂອງກົມຕໍາຫຼວດນິຕິວິທະຍາ ສະບັບເລກທີ 454/ກນວ, ລົງວັນທີ 2 ມີນາ 2021; ການກະທໍາຜິດຂອງ ທ້າວ ຈັນທະໜອມ (ຈໍາເລີຍ) ເປັນການກະທໍາຜິດໂດຍເຈດຕະນາ ເນື່ອງຈາກວ່າມີຄວາມຕັ້ງໃຈມີຢາເສບຕິດ (ຢາ ບ້າ) ໄວ້ໃນຄອບຄອງທັງໆທີ່ຮູ້ດີວ່າການມີໄວ້ ໃນຄອບຄອງເປັນການກະທໍາຜິດທາງອາຍາສານ ຈຶ່ງຕັດສິນຈຳຄຸກ 5 ປີ ພ້ອມປັບໄໝ 10 ລ້ານ ກີບ.