ກອງບັນຊາການທະຫານແຂວງໄຊຍະບູລີໄດ້ປາຖະກະຖາວັນຊາດທີ 2 ທັນວາ ຄົບຮອບ 46 ປີ; ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 101 ປີ ໃນວັນທີ 8 ທັນ ວາຜ່ານມາ; ປາຖະກະຖາໂດຍ ພັອ ດາວນ້ອຍ ບຸດບົວທອງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ, ມີບັນດາສະຫາຍ ຄະນະພັກ-ຄະນະບັນຊາຫ້ອງ, ພະແນກການ, ກົມກອງ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ພັອ ດາວນ້ອຍ ບຸດບົວທອງ ໄດ້ຍົກໃຫ້ເຫັນໂດຍສັງຂອບເຖິງຄວາມໝາຍ-ຄວາມສຳຄັນ ແລະ ປະຫວັດມູນເຊື້ອຂອງວັນຊາດ ທີ 2 ທັນວາ 1975; ເຊິ່ງແມ່ນວັນທີ່ມີຄວາມໝາຍສຳຄັນອັນໃຫຍ່ຫຼວງຂອງປະຊາຊົນລາວທັງຊາດ, ເປັນວັນທີ່ປະຊາຊົນລາວເອກອ້າງທະນົງໃຈຕໍ່ຜົນງານ ແລະ ໄຊຊະນະອັນຍິ່ງໃຫຍ່; ເປັນວັນທີ່ປະຊາຊົນລາວໄດ້ຫຼຸດຜົນອອກຈາກການປົກຄອງຂອງພວກລ່າເມືອງຂຶ້ນທັງເກົ່າ ແລະ ໃໝ່ ໂດຍຜ່ານການຕໍ່ສູ້ອັນລະອິດລະອ້ຽວຍືດເຍື້ອຍາວນານ ແລະ ເຕັ້ມໄປດ້ວຍນ້ຳໃຈເສຍສະຫຼະ ແລະ ຮັກຊາດອັນສູງສົ່ງດ້ວຍນໍ້າໃຈອົງອາດກ້າຫານບໍ່ຍອມຈຳນົນຕໍ່ສັດຕູ ເພື່ອກອບກູ້ເອົາເອກະລາດ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ສາມາດຍາດໄດ້ໄຊຊະນະມາສູ່ປະເທດຊາດ; ປະກາດສະຖາປະນາເປັນປະເທດສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ໃຫ້ຊາວໂລກໄດ້ຮັບຮູ້ຢ່າງເປັນທາງການໃນວັນທີ 2 ທັນວາ ປີ 1975 ຢ່າງສະຫງ່າຜ່າເຜີຍ.

ນອກນັ້ນ, ພັອ ດາວນ້ອຍ ບຸດ ບົວທອງ ຍັງຍົກໃຫ້ເຫັນຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງປະທານ ໄກສອນ ພົມວິຫານ ໃນແຕ່ລະໄລຍະໂດຍສະເພາະແມ່ນຄຸນງາມຄວາມດີທີ່ທ່ານໄດ້ສ້າງໄວ້; ປະທານໄກສອນ ພົມວິຫານ ແມ່ນນັກຮັກຊາດຜູ້ຍິ່ງໃຫຍ່, ແມ່ນລູກຜູ້ປະເສີດຂອງປະຊາຊົນລາວບັນດາເຜົ່າ, ແມ່ນນັກປະຕິວັດຜູ້ດີເລີດ, ເປັນຜູ້ນຳສູງສຸດຂອງການປະຕິວັດລາວ ທີ່ມີຄວາມປີຊາສາມາດ, ສະຫຼາດຫຼັກແຫຼມ, ມີໄຫວພິກອັນແຫຼມຄົມ ແລະ ມີນ້ຳໃຈຕໍ່ສູ້ເດັດດ່ຽວໜຽວແໜ້ນ; ເປັນຜູ້ນຳທີ່ແສນເຄົາລົບຮັກຂອງພັກ-ລັດ ແລະ ປະຊາຊົນ ທັງເປັນນັກທິດສະດີ ແລະພຶດຕິກຳ, ເປັນຜູ້ທີ່ມີຄຸນສົມບັດສິນທຳປະຕິວັດອັນສູງສົ່ງ, ມີທັດສະນະມະຫາຊົນຫຼັກໝັ້ນກວ້າງຂວາງ, ທັງເປັນຜູ້ວາງແນວທາງແຜນນະໂຍບາຍຂອງພັກ ແລະ ການຕ່າງປະເທດຢ່າງຖືກ ຕ້ອງເຮັດໃຫ້ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມີບົດບາດໃນເວທີສາກົນນັບມື້ ສູງຂຶ້ນເປັນກ້າວ.