ທ້າວ ໄຊວິໄລ ອາຍຸ 31 ປີ, ອາຊີບກຳມະກອນ ພັກເຊົາຢູ່ບ້ານດົງຊຽງດີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຖືກເຈົ້າໜ້າທີ່ ປກສ ກຸ່ມເກົ້າລ້ຽວ ເມືອງສີໂຄດຕະບອງ ກັກຕົວມາດຳເນີນຄະດີ ໃນຂໍ້ຫາລັກຊັບພົນລະເມືອງ.

ພັທ ບຸນຫຼີ ຊາພັກດີ ຫົວໜ້າ ປກສ ກຸ່ມເກົ້າລ້ຽວ ໃຫ້ຮູ້ວ່າ: ໃນວັນທີ 6 ທັນວາ 2021, ໄດ້ຮັບແຈ້ງຄວາມຈາກຜູ້ເສຍ ຫາຍວ່າ: ມີຄົນມາລັກເອົາລົດຈັກຂອງຕົນໄປ ຍີ່ຫໍ້: ຊູຊູກິສະແມັດ ທະບຽນ ຍຕ 8301 ກໍາແພງນະຄອນ ທີ່ຈອດໄວ້ໜ້າເຮືອນ ຈາກນັ້ນ, ເຈົ້າໜ້າທີ່ ປກສ ກຸ່ມເກົ້າລ້ຽວ ຈຶ່ງໄດ້ຕິດ ຕາມເປົ້າໝາຍ. ມາຮອດວັນທີ 8 ທັນວາ 2021, ຈຶ່ງໄດ້ເຂົ້າກັກຕົວ ທ້າວ ໄຊວິໄລ ຢູ່ເຂດບ້ານສີຊົມຊື່ນ ເມືອງສີໂຄດຕະບອງ ຂຶ້ນມາຫ້ອງການ ປກສ ກຸ່ມເກົ້າລ້ຽວ.

ຜ່ານການສອບສວນເບື້ອງຕົ້ນ ຜູ້ກ່ຽວໄດ້ຮັບສາລະພາບວ່າ: ລົດຈັກທີ່ລັກໄປນັ້ນ ໄດ້ນໍາໄປຈໍາເອົາເງິນຢູ່ຮ້ານສ້ອມແປງລົດຈັກ ເຂດບ້ານໂນນຂີ້ເຫຼັກ ເມືອງສີໂຄດຕະບອງ. ຈາກນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ນໍາເກັບກູ້ລົດຄັນດັ່ງກ່າວຄືນມາໄດ້.ປັດຈຸບັນ, ເຈົ້າໜ້າທີ່ ປກສ ກຸ່ມເກົ້າລ້ຽວ ໄດ້ນໍາສົ່ງຕົວຜູ້ກ່ຽວໃຫ້ ປກສ ເມືອງສີໂຄດຕະບອງ ເພື່ອສືບສວນ-ສອບສວນ ຂະຫຍາຍຜົນຫາຊອກກຸ່ມແກ້ງຜູ້ຮ່ວມຂະບວນການມາດຳ ເນີນຄະດີຕາມກົດໝາຍ.