ເມື່ອບໍ່ດົນມານີ້, ພະ​ແນ​ກການ​ເງິນ ​ແລະ ຫ້ອງ​ວ່າການ​ ແຂວງຫົວພັນ ໄດ້ຈັດພິທີປະກາດການຈັດຕັ້ງ ​​ໂດຍ​ການ​ເປັນ​ປະທານຂອງ ​ທ່ານ ວັນ​ໄຊ​ ​ແພງ​ຊຸມ​ມາ ເຈົ້າ​ແຂວງ​ຫົວພັນ, ມີ​ບັນດາ​ທ່ານ​ຄະນະ​ປະຈຳ​ພັກ​ແຂວງ, ຫົວໜ້າ-ຮອງ​ຫົວໜ້າພະ​ແນ​ກການ ​ອ້ອມ​ຂ້າງ ​ແ​ລະ ທຽບ​ເທົ່າ ພ້ອມ​ດ້ວຍ​ພະນັກງານ-ລັກ​ຖະກອນ ຂະ​ແໜງການ​ເງິນ ​ເຂົ້າ​ຮ່ວມ.

ພິທີ​ດັ່ງກ່າວ, ​ໄດ້​ຜ່ານ​ຂໍ້​ຕົກລົງ​ສະບັບ​ເລກທີ 5115 ຂອງ​ກະຊວງ​ການ​ເງິນ ລົງ​ວັນ​ທີ 13 ຕຸລາ 2021 ວ່າ​ດ້ວຍ ການ​ຍົກຍ້າຍ ​ແລະ ​ແຕ່ງ​ຕັ້ງ​ພະນັກງານຮັບໜ້າທີ່​ໃໝ່ ຢູ່​ພາສີ​ປະຈຳ​ແຂວງ​ຫົວພັນ​ ຄື:

  • ທ່ານ​ ໄມ​ແກ້ວ ນໍລະ​ສິ່ງ ​​ຫົວໜ້າດ່ານ​ພາສີ​ສາກົນ​ນ້ຳ​ໂສ​ຍ ​ໄປຮັບໜ້າທີ່ໃໝ່ເປັນ​ ຫົວໜ້າພາສີ​ປະຈຳ​ແຂວງ​ຫົວພັນ
  • ທ່ານ ​ເອືອງທິດ ອາ​ລຸນ​ທອງ ຈາກ​ຮອງ​ດ່ານ​ສາກົນ​ນ້ຳ​ກັ່ນ ​ແຂວງ​ຊຽງຂວາງ ​ເປັນ​ ຮອງ​ຫົວໜ້າພາສີ​ປະຈຳ​ແຂວງ​ຫົວພັນ
  • ທ່ານ ​ໄມ​ນິດ ພູ​ມະນີ​ວົງ ຮອງ​ກອງ​ຄຸ້ມຄອງ​ພາສີ IV ຫົວໜ້າກອງ​ກວດກາ​ພາສີ​ປະຈຳ​ແຂວງ​ຫົວພັນ ​ເປັນ ​ຫົວໜ້າດ່ານ​ສາກົນ​ນ້ຳ​ໂສ​ຍ
  • ທ່ານ ​ໂອ​ສາ ມະນີ​ເລີດ ​ເປັນ ຮອງດ່ານ​ພາສີ​ສາກົນ​ນ້ຳ​ໂສ​ຍ
  • ທ່ານ ​ຄຳ​ໃບ ​ຫຼອດ​ໂພ​ໄຊ ຮອງ​ກອງ​ກວດກາ​ພາສີ ​ເປັນ​ ຮອງ​ດ່ານ​ພາສີ​ສາກົນ​ນ້ຳ​ໂສ​ຍ​

ຂໍ້​ຕົກລົງ​ສະບັບ​ເລກທີ 5318/ກງ ວ່າ​ດ້ວຍ​ ການ​ຍົກຍ້າຍ​ພະນັກງານ​ສ່ວຍ​ສາ​ອາກອນ​ ປະຈຳ​ແຂວງ​ຫົວພັນ​ ​ໄປ​ປະຈຳການ​ຢູ່​ພະ​ແນ​ກການ​ໃໝ່ຂອງ​ແຂວງ​ຫົວພັນ ໃນນີ້ໄດ້ຍົກຍ້າຍ:

  • ທ່ານ ມິ​ຈວນ ພົມ​ເມືອງ​ງາ ຫົວໜ້າສ່ວຍ​ສາ​ອາກອນ​ ປະຈຳ​ແຂວງ​ຫົວພັນ ​ໄປ​ປະຈຳການ​ຢູ່ ​ພະ​ແນ​ກການ​ໃໝ່ຂອງ​ແຂວງ

ຜ່ານ​ຂໍ້​ຕົກລົງ ສະບັບ​ເລກທີ 308/ຄປຈຂ.ຫພ, ລົງ​ວັນ​ທີ 16 ພະຈິກ 2021 ວ່າ​ດ້ວຍ ​ການ​ບົງ​ຕົວ​ແຕ່ງ​ຕັ້ງ ຄະນະ​ພັກ​ຮາກ​ຖານ​ພະ​ແນກການ​ເງິນ​ ແຂວງ​ຫົວພັນ ຈຳນວນ 2 ສະ​ຫາຍ ຄື:

  • ສະຫາຍ​ ລຸນ​ທອ​ງ ​ເພັດ​ໄຊ​ສົມ​ພັນ ​ແລະ ສະຫາຍ ສີ​ສຸພັນ ​ແພງ​ຄຳ​ມີ

ຂໍ້​ຕົກລົງ​ສະບັບ​​ເລກທີ 1238/ຈຂ.ຫພ, ລົງ​ວັນ​ທີ 4 ພະຈິກ 2021 ວ່າ​ດ້ວຍ​ ການ​ແຕ່ງ​ຕັ້ງ​ຮອງ​ພະ​ແນ​ກການ​ເງິນ​ ແຂວງ​ຫົວພັນ ​ໂດຍ​ໄດ້​ແຕ່ງ​ຕັ້ງ ທ່າ​ນ ລຸນ​ທອງ ​ເພັດ​ໄຊ​ສົມ​ພັນ ​ເປັນ ຮອງຫົວໜ້າພະ​ແນ​ກການ​ເງິນ​ແຂວງ ​ແລະ ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ຍົກຍ້າຍ​ພະນັກງານ​ສ່ວຍ​ສາ​ອາກອນ​ແຂວງ ​ໄປ​ປະຈຳການ​ຢູ່​ພະ​ແນ​ກການ​ໃໝ່ຂອງ​ແຂວງຕື່ມ​ອີກ.

ພ້ອມ​​ນີ້, ກອງປະຊຸມຍັງ​ໄດ້​ຜ່ານ​ຂໍ້​ຕົກລົງ​ວ່າ​ດ້ວຍ ​ການ​ແຕ່ງ​ຕັ້ງ ທ່ານ ອິນ​ທອງ ພີ​ມມະ​ສານ ມາ​ເປັນ ​ຫົວໜ້າຄັ້ງ​ເງິນ ​ປະຈຳ​ແຂວງ​ຫົວພັນ ​ແລະ ​ຜ່ານ​ຂໍ້​ຕົກລົງຂອງ​ ກະຊວງ​ການ​ເງິນ ສະ​ບັບ​ເລກທີ 5112 ​ແລະ 5113 ວ່າ​ດ້ວຍ​ ການ​ອະນຸ​ມັດ​ໃຫ້​ພະນັກງານ-ລັດຖະກອນ​ ພັກ​ການ​ຮັບ​ອຸດໜູນບຳນານ ຈຳນວນ 2 ທ່ານ​ ຄື:

  • ທ່ານ ນາງ​ ແຕ່ງ​ ແກ້ວ​ບຸນ​ເຮືອງ ຫົວໜ້າຄັ້ງ​ເງິນ​ ປະຈຳ​ແຂວງ
  • ທ່ານ ນາງ ​ຫອມ ພະນັກງານ​ຄັ້ງ​ເງິນ​ ປະຈຳ​ແຂວງ​ຫົວພັນ