ບຸນນະມັດສະການພຣະທາດຫຼວງວຽງຈັນ ເປັນປາງບຸນໃຫຍ່ປະຈຳຊາດຂອງລາວເຮົາມາແຕ່ດົນນານແລ້ວ, ເຊິ່ງໄດ້ຈັດຂຶ້ນໃນທຸກໆປີໃນກາງເດືອນພະຈິກ ຫຼື ກົງກັບຂຶ້ນ 15 ຄໍ່່າ ເດືອນ 12 ເປັນການຈາລຶກ ແລະ ສັນລະເສີນສັດທາຄຸນງາມຄວາມດີຂອງຜູ້ທີ່ໂມທະນາທານປະກອບສ່ວນບູລະນະອົງພະທາດຫຼວງ, ເປັນການສົ່ງເສີມຄວາມສີວິໄລອະລິ ຍະທຳຂອງຊາດລາວເຮົາ.

ກ່ອນໜ້ານີ້, ການຄົບງັນບຸນນະມັດສະການພຣະທາດຫຼວງໃນທຸກໆປີ ຈະຈັດຂຶ້ນຢ່າງຍິ່ງໃຫຍ່ດ້ວຍການຄົບງັນຫຼາຍມື້ຫຼາຍຄືນ ແລະ ມີຫຼາຍກິດຈະກຳໃຫ້ຜູ້ເຂົ້າມາທ່ຽວຊົມໄດ້ຊົມ, ໄດ້ຊື້ ແລະ ໄດ້ປະຕິບັດໂດຍສະເພາະການວາງສະແດງສິນຄ້າ ເຊິ່ງມີການຊື້-ຂາຍ ຢ່າງຄຶກຄື່ນ, ການສະແດງສິລະປະວັນນະຄະດີ ແລະ ສິ່ງທີ່ຂາດບໍ່ໄດ້ກໍຄືກິດ ຈະກຳທາງສາສະໜາ ເຊັ່ນ: ພິທີສູດປະລິມຸງຄຸນ, ພິທີແຫ່ຜາສາດເຜິ້ງ, ພິທີໃສ່ບາດຖວາຍສັງຄະທາດ, ພິທີແຫ່ລູກຄີ ແລະ ການຕີຄີ, ພິທີວຽນທຽນ ແລະ ຈູດທູບທຽນ ສັກກາລະບູຊາອົງພຣະທາດຫຼວງ. ແຕ່ເມື່ອມີການລະບາດຂອງ ພະຍາດ ໂຄວິດ-19 ການຈັດງານບຸນນັບແຕ່ປີ 2020 ມາ ກໍໄດ້ປ່ຽນໄປຈາກທີ່ເຄີຍມີມາກ່ອນ ເນື່ອງຈາກພັກ-ລັດ ໄດ້ມີຄວາມຫ່ວງໄຍຄວາມປອດໄພທາງດ້ານຊີວິດ ຂອງປະຊາຊົນ.

ຄວາມປອດໄພຈາກໂຄວິດຂອງປະຊາຊົນກໍເປັນສິ່ງສຳຄັນ ແຕ່ກິດຈະກຳບາງຢ່າງຂອງບຸນ ນະມັດສະການ ພຣະທາດຫຼວງ ກໍເປັນສິ່ງທີ່ຂາດບໍ່ໄດ້ ໂດຍ ໂດຍສະເພາະ ພິທີທາງສາສະໜາ ດ້ວຍເຫດນັ້ນການຈັດງານບຸນກໍຈຳ ເປັນ ຕ້ອງໄດ້ຈັດຂຶ້ນ ແຕ່ຕ້ອງຢູ່ພາຍໃຕ້ມາດຕະການປ້ອງກັນພະຍາດໂຄວິດ ຢ່າງເຂັ້ມງວດ. ດັ່ງນັ້ນ, ຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ ຈິ່ງໄດ້ອອກແຈ້ງການ ເລກທີ 1475/ສຫນຍ ລົງວັນທີ 11 ພະຈິກ 2021 ເລື່ອງຊີ້ນຳກ່ຽວກັບ ການຂໍອະນຸມັດຈັດງານປະເພນີບຸນນະມັດສະຖານ ພຣະທາດຫຼວງ ປະຈຳປີ 2021 ໂດຍເຫັນດີອະນຸມັດໃຫ້ນະຄອນ ຫຼວງວຽງຈັນ ຈັດງານບຸນພຣະທາດຫຼວງພຽງ 3 ວັນ ຄື ວັນທີ 17-19 ພະຈິກ 2021 ໂດຍອະນຸຍາດໃຫ້ຈັດແຕ່ ກິດຈະກຳທາງສາສະໜາເທົ່ານັ້ນ. ສ່ວນລາຍລະອຽດແມ່ນມອບໃຫ້ຄະນະສະເພາະກິດປ້ອງກັນການລະບາດຂອງພະ ຍາດໂຄວິດ-19 ຂັ້ນນະຄອນຫຼວງ ເປັນເຈົ້າການສົມທົບກັບພາກສ່ວນທີ່ກ່ຽວຂ້ອງຄົ້ນຄວ້າ ແລະ ຕົກລົງ ທັງຊີ້ນຳການ ປະຕິບັດມາດຕະການຕ່າງໆ ທີ່ວາງອອກຢ່າງເຂັ້ມງວດ ແລະ ຮັບປະກັນໃຫ້ມີຄວາມສະຫງົບຮຽບຮ້ອຍທາງສັງຄົມ.

ໃນວັນທີ 11 ພະຈິກ ຜ່ານມານີ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ: ລັດຖະບານເຫັນດີໃຫ້ຈັດງານບຸນທາດຫຼວງ 3 ວັນເທົ່ານັ້ນ ກໍເນື່ອງຈາກສະພາບການແຜ່ລະບາດຂອງພະຍາດໂຄວິດຢູ່ພາຍໃນນະຄອນຫຼວງວຽງຈັນ ຍັງມີຕົວເລກສູງ ຈິ່ງຈັດຂຶ້ນໃຫ້ ມີອັນແຕກຕ່າງເພື່ອຮັບປະກັນໄດ້ຄວາມປອດໄພ ໂດຍຈຳກັດພະສົງ ແລະ ແຂກທີ່ເຂົ້າຮ່ວມສູດປະລິມຸງຄຸນ ໃຊ້ເວລາ ພຽງ 1 ຊົ່ວໂມງ, ນຳຜາສາດເຜິ້ງຈຳນວນ 8 ຫຼັງຈາກ 4 ຕົວເມືອງເຄນໃຫ້ກັບພະສົງ ໂດຍຈະບໍ່ມີການແຫ່ຄືທຸກໆ ແລະ ບໍ່ອະນຸຍາດໃຫ້ມີພິທີໃສ່ບາດຢູ່ຂອບເຂດສະໜາມຫຼວງ ແຕ່ອະນຸຍາດໃຫ້ວັດທີ່ຢູ່ອ້ອມຂ້າງເປີດຮັບເອົາຍາດໂຍມບ້ານ ໃກ້ມາໃສ່ບາດ, ບໍ່ມີພິທີແຫ່ຄີ ແລະ ຕີຄີ ແຕ່ຈະມີພິທີຄອບໄຂວ່ລູກຄີ, ສຳລັບພິທີວຽນທຽນ ແມ່ນກຳນົດພະສົງ ແລະ ແຂກຖືກເຊີນເຂົ້າຮ່ວມ ບໍ່ເກີນ 50 ຄົນ.

ນອກນັ້ນ, ຍັງມີແຈ້ງການຫ້າມບໍ່ໃຫ້ມີການຊື້-ຂາຍ ດອກໄມ້ທູບທຽນ, ເຂົ້າຫຼາມ, ປິ້ງໄກ່ ຫຼື ສິນຄ້າອື່ນໆໃນ ຂອບອ້ອມຮອບໃນສະໜາມຫຼວງ ແລະ ເດີ່ນພຣະທາດຫຼວງ ແຕ່ວັນທີ 17-19 ພະຈິກ 2021 ຖ້າມີການລະເມີດຈະຖືກ ປັບໃໝຕາມລະບຽບການ.

 ຈາກແຜນການການຈັດງານບຸນທາດຫຼວງປີນີ້ທີ່ພາກສ່ວນກ່ຽວຂ້ອງວາງອອກນັ້ນ ແຕກຕ່າງຈາກແຕ່ລະປີທີ່ ຜ່ານມາ ຍ້ອນສະຖານະການລະບາດຂອງພະຍາດໂຄວິດ-19 ແລະ ດ້ວຍຄວາມຫ່ວງໄຍທາງດ້ານຊີວິດຂອງປະຊາຊົນ ລັດຖະບານຈິ່ງອະນຸຍາດໃຫ້ຈັດພິທີທາງສາສະໜາເທົ່ານັ້ນ.

ໂດຍ: ວິຄູນ