ໃນວັນທີ 8 ທັນວາ 2021, ຢູ່ທີ່ສໍານັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ມີພິທີມອບ-ຮັບກ່ອງປັນສຸກ ໃນກິດຈະກໍາ CSR “ ລາວໂທລະຄົມ ປັນສຸກ ” ຂຶ້ນລົດຂົນສົ່ງເພື່ອຈັດສົ່ງໃຫ້ ລລທ ສາຂາແຂວງທົ່ວປະເທດ ໄດ້ນໍາໄປແຈກຢາຍຕໍ່ໃຫ້ກັບຄອບຄົວຜູ້ທີ່ຫຍຸ້ງຍາກຂາດເຂີນ. ເຊິ່ງກິດຈະກໍານີ້ແມ່ນ 1 ໃນຫຼາຍໆກິດຈະກໍາທີ່ ລາວໂທລະຄົມ ຈັດຂຶ້ນໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ລາວໂທລະຄົມ ຄົບຮອບ 25 ປີ (11/11/1996-11/11/2021).

ຈຸດປະສົງຂອງກິດຈະກໍານີ້ ແມ່ນເນື່ອງມາຈາກການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ແກ່ຍາວເວລາມາດົນສົ່ງຜົນກະທົບຕໍ່ເສດຖະກິດ ແລະ ຊິວິດການເປັນຢູ່ປະຈໍາວັນຂອງພວກເຮົາ ໂດຍສະເພາະ ກໍຄື ຄອບຄົວທີ່ທຸກຍາກຂາດເຂີນ. ສະນັ້ນ, ລາວໂທລະຄົມ ຈຶ່ງໄດ້ສ້າງກິດຈະກໍານີ້ຂຶ້ນມາ ໂດຍການແຈກຢາຍກ່ອງປັນສຸກ ຈໍານວນ 450 ກ່ອງ ລວມມູນຄ່າທັງໝົດ 164.625.500 ກີບ ໃຫ້ກັບຄອບຄົວຜູ້ທຸກຍາກຢູ່ 18 ແຂວງທົ່ວປະເທດ ເພື່ອຊ່ວຍແບ່ງເບົາຄ່າໃຊ້ຈ່າຍໃນຊີວິດປະຈໍາວັນ ແລະ ເປັນກໍາລັງໃຈໃນການຕໍ່ສູ້ກັບພະຍາດໂຄວິດ-19 ແລະ ຂ້າມຜ່ານສະຖານະການທີ່ຫຍຸ້ງຍາກໃນຕອນນີ້ໄປພ້ອມໆກັນ.

ໃນກ່ອງເປັນສຸກ ຈໍານວນ 450 ກ່ອງ ປະກອບມີ ເຄື່ອງອຸປະໂພກ-ບໍລິໂພກ, ຢາສາມັນປະຈໍາບ້ານ ແລະ ໜ້າກາກອານາໄມ. ເຄື່ອງທັງໝົດຈະຖືກຂົນສົ່ງໄປສູ່ ລາວໂທລະຄົມ ສາຂາແຂວງທົ່ວປະເທດ ເພື່ອນໍາໄປແຈກຢາຍຕໍ່ໃຫ້ກັບຄອບຄົວຜູ້ທຸກຍາກຂາດເຂີນ ຢູ່ໃນແຕ່ລະແຂວງໆລະ 25 ກ່ອງ.

“ ລາວໂທລະຄົມ ໂທລະຄົມຂອງຄົນລາວ ເພື່ອສັງຄົມລາວ ”