ເຈົ້າໜ້າທີ່ພະແນກຕຳຫຼວດສະກັດ ກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ: ເມື່ອວັນທີ 30 ພະ ຈິກ 2021, ເວລາປະມານ 13:00 ໂມງ ໄດ້ຮັບລາຍງານວ່າ: ມີກຸ່ມຄົນບໍ່ດີຈຳ ນວນໜຶ່ງກໍາລັງເຄື່ອນໄຫວຄ້າຂາຍຢາເສບຕິດຢູ່ເຮືອນພັກແຫ່ງໜຶ່ງ ເຂດຫຼັກ 21 ເມືອງບາຈຽງຈະເລີນສຸກ ຈຶ່ງໄດ້ຈັດກໍາລັງວິຊາສະເພາະລົງຕິດຕາມກວດ ສະຖານທີ່ດັ່ງກ່າວເຫັນວ່າມີມູນຄວາມຈິງ. ຈາກນັ້ນ, ຈຶ່ງໄດ້ສົມທົບກັບອຳນາດ ການປົກ ຄອງທີ່ກ່ຽວຂ້ອງ ເຂົ້າກັກຕົວຜູ້ຖືກຫາໄດ້ 3 ຄົນ ພ້ອມຂອງກາງຢາບ້າ ຈໍານວນ 24.018 ເມັດໄປສອບສວນຂະຫຍາຍຜົນ.

ຜ່ານການສອບສວນຈຶ່ງຮູ້ວ່າພວກ ຖືກຫາຊື່ ທ້າວ ສາລີ ອາຍຸ 36 ປີ ບ້ານ ນາຄອນສາວ ເມືອງ ແລະ ແຂວງສາລະ ວັນ, ທ້າວ ບຸນຊູ ອາຍຸ 36 ປີ ບ້ານດອນ ແກ້ວ ເມືອງໄຊ ແຂວງອຸດົມໄຊ ແລະ ທ້າວ ຫຼ້າອຸດ ອາຍຸ 21 ປີ ບ້ານທົ່ງກາຫຼົງ ເມືອງປາກຊ່ອງ ແຂວງຈຳປາສັກ; ສໍາ ລັບຂອງກາງຈໍານວນດັ່ງກ່າວ ທີ່ເຈົ້າໜ້າ ທີ່ກວດພົບນັ້ນ ແມ່ນເປັນຂອງພວກ ກ່ຽວແທ້ ເຊິ່ງໄດ້ຮ່ວມກັນຊື້-ຂາຍກັບ ພັກພວກຮ່ວມຂະບວນການມາຫຼາຍຄັ້ງແລ້ວ ແລະ ພາຍຫຼັງທີ່ໄດ້ຢາບ້າມາແລ້ວກໍຈະນໍາໄປຂາຍຕໍ່ກິນກໍາລັງໃຫ້ກັບໄວ ລຸ້ນຢູ່ເຂດບ້ານໃກ້ຄຽງ.