ໃນວັນທີ 26 ພະຈິກ 2021 ຜ່ານມາ, ຄະນະພັກຮາກຖານຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງຄຳມ່ວນ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມເອກະສານບັ້ນດຳເນີນຊີວິດການເມືອງກົມກອງແຂງ ໜ່ວຍພັກປອດໃສ ເຂັ້ມແຂງ ແລະ ໜັກແໜ່ນ ປະຈຳປີ 2021 ໂດຍການເປັນປະທານຂອງສະຫາຍ ພັທ ສຸລິເດດ ອາລຸນສັກ  ຄະນະພັກ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງຫ້ອງຄຸມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີບັນດາຄະນະພັກຮາກຖານ, ຕະຫຼອດຮອດສະມາຊິກພັກສົມບູນ ແລະ ສຳຮອງ ເຂົ້າຮ່ວມ.

ໃນວາລະດັ່ງກ່າວ, ສະຫາຍ ພັທ ສຸລິເດດ ອາລຸນສັກ ໄດ້ເຜີຍແຜ່ເອກະສານສຳຄັນຕ່າງໆຄື ເອກະສານປັບປຸງຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ເອກະສານ 7 ໜ້າທີ່ ແລະ 11 ຂໍ້ຫ້າມຂອງສະມາຊິກພັກ, ເອກະສານຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291/ຄຈສພ ກ່ຽວກັບ ການຈັດຕັ້ງປະຕິບັດຄຳສັ່ງຂອງ ກົມການເມືອງສູນກາງພັກ ວ່າດ້ວຍ ການເພີ່ມທະວີກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ, ພ້ອມທັ້ງໄດ້ແນະນຳໃນການຂຽນບົດສຳຫຼວດ.

ການເຜີຍແຜ່ເອກະສານໃນຄັ້ງນີ້ ກໍເພື່ອເປັນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໃຫ້ເຂົ້າສູ່ລວງເລິກ ແລະ  ສອດຄ່ອງ ກັບວຽກງານປ້ອງກັນຄວາມສະຫງົບຂອງແຂວງ ໃນໄລຍະປະຈຸບັນ ໃຫ້ມີຄວາມທັນສະໄໝ ແລະ ໜັກແໜ້ນ ເວົ້າລວມ, ເວົ້າສະເພາະ ການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານໃນໄລຍະໃໝ່ ພາຍໃນຄະນະພັກຮາກຖານ ໃຫ້ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ໃຫ້ຖືກຕ້ອງສອດຄ່ອງ ແລະ ເປັນເອກະພາບໃນທົ່ວຄະນະພັກຮາກຖານ, ເຮັດໃຫ້ສະມາຊິກພາຍໃນຄະນະພັກຮາກຖານ ຮູ້ສ້າງແຜນການ, ຮູ້ນຳພາຈັດຕັ້ງປະຕິບັດແຜນການ ແລະ ຮູ້ການແບ່ງປະເພດສະມາຊິກພາຍໃນພັກ ໃຫ້ຖືກຕ້ອງກັບຄວາມເປັນຈິງ.