ຄືດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າ ບັນຫາຢາເສບຕິດ ກຳລັງລະບາດໄປ ເກືອບທົ່ວທຸກຂົງເຂດ ບໍ່ວ່າຈະໃນຕົວເມືອງໃຫຍ່ ຫຼື ຊົນນະບົດ ແລະ ມັນໄດ້ ເຂົ້າເຖິງທຸກເພດ, ທຸກໄວ, ທຸກຊັ້ນຄົນ ໃນສັງຄົມ. ໃນໄລຍະຜ່ານມາເຖິງວ່າລັດຖະບານໄດ້ເອົາໃຈໃສ່ທຸ່ມເທທຶນຮອນ, ພາຫະນະ, ກຳລັງພົນ, ນຳໃຊ້ວິທີການ ແລະ ມາດຕະການຕ່າງໆແກ້ໄຂ ແຕ່ບັນຫາດັ່ງກ່າວກໍຍັງສືບຕໍ່ເພີ່ມທະວີຄວາມ ຮຸນແຮງ ແລະ ແລະແພ່ບາດເປັນວົງກວ້າງ. ດ້ວຍເຫດນັ້ນ, ລັດຖະບານຈຶ່ງໄດ້ ຖືເອົາການແກ້ໄຂບັນຫາຢາເສບຕິດເປັນວຽກງານບູລິມະສິດ, ຈຳເປັນ ແລະ ຮີບດ່ວນ; ເຊິ່ງໄດ້ຍົກໃຫ້ເປັນວາລະແຫ່ງຊາດ ເພື່ອສຸມທຸກກຳລັງແຮງສັງຄົມເຂົ້າໃສ່ການແກ້ໄຂບັນຫາດັ່ງກ່າວໃນກຳນົດເວລາທີ່ແນ່ນອນ.

ເມື່ອເວົ້າເຖິງການປາບປາມ ແລະ ແກ້ໄຂບັນຫາຢາເສບຕິດແລ້ວ ທຸກພາກສ່ວນໃນສັງຄົມລ້ວນແຕ່ຕ້ອງໄດ້ມີສ່ວນຮ່ວມນຳກັນ ເພື່ອກຳຈັດບັນຫາຢາເສບຕິດໃຫ້ໝົດໄປຈາກສັງຄົມ ໂດຍສະເພາະ ລວມເຖິງອົງການປົກຄອງທ້ອງຖິ່ນ ແລະ ສະຖາບັນຄອບຄົວຕ້ອງເປັນເຈົ້າການ ແລະ ມີສ່ວນຮ່ວມ.
ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນພາກທີ III ຂໍ້ທີ 24 ໄດ້ລະບຸໄວ້ວ່າ: ອົງການປົກຄອງ ທ້ອງຖິ່ນ ( ແຂວງ, ເມືອງ, ບ້ານ ) ຕ້ອງໂຄສະນາ, ສຶກສາອົບຮົມພົນລະເມືອງທຸກຊັ້ນຄົນ ໂດຍເລີ່ມຈາກໜ່ວຍ, ບ້ານຢູ່ທ້ອງຖິ່ນຂອງຕົນໄດ້ຮູ້ກ່ຽວກັບຜົນຮ້າຍຂອງຢາເສບຕິດ ແລະ ປ້ອງກັນບໍ່ໃຫ້ຕົກເປັນທາດຂອງຢາເສບຕິດ; ໃຫ້ຂໍ້ມູນຕໍ່ເຈົ້າໜ້າທີ່ ແລະ ເປັນເຈົ້າການໃນການຂຶ້ນບັນຊີເປົ້າໝາຍຜູ້ເສບ, ຜູ້ຂົນສົ່ງ, ຄ້າຂາຍຢາເສບຕິດຢູ່ໃນທ້ອງຖິ່ນຂອງຕົນ ເພື່ອວາງແຜນສະກັດກັ້ນ ແລະ ຕ້ານຢາເສບຕິດໃຫ້ປອດຢາເສບຕິດໃນທ້ອງຖິ່ນຕົນເອງເທື່ອລະກ້າວ; ປຸກລະດົມ-ຂົນຂວາຍຜູ້ຕິດຢາເສບຕິດໃຫ້ສະໝັກໃຈເຂົ້າມາປິ່ນປົວ ແລະ ຟື້ນຟູສຸຂະພາບຢູ່ໂຮງໝໍຊຸມຊົນ ແລະ ສູນປິ່ນປົວ ແລະ ຟື້ນຟູສະຂະພາບຜູ້ຕິດຢາເສບ ຕິດ ພ້ອມທັງຕິດຕາມຜູ້ທີ່ໄດ້ຮັບການປິ່ນປົວ ແລະ ອອກໄປຢູ່ຊຸມຊົນຂອງຕົນບໍ່ໃຫ້ ກັບມາເສບຢາອີກ; ເປັນເຈົ້າການໃນການຊອກວຽກເຮັດງານທຳໃຫ້ແກ່ປະຊາຊົນ ທີ່ອອກຢາເສບຕິດແລ້ວ ແລະ ຜູ້ທີ່ຢຸດເຊົາການປູກພືດທີ່ມີສານເສບຕິດ ເພື່ອໃຫ້ເຂົາເຈົ້າມີຊີວິດການເປັນຢູ່ທີ່ດີຂຶ້ນ.

ສຳລັບສະຖາບັນຄອບຄົວ ຫຼື ຄອບຄົວນັ້ນ ມີບົດບາດສຳຄັນ, ມີໜ້າທີ່ ແລະ ຄວາມຮັບຜິດຊອບຕໍ່ການສຶກສາອົບຮົມ, ຕິດຕາມກວດກາການເຄື່ອນ ໄຫວຂອງສະມາຊິກພາຍໃນຄອບຄົວ ແລະ ຍາດພີ່ນ້ອງຂອງຕົນໃຫ້ຮູ້ເຖິງໄພອັນຕະລາຍຂອງຢາເສບຕິດ, ເຄົາລົບ ແລະ ປະຕິບັດລະບຽບກົດໝາຍ ທັງເປັນແບບຢ່າງໃກ້ ຊິດຕິດແທ້ໃຫ້ຄວາມອົບອຸ່ນ, ປຶກສາຫາ ລືໃຫ້ຄຳແນະນຳສະມາຊິກພາຍໃນ ຄອບຄົວ, ເຂົ້າຮ່ວມຂະບວນການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ແລະ ໃຫ້ຄວາມຊ່ວຍເຫຼືອເພື່ອບຳບັດປິ່ນປົວ ເມື່ອສະມາຊິກຄອບຄົວຫາກຕິດຢາເສບຕິດ. ພ້ອມກັນນັ້ນ, ກໍໃຫ້ຕິດຕາມສະມາ ຊິກຄອບຄົວທີ່ອອກຈາກຢາເສບຕິດແລ້ວ ເພື່ອບໍ່ໃຫ້ເຂົາເຈົ້າກັບໄປມົ້ວສຸມຢາເສບຕິດອີກ.

ນອກຈາກສະຖາບັນຄອບຄົວ ແລະ ອົງການປົກຄອງທ້ອງຖິ່ນແລ້ວ, ປະຊາຊົນທຸກຄົນທີ່ອາໄສຢູ່ພືນແຜ່ນດິນລາວ ກໍລ້ວນແຕ່ເປັນສ່ວນສຳຄັນໃນການແກ້ ໄຂບັນຢາເສບຢາເສບຕິດ ຊ່ວຍເປັນຫູເປັນຕາໃຫ້ເຈົ້າໜ້າທີ່ ເມື່ອເຫັນມີປະກົດການຫຍໍ້ທໍ້ ຫຼື ເຫັນບຸກຄົນ, ກຸ່ມຄົນ ພົວພັນຢາເສບຕິດ ກໍຮີບ ຮ້ອນລາຍງານໃຫ້ເຈົ້າໜ້າທີ່ເພື່ອເຂົ້າແກ້ໄຂໃຫ້ທັນເວລາ ຄືດັ່ງຄຳຂວັນທີ່ວ່າ “ ການສະກັດກັ້ນ ແລະ ຕ້ານຢາເສບຕິດແມ່ນໜ້າທີ່ ແລະ ຄວາມຮັບ ຜິດຊອບຂອງທົ່ວສັງຄົມ”. ທັງນີ້ ກໍເພື່ອຫຼຸດອັດຕາການກໍ່ເຫດຮຸນ ແຮງໃນສັງຄົມ ເພື່ອໃຫ້ສັງຄົມມີຄວາມສະຫງົບສຸກ, ປະຊາຊົນຍູ່ທ່າງທຳມະຫາ ກິນ.