ຄະນະຊາວໜຸ່ມຮາກຖານ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ຮ່ວມກັນ ອອກແຮງງານກໍ່ສ້າງເຮືອນສາຍໃຈ ໃນທ້າຍອາທິດຜ່ານມາ, ນໍາພາໂດຍ ພັທ ກອງລະສັກ ສີສຸກລາດ ເລຂາຄະນະຊາວໜຸ່ມຮາກຖານ ປກສ ແຂວງບໍລິຄໍາໄຊ, ມີສະມາຊິກຊາວໜຸ່ມຕະລຸມບອນຮາກຖານ ປກສ ແຂວງຮ່ວມອອກແຮງງານຄັ້ງນີ້.

ການອອກແຮງງານ ຄັ້ງນີ້, ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນສໍາ ຄັນຕ່າງໆຂອງພັກ-ຂອງຊາດ, ຂອງກໍາລັງປະກອບອາວຸດ; ໂດຍສະເພາະແມ່ນວັນຊາດທີ 2 ທັນວາ ຄົບຮອບ 46 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 101 ປີ ທີ່ຈະມາເຖິງນີ້ ໃຫ້ເປັນຂະບວນການພົດຟື້ນກວ້າງຂວາງ.

ການອອກແຮງງານປຸກສ້າງເຮືອນສາຍໃຈ ໂດຍປະຕິບັດຕາມແຜນການເຄື່ອນໄຫວ ຂອງຄະນະຊາວໜຸ່ມຮາກຖານ ປກສ ແຂວງບໍລິຄໍາໄຊ ໃນການປະກອບສ່ວນແຮງງານ ແລະ ວັດຖຸປັດໃຈ ໃຫ້ແກ່ຄອບຄົວທຸກຍາກອານາຖາ, ຊ່ວຍຄອບຄົວພະນັກງານຜູ້ທີ່ມີຄຸນງາມຄວາມດີປະເທດຊາດໃນໄລຍະຜ່ານມາ.