ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຄຳມ່ວນ ພວມເລັ່ງຂະຫຍາຍຜົນຈັບຂະບວນການຄ້າຂາຍຢາເສບຕິດພາຍໃນແຂວງ ມາດຳເນີນຄະດີຕາມຂັ້ນຕອນຂອງລະບຽບກົດໝາຍ ພາຍຫຼັງເຈົ້າໜ້າທີ່ ປກສ ແຂວງຄຳມ່ວນ ຈັບຕົວກຸ່ມແກ້ງມົ້ວສຸມຄ້າຂາຍ, ຈຳໜ່າຍ ແລະ ເສບຢາເສບຕິດໄດ້ 6 ຄົນ ໃນວັນທີ 8 ທັນວາ 2021.

ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ການຈັບກຸມກຸ່ມແກ້ງດັ່ງກ່າວໃນຄັ້ງນີ້ ແມ່ນໄດ້ຮັບລາຍງານຈາກພົນລະເມືອງດີວ່າ ໄດ້ມີກຸ່ມຄົນບໍ່ດີເຄື່ອນໄຫວຄ້າຂາຍ, ຈຳໜ່າຍ ແລະ ມົ້ວສຸມເສບຢາເສບຕິດຢູ່ເຂດບ້ານສົມສະອາດ ເມືອງທ່າແຂກ ແຂວງຄຳມ່ວນ. ດັ່ງນັ້ນ, ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງຕິດຕາມກວດກາສະຖານທີ່ດັ່ງກ່າວ ເຫັນວ່າມີຂໍ້ມູນຄວາມຈິງ. ພໍຮອດເວລາ 14:00 ໂມງ ຂອງວັນທີ 8 ທັນວາ, ຈຶ່ງໄດ້ເຫັນເປົ້າໝາຍທີ່ສົ່ງໄສມີການເຄື່ອນໄຫວຈຳໜ່າຍຢາເສບຕິດ (ປະເພດຢາບ້າ), ເຊິ່ງເອົາເຮືອນເປັນບ່ອນມົ້ວສຸມຄ້າຂາຍ, ຈຳໜ່າຍ ແລະ ເສບຢາເສບຕິດ; ເມື່ອເຫັນແນວນັ້ນ, ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ຈຶ່ງສະແດງຕົວເຂົ້າຈັບກຸມສາມາດຄຸມຕົວຜູ້ຖືກຫາໄດ້ 6 ຄົນ, ພ້ອມທັງກວດຄົ້ນພົບເຫັນຢາບ້າຈຳນວນ 227 ເມັດ.

ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ ຈຶ່ງຮູ້ວ່າ ຜູ້ຖືກຫາ ທັງ 6 ຄົນ ມີດັ່ງນີ້:

  • ທ້າວ ບຸນທົງ (ນ້ອຍ) ທີ່ເປັນເຈົ້າຂອງເຮືອນ, ອາຍຸ 36 ປີ, ກຳມະກອນ ຢູ່ບ້ານສົມສະອາດ.
  • ທ້າວ ໄຊຍາ (ໂລ້) ອາຍຸ 33 ປີ, ກຳມະກອນ ຢູ່ບ້ານຈອມ ເພັດ.
  • ທ້າວ ຈັນດາ (ກະດາດ) ອາຍຸ 28 ປີ, ກຳມະກອນ ຢູ່ບ້ານຈອມເພັດ.
  • ທ້າວ ຊ້າງນ້ອຍ ອາຍຸ 28 ປີ, ກຳມະກອນ ຢູ່ບ້ານຈອມທອງ.
  • ທ້າວ ປິກ ໄຊຍາເພັດ ອາ ຍຸ 32 ປີ, ອາຊີບກຳມະກອນ ຢູ່ບ້ານຈອມເພັດ ເມືອງທ່າແຂກ ແຂວງຄຳມ່ວນ. ສ່ວນຢາບ້າຈຳນວນດັ່ງກ່າວ ແມ່ນໄດ້ຊື້ມາຈາກກຸ່ມແກ້ງຮ່ວມ ຂະບວນການດຽວກັນ ເພື່ອມາມົ້ວສຸມເສບຮ່ວມກັນ.