ຄະນະບໍລິຫານງານສະພາທະນາຍຄວາມ ຊຸດທີ VIII ຫົວໜ້າຫ້ອງການສະພາທະນາຍຄວາມປະຈໍາແຂວງຄໍາມ່ວນ, ບໍລິສັດຫຼວງອາມາດຈໍາກັດຜູ້ດຽວ, ໄດ້ນໍາເອົາອຸປະກອນປ້ອງກັນພະຍາດໂຄວິດ-19; ລວມມີຜ້າປິດປາກ ຈໍານວນ 1 ແກັດ, ມູນຄ່າ 1.000.000 ກີບ ແລະ ເງິນສົດ ຈໍານວນ 3.000.000 ກີບ ມາມອບໃຫ້ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໃນວັນທີ 7 ທັນວາ 2021; ກ່າວມອບໂດຍ ທ່ານ ຄໍາພັນ ຫຼວງອາມາດ ຫົວໜ້າຫ້ອງການສະ ພາສະນາຍຄວາມປະຈໍາແຂວງຄໍາມ່ວນ, ປະທານບໍລິສັດຫຼວງອາມາດຈໍາກັດຜູ້ດຽວ, ຕາງໜ້າຮັບໂດຍພັທ ຄໍາແພງ ນໍາພາວັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ມີພະນັກງານຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.

ທ່ານ ຄໍາພັນ ຫຼວງອາມາດໄດ້ກ່າວວ່າ: ການນໍາເອົາອຸປະກອນມາມອບໃຫ້ ປກສ ແຂວງບໍລິຄໍາໄຊ ໃນຄັ້ງນີ້, ເພື່ອເປັນການປະກອບສ່ວນເຂົ້າໃນການປ້ອງກັນສະກັດກັ້ນ, ຕ້ານການແພ່ລະບາດຂອງພະຍາດໂຄວິດ-19, ທັງເປັນການປະສານສົມທົບກັນໃນການ ເຄື່ອນໄຫວເຮັດວຽກງານວິຊາສະເພາະໃນການປະຕິບັດ ແລະ ປົກປ້ອງກົດໝາຍຕ່າງໆ ໃຫ້ມີປະສິດທິຜົນສູງ.

ໃນໂອກາດດຽວກັນ ພັທ ຄໍາແພງ ນໍາພາວັນ ໄດ້ກ່າວສະແດງຄວາມຂອບໃຈມາຍັງ ທ່ານ ຄໍາພັນ ຫຼວງອາມາດ ທີ່ໄດ້ໃຫ້ການອຸປະຖໍາຊ່ວຍເຫຼືອໃນຄັ້ງນີ້, ເຊິ່ງພວກເຮົາຈະນໍາເອົາອຸປະກອນພ້ອມເງິນສົດຈໍານວນດັ່ງກ່າວນໍາໃຊ້ເຂົ້າໃນວຽກງານປ້ອງການການແພ່ລະ ບາດຂອງພະຍາດໂຄວິດ-19 ຢູ່ ປກສ ແຂວງ ໃຫ້ມີປະສິດທິຜົນສຸງ ແລະ ຂໍອວຍພອນ ໄຊອັນປະເສີດມາຍັງທ່ານ ຄໍາພັນ ຫຼວງອາມາດ ພ້ອມດ້ວຍຄອບຄົວຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສໍາເລັດໃນໜ້າທີ່ວຽກງານ, ການດໍາເນີນທຸລະກິດໃຫ້ຈະເລີນຮຸ່ງເຮືອງຂຶ້ນ ໄປເລື້ອຍໆ.