ໃນທ້າຍອາທິດຜ່ານມາ, ສະຫາຍ ພົງສະຫວັນ ສິດທະວົງ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມກວດກາປະເມີນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2021 ຢູ່ເມືອງຊຽງຮ່ອນ; ໂດຍມີ ສະຫາຍ ອ່ອນຕາ ນີ້ມນວນ ຮອງເລຂາພັກເມືອງ ຮອງເຈົ້າເມືອງຊຽງ ຮ່ອນ, ມີປະທານກວດກາ, ຄະນະພັກເມືອງ, ເລຂາ-ຮອງເລຂາໜ່ວຍ ພັກເຂົ້າຮ່ວມ.

ສະຫາຍ ອ່ອນຕາ ນີ້ມນວນ ໃຫ້ຮູ້ວ່າ: ການລົງກວດກາປະເມີນໜ່ວຍພັກຄັ້ງນີ້ ເມືອງແມ່ນໄດ້ນໍາເອົານິຕິກໍາ, ເອກະສານຕ່າງໆ ໂດຍການອອກມະຕິແຕ່ງຕັ້ງຄະນະຊີ້ນໍາລວມ ແລະ ຄະນະຮັບຜິດຊອບ ລົງຊີ້ນໍາການປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກ ແໜ້ນ ປະຈໍາປີ 2021 ຢູ່ໃນແຕ່ລະ ຂົງເຂດວຽກງານ ແລະ ຮາກຖານບ້ານຢ່າງລະອຽດຈະແຈ້ງ ແລະ ມີຄວາມພ້ອມທີ່ຈະລົງກວດກາປະເມີນຕົວຈິງໃນຕົ້ນເດືອນທັນວານີ້; ເຊິ່ງໃນນີ້, ອັນເດັ່ນກວ່າໝູ່ແມ່ນການຊີ້ນໍາການຜະລິດລະດູແລ້ງປີ 2022, ເຊິ່ງທົ່ວເມືອງມີເນື້ອທີ່ຜະລິດພືດລະດູແລ້ງທັງໝົດ 2.070 ເຮັກຕາ; ໃນນັ້ນ, ປະກອບມີ ນາ ແຊງໃນເນື້ອທີ່ 850 ເຮັກຕາ ຄາດ ຄະເນຜົນຜະລິດ 3.825 ໂຕນ; ປັດຈຸບັນ, ຕົກກ້ານາແຊງສໍາເລັດແລ້ວ 100% ແລະ ປັກດໍາຈໍາ ນວນໜຶ່ງ, ພືດເສດຖະກິດເນື້ອທີ່ 700 ເຮັກຕາ ຄາດຄະເນຜົນຜະລິດ 17.300 ໂຕນ ປະກອບມີ: ໝາກໂມ, ຖົ່ວເຫຼືອງຂອງນັກລົງທຶນຈາກຈີນ, ການປູກໝາກເຜັດ ແລະ ພືດບໍລິໂພກຕ່າງໆຂອງປະຊາຊົນ.

ໂອກາດດັ່ງກ່າວ, ທ່ານ ພົງສະ ຫວັນ ສິດທະວົງ ໄດ້ເນັ້ນໜັກໃຫ້ການນໍາຂອງເມືອງ ແລະ ທີມງານຂອງແຂວງ ຈົ່ງເອົາໃຈໃສ່ກວດກາ ໜ່ວຍພັກນັບແຕ່ຮາກຖານບ້ານ ຂຶ້ນມາຫາສໍານັກງານ, ອົງການໃນທົ່ວເມືອງຢ່າງເຂັ້ມງວດ, ກວດໃຫ້ເຫັນໄດ້ຈຸດດີ, ແກ້ໄຂໃຫ້ໄດ້ຈຸດອ່ອນຂໍ້ຄົງຄ້າງຕ່າງໆ; ພ້ອມດຽວກັນ, ກໍເອົາໃຈໃສ່ໃນການປະຕິບັດວາລະແຫ່ງຊາດກ່ຽວກັບການແກ້ໄຂບັນຫາຢາເສບຕິດໃຫ້ຖົ່ວເຖິງທ້ອງຖິ່ນຮາກຖານ, ໂດຍສຸມໃສ່ແກ້ໄຂກຸ່ມເປົ້າໝາຍເສບ ແລະ ຄ້າ ຂາຍຢາເສບຕິດຢູ່ບັນດາບ້ານ, ເອົາ ໃຈໃສ່ສົ່ງເສີມປະຊາຊົນປູກພືດ ເປັນສິນຄ້າໃຫ້ຫຼາຍຂຶ້ນ ໂດຍສະ ເພາະແມ່ນພືດທີ່ຈະສົ່ງອອກໄປ ຈີນ ແນໃສ່ເຮັດໃຫ້ປະຊາຊົນມີ ລາຍຮັບທີ່ໝັ້ນທ່ຽງ.