ເພື່ອຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບ ຕິດໃຫ້ປະກົດຜົນເປັນຈິງ, ປກສ ແຂວງຫົວພັນ ຈຶ່ງໄດ້ສຸມໃສ່ຕິດຈາມກວດກາ ແລະ ນຳຈັບເປົ້າໝາຍຄ້າຂາຍ ຫຼື ພົວພັນກັບຢາເສບຕິດຢ່າງເຂັ້ມງວດ ແລະ ຈິງຈັງ. ຫຼ້າສຸດ, ໃນວັນທີ 9 ທັນວາ 2021, ເຈົ້າໜ້າທີ່ ປກສ ເມືອງແອດ ແຂວງຫົວພັນ ໄດ້ລົງກວດກາຕິດຕາມຜູ້ຕ້ອງ ສົງໄສພົວພັນຢາເສບຕິດຢູ່ລະຫວ່າງ ເສັ້ນທາງ 6A ຢູ່ເຂດບ້ານພຽງລູ້ ຫາ ບ້ານຊຽງຄູນ ກຸ່ມຊຽງຄູນ ເມືອງແອດ ແຂວງຫົວພັນ ແລະ ໄດ້ພົບເຫັນເປົ້າໝາຍ ໂດຍໄດ້ທໍາການກວດກາຕາມລະບຽບການພົບເຫັນຂອງກາງຢາເສບຕິດປະເພດຢາບ້າ ຈໍານວນ 115 ເມັດ, ລົດຈັກ 1 ຄັນ, ໂທລະສັບ 1 ໜ່ວຍ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ຈຶ່ງຮູ້ວ່າ: ຜູ້ຖືກຫາຊື່ ທ້າວ ບຸນ ອາຍຸ 37 ປີ ແລະ ທ້າວ ສາວ ອາຍຸ 22 ປີ, ທັງສອງແມ່ນປະຊາຊົນຢູ່ບ້ານເບ້ຍ, ເມືອງແອດ ແຂວງຫົວພັນ ທັງສອງຮັບສາລະພາບໃນເບື້ອງຕົ້ນວ່າ: ຢາເສບຕິດຈຳນວນດັ່ງກ່າວເປັນຂອງພວກກ່ຽວແທ້. ເຈົ້າໜ້າທີ່ ປກສ ເມືອງແອດ ຈຶ່ງນຳຕົວຜູ້ຖືກຫາ ພ້ອມທັງເຄື່ອງຂອງກາງມອບໃຫ້ພະແນກສະກັດກັ້ນ ແລະ ຕ້ານ ຢາເສບຕິດ ປກສ ແຂວງຫົວພັນ ດຳເນີນຄະດີ ແລະ ສືບສວນ-ສອບສວນຫາກຸ່ມແກ້ງຮ່ວມຂະບວນການ ເພື່ອມາລົງໂທດຕາມກົດໝາຍຕໍ່ໄປ.