ສະພາບການແຜ່ລະບາດຂອງບັນຫາຢາເສບຕິດຢູ່ໃນໂລກ ແລະ ພາກພື້ນໄດ້ຂະຫຍາຍເປັນໄປທົ່ວທຸກມູນໂລກອັນໄດ້ເພີ່ມທະວີຄວາມຮຸນແຮງອັນຕະລາຍຂຶ້ນເລື່ອຍໆ; ເຊິ່ງມັນໄດ້ເຊື່ອມໂຍງກັບບັນຫາການກໍ່ການຮ້າຍ, ອາຊະຍາກຳຂ້າມຊາດ, ການຟອກເງິນແລະອາຊະຍາກຳທີ່ໃຊ້ຄວາມຮຸນແຮງປະເພດຕ່າງໆທີ່ເກີດຂຶ້ນໃນສັງຄົມມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີກາຍເປັນໄພຂົ່ມຂູ່ຕໍ່ສະພາບການພັດທະນາເສດຖະກິດ-ສັງຄົມ ກໍຄືສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງຂອງບັນດານາໆປະເທດໃນໂລກ. ໃນນີ້, ລວມທັງສປປລາວຂອງພວກເຮົາ.

ຕາມການລາຍງານຂອງອົງການສະຫະປະຊາຊາດ ເພື່ອຄວບຄຸມຢາເສບຕິດແລະຕ້ານອາຊະຍາກຳ, ການຢຶດຢາເສບຕິດປະເພດຢາບ້າ ແລະ ຢາໄອສ໌ ໃນພາກພື້ນອາຊີຕາເວັນອອກແລະອາຊີຕາເວັນອອກສຽງໃຕ້ ເພີ່ມຂຶ້ນແບບບໍ່ເຄີຍມີມາກ່ອນໃນປີ 2020 ຕາມຂໍ້ມູນເບື້ອງຕົ້ນມີເຖິງ 170 ໂຕນ. ໃນນັ້ນ, ບັນດາປະເທດລຸ່ມແມ່ນໍ້າຂອງແມ່ນກວມເອົາ 71% ຂອງປະລິມານຢາເສບຕິດທີ່ຢຶດໄດ້ທັງໝົດ.

ສຳລັບ ສປປ ລາວ ມີທີ່ຕັ້ງພູມສາດທີ່ມີຊາຍແດນຕິດຈອດກັບຫຼາຍປະເທດ ແລະ ປະເທດເຮົາກໍໄດ້ເປີດກວ້າງກັບພາກພື້ນຕາມທິດເຊື່ອມໂຍງ, ເຊິ່ງເປັນເງື່ອນໄຂໃຫ້ປະເທດເຮົາກາຍເປັນທາງຜ່ານໃນການລັກລອບ, ຄ້າຂາຍ, ຂົນສົ່ງຢາເສບຕິດ ແລະ ສານເຄມີຕົ້ນທີ່ເປັນສ່ວນປະສົມຂອງຢາເສບຕິດເຮັດໃຫ້ບັນຫາຢາເສບຕິດໄດ້ແຜ່ລະບາດເປັນວົງກວ້າງ ແຕ່ຕົວເມືອງໄປສູ່ຊົນນະບົດໃນຫຼາຍລະດັບທີ່ແຕກຕ່າງກັນໄດ້ກາຍເປັນສາເຫດທີ່ພາໃຫ້ເກີດບັນຫາປະກົດການຫຍໍ້ທໍ້ ແລະອາຊະຍາກຳຕ່າງໆ, ຈຳນວນຄະດີຢາເສບຕິດ, ຜູ້ຖືກຫາ, ນັກໂທດ, ຜູ້ຕິດຢາເສບຕິດໄດ້ເພີ່ມຂຶ້ນຢ່າງໜ້າເປັນຫ່ວງໃນແຕ່ລະປີ; ເລ່ລ່ຽມການເຄື່ອນໄຫວຂົນສົ່ງ, ຄ້າຂາຍ, ຜະລິດຢາເສບຕິດມີລັກສະນະເລິກແລບແນບນຽນດ້ວຍຫຼາຍຮູບການທີ່ສັບຊ້ອນ. ເຖິງແມ່ນວ່າພາກສ່ວນທີ່ກ່ຽວໄດ້ເອົາໃຈໃສ່ແກ້ໄຂຢ່າງຕໍ່ເນື່ອງແຕ່ກໍບໍ່ໄດ້ເຮັດໃຫ້ບັນຫາດັ່ງກ່າວຫຼຸດລົງ.

ດ້ວຍສະພາບການຂອງບັນຫາຢາເສບຕິດດັ່ງທີ່ກ່າວມານັ້ນ, ພັກແລະລັດຈິ່ງໄດ້ຄົ້ນຄວ້າ ແລະ ມີຄວາມຕັດສິນໃຈສູງເພື່ອປາບປາມບັນຫາຢາເສບຕິດໃຫ້ໝົດໄປຈາກສັງຄົມລາວເພື່ອນຳເອົາຄວາມສະຫງົບສຸກ, ຄວາມສີວິໄລມາສູ້ປະຊາຊົນລາວດ້ວຍການປະກາດຈັດຕັ້ງວ່າລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດແຕ່ປີ 2021-2023 ໃນລະຫວ່າງການດຳເນີນກອງປະຊຸມສະໄໝວິສາມັນຄັ້ງທີ 1 ຂອງສະພາແຫ່ງຊາດຊຸດທີ IX ທີ່ໄຂຂຶ້ນໃນຕົ້ນເດືອນສິງຫາ 2021ໂດຍນຳສະເໜີ ໂດຍ ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງ ປກສ. ນອກນັ້ນ, ກ່ອນໜ້ານີ້ກົມການເມືອງສູນກາງພັກກໍໄດ້ອອກຄຳສັ່ງເລກທີ 02/ກມສພລົງວັນທີ 26 ກໍລະກົດ 2021 ວ່າດ້ວຍເພີ່ມທະວີການນຳພາຊີ້ນຳຂອງຄະນະພັກແຕ່ລະຂັ້ນຕໍ່ການສະກັດກັ້ນແລະແກ້ໄຂບັນຫາຢາເສບຕິດ.

ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີໄດ້ກ່າວຕໍ່ກອງປະຊຸມສະພາສະໄໝສາມັນ ເທື່ອທີ່ 2 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 1 ພະຈິກຜ່ານມານີ້, ໃຫ້ຮູ້ວ່າ: ໄດ້ເອົາໃຈໃສ່ປະຕິບັດແນວທາງ ປກຊ, ປກສ ທົວປວງຊົນຮອບດ້ານຂອງພັກຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງທັງໄດ້ສຸມໃສ່ຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍບັນຫາຢາເສບຕິດອອກເປັນນິຕິກໍາ, ແຜນງານ ແລະ ແບ່ງຄວາມຮັບຜິດຊອບລະອຽດ, ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດຢ່າງຈິງຈັງແຕ່ເດືອນສິງຫາ ປີ 2021 ເປັນຕົ້ນມາ ໄດ້ມີຄວາມຄືບໜ້າໃນຫຼາຍດ້ານ ເປັນຕົ້ນແມ່ນທຳລາຍແຫຼ່ງການຜະລິດ, ເຄືອຂ່າຍການຂົນສົ່ງ ແລະຈຳ ໜ່າຍໄດ້ເປັນຈຳນວນຫຼວງຫຼາຍ, ເຊິ່ງສາມາດມ້າງຄະດີຢາເສບຕິດໄດ້ 1.106 ເລື່ອງ, ຈັບຜູ້ຖືກຫາໄດ້ 1.562 ຄົນ, ຢືດຢາບ້າໄດ້ 10.158 ກິໂລກຼາມ ( 101.586.361 ເມັດ ) ແລະຍັງມີຢາເສບຕິດອື່ນໆ ເຊັ່ນ: ຢາໄອສ໌, ຝິ່ນ, ເຮໂຣອິນອີກຈຳນວນຫຼາຍ.

ຈາກຈຳນວນຕົວເລກທີ່ທ່ານນາຍົກລັດຖະມົນຕີຍົກຂຶ້ນມາໃຫ້ເຫັນນັ້ນ, ໄດ້ສະແດງໃຫ້ເຫັນເຖິງໝາກຜົນຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການຕ້ານຢາເສບຕິດຢ່າງແທ້ຈິງໃນເວລາພຽງ 3 ເດືອນກວ່າ. ສຳລັບທິດທາງການເຄື່ອນໄຫວໃນຕໍ່ໜ້າທ່ານໄດ້ກ່າວວ່າ: ສືບຕໍ່ການປະຕິບັດແນວທາງປກຊ-ປກສທົ່ວປວງຊົນຮອບດ້ານຢ່າງຕັ້ງໜ້າທັງສືບຕໍ່ແກ້ໄຂບັນຫາຢາເສບຕິດໃຫ້ແຂງແຮງກວ່າເກົ່າ ເພື່ອຮັບປະກັນໃຫ້ປະເທດຊາດສືບຕໍ່ມີສະຖຽນລະພາບ, ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.

ໂດຍ: ວິຄູນ