ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈຳປີ 2021 ແລະ ວາງທິດທາງແຜນການປີ 2022 ຂອງກະຊວງ ປກສ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2021 ຢູ່ທີ່ຫ້ອງປະຊຸມສະໂມສອນກະຊວງ (ສະໜາມມ້າ) ພາຍໃຕ້ການເປັນປະທານຂອງ ພົອ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີ ກະຊວງ ປກສ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ປກສ ແຂວງ ແລະ ພະນັກງານຫຼັກແຫຼ່ງພາຍໃນກະຊວງ ປກສ ເຂົ້າຮ່ວມ.

ພົຈວ ຈັນສະແຫວງ ທິບຄູນທອງ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈຳປີ 2021 ແລະ ວາງທິດທາງແຜນການປີ 2022 ໂດຍສະເພາະການຈັດຕັ້ງປະຕິບັດ 4 ຄາດໝາຍ, 4 ແຜນງານ, 41 ໂຄງການທີ່ກະຊວງວາງອອກ, ເຊິ່ງໄດ້ຍົກໃຫ້ເຫັນຫຼາຍບັນຫາທີ່ກຳລັງ ປກສ ສາມາດຍາດມາໄດ້ໃນ 1 ປີ ຜ່ານມາ ເປັນຕົ້ນແມ່ນວຽກງານການຮັກສາຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ໃນທົ່ວປະເທດມີຄະດີອາຍາເກີດຂຶ້ນທັງໝົດ: 6.554 ຄັ້ງ (ບໍ່ນັບອຸບັດຕິເຫດ ແລະ ອັກຄີໄພ) ມ້າງໄດ້ 5.066 ຄັ້ງ, ກັກຕົວຜູ້ຖືກຫາ 7.666 ຄົນ ຍິງ 949 ຄົນ, ຄົນຕ່າງປະເທດ 133 ຄົນ ຍິງ 4 ຄົນ (ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 345 ຄັ້ງ ເທົ່າກັບ 5,55%), ຄະດີອາຍາທົ່ວໄປ 2.541 ຄັ້ງ, ມ້າງໄດ້ 1.639 ຄັ້ງ, ຄະດີຄ້າມະນຸດ 33 ຄັ້ງ, ມ້າງໄດ້ 20 ຄັ້ງ; ເດັ່ນກວ່າໝູ່ແມ່ນບັນຫາຢາເສບຕິດ ມີ 3.407 ຄະດີ, ຄະດີເສດຖະກິດ 351 ຄະດີ ແລະ ລັກຊັບພົນລະເມືອງ 1.409 ຄະດີ, ຄະດີອຸບັດຕິເຫດທົ່ວປະເທດເກີດຂຶ້ນທັງໝົດ: 4.808 ຄັ້ງ, ພາຫະນະເປ່ເພ 8577 ຄັນ, ຄົນໄດ້ຮັບບາດເຈັບ 7.334 ຄົນ, ເສຍຊີວິດ 704 ຄົນ; (ທຽບໃສ່ປີ 2020 ອຸບັດຕິເຫດຫຼຸດລົງ 591 ຄັ້ງ, ຄົນເສຍຊີວິດຫຼຸດລົງ 120 ຄົນ) ສະເພາະນະຄອນຫຼວງວຽງຈັນ ອຸປະຕິ ເຫດເກີດຂຶ້ນທັງໝົດ 765 ຄັ້ງ, ທຽບໃສ່ປີ 2020 ຫຼຸດ ລົງ 148 ຄັ້ງ, ຄົນເສຍຊີວິດຫຼຸດລົງ 10 ຄົນ), ອັກຄີໄພເກີດຂຶ້ນທັງ ໝົດ 179 ຄັ້ງ, ຜົນເສຍຫາຍຄົນ ເສຍຊີວິດ 12 ຄົນ, ເຮືອນ 104 ຫຼັງ, ລີສອດ 6 ຫຼັງ, ຫໍພັກລວມ 10 ຫຼັງ, ກຸດຕິວັດ 3 ຫຼັງ, ໂຮງງານ 4 ຫຼັງ, ສາງເກັບມ້ຽນເຄື່່ອງ 5 ຫຼັງ, ຮ້ານຂາຍເຄື່ອງ 9 ຮ້ານ, ລົດໃຫຍ່ 16 ຄັນ, ລົດຈັກ 8 ຄັນ ແລະອື່ນໆ ລວມມູນຄ່າເສຍຫາຍທັງໝົດປະ ມານ 106.783.000.000 ກີບ (ໜຶ່ງຮ້ອຍຫົກຕື້ ເຈັດຮ້ອຍແປດສິບສາມລ້ານກີບ), ຄະດີຢາເສບຕິດເກີດຂຶ້ນທັງໝົດ 3.407 ຄັ້ງ, ກັກຕົວຜູ້ຖືກຫາໄດ້ 4.759 ຄົນ ຍິງ 484 ຄົນ (ທຽບໃສ່ປີຜ່ານມາ ຫຼຸດລົງ 112 ຄັ້ງ ເທົ່າກັບ 0,77%) ສາມາດຢຶດຂອງກາງໄດ້: ເຮໂຣ ອິນ 3.391,79 ກິໂລກຼາມ, ຢາ ບ້າ 14.209,53 ກິໂລກຼາມ, ຢາ ອີ 1.396 ເມັດ, ແປ້ງຝຸ່ນນໍາ ມາປະສົມຜະລິດຢາເສບຕິດ 10.655,37 ກິໂລກຼາມ, ຝິ່ນ 17,81 ກິໂລກຼາມ, ຢາໄອສ໌ 2.570,88 ກິໂລກຼາມ, ນໍ້າຢາເຄມີ 10 ກິໂລກຼາມ, ກັນຊາ 5.777,69 ກິໂລກຼາມ, ລົດໃຫຍ່ 120 ຄັນ, ລົດຈັກ 706 ຄັນ, ເຮືອ 2 ລໍາ, ອາວຸດປືນ 27 ກະບອກ, ລູກປືນ 420 ລູກ, ປັດຈຸບັນທົ່ວປະເທດ ມີນັກໂທດ, ຜູ້ຖືກຫາ ແລະ ດັດສ້າງ ທັງໝົດ 33.888 ຄົນ ຍິງ 2.498 ຄົນ, ນັກໂທດພາຍໃນ 16.944 ຄົນ ຍິງ 1.977 ຄົນ, ນັກໂທດຕ່າງປະເທດ 398 ຄົນ ຍິງ 27 ຄົນ, ຜູ້ຖືກດັດສ້າງ 6.532 ຄົນ ຍິງ 112 ຄົນ, ທຽບໃສ່ໄລຍະດຽວ ກັນຂອງປີ 2020 ເພີ່ມຂຶ້ນ 937 ຄົນ, ຍິງຫຼຸດລົງ 492 ຄົນ.

ພ້ອມນີ້, ທ່ານຍັງຍົກໃຫ້ເຫັນການຫັນລົງກໍ່ສ້າງຮາກຖານການເມືອງ, ເຊິ່ງໄດ້ຕັ້ງໜ້າຫັນກໍາລັງລົງກໍ່ສ້າງຮາກຖານຕາມ 4 ຄາດໝາຍ, 4 ເນື້ອໃນ, ຕາມ 3 ທິດສ້າງຂອງພັກ-ລັດ ກໍຄື ກໍາລັງປ້ອງກັນຄວາມສະຫງົບ ໂດຍຫັນເປັນແຜນການ, ໂຄງການອັນລະອຽດ ແລະ ມີຈຸດສຸມໃນແຕ່ລະແຂວງ ຄື: ບໍ່ແກ້ວ, ຫຼວງນ້ໍາທາ, ຫົວພັນ, ວຽງຈັນ, ໄຊ ສົມບູນ, ຄໍາມ່ວນ ແລະ ນະຄອນຫຼວງວຽງຈັນ ລວມມີ 17 ຕົວ ເມືອງ, ມີ 101 ກຸ່ມບ້ານ ແລະ ມີ 537 ບ້ານ, ສາມາດຂຶ້ນສະຖິຕິ ຂອງພົນລະເມືອງໃນທົ່ວປະເທດ ມີ 17 ແຂວງ, 1 ນະຄອນຫຼວງ, 3 ນະຄອນ ມີ 5.408 ບ້ານ, 1.158 ກຸ່ມບ້ານ, 148 ເມືອງ, ມີ 1.297.086 ຫຼັງຄາເຮືອນ, ມີ 1.358,447 ຄອບຄົວ, ມີພົນລະເມືອງທັງໝົດ 7.158.793 ຄົນ ຍິງ 3.593.236 ຄົນ, ຕິດຕາມການເກັບກໍາຂໍ້ມູນ ເຂົ້າຮ່າງ ແບບຟອມສໍາມະໂນຄົວ ດ້ວຍລະບົບທັນສະໄໝ ໄດ້ 8 ແຂວງ ມີ: 5.093 ຄອບຄົວ, ຈໍານວນພົນ 24.516 ຄົນ ຍິງ 14.167 ຄົນ, ພິມປື້ມສໍາມະໂນຄົວລາວເເບບໃໝ່ຢູ່ 9 ຕົວເມືອງຂອງນະຄອນຫຼວງວຽງຈັນ ໄດ້ 11.856 ຄອບ ຄົວ, ຈໍານວນພົນ 56.489 ຄົນ ຍິງ 29.316 ຄົນ, ຈົດທະບຽນສໍາມະໂນຄົວຕ່າງດ້າວໄດ້ທັງໝົດ 142 ຄອບຄົວ ມີຈໍານວນພົນ 306 ຄົນ ຍິງ 113 ຄົນ ແລະ ວຽກງານອື່ນໆ.

ສຳລັບທິດທາງແຜນການ ປີ 2022 ແມ່ນຈະສຸມໃສ່ໃນການຜັນຂະຫຍາຍ ແລະ ຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢ່າງເລິກເຊິ່ງເຖິງຖອງ, ໂປ່ງໃສ ແລະ ເດັດຂາດ, ເພີ່ມທະວີປັບປຸງກໍ່ສ້າງວຽກງານພັກ ແລະ ກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບ ໃຫ້ປອດໃສເຂັ້ມແຂງ ໜັກແໜ້ນ, ປັບປຸງແບບແຜນການບັງຄັບບັນຊາທີ່ເດັດດ່ຽວ-ເດັດຂາດ, ເພີ່ມຂີດຄວາມສາມາດ, ຈັນຍາບັນ-ຈັນຍາທໍາ ແລະ ມີຄວາມທັນສະໄໝ; ເຊີດຊູບົດບາດການນໍາພາເດັດຂາດ-ໂດຍກົງ ແລະ ຮອບດ້ານຂອງພັກ ຕໍ່ວຽກງານປ້ອງກັນຄວາມສະຫງົບ, ຕັ້ງໜ້າຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກຢ່າງແຂງແຮງ, ຕິດພັນກັບການຈັດຕັ້ງປະຕິບັດທິດນໍາ 3 ສ້າງ ຂອງພັກໃນຂົງເຂດວຽກ ງານປ້ອງກັນຄວາມສະຫງົບໃຫ້ເປັນຮູບປະທໍາ, ມີປະສິດທິພາບ ແລະ ປະສິດທິຜົນສູງຢ່າງແທ້ຈິງ, ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງຢ່າງແຂງ ແຮງ, ເຮັດໃຫ້ວຽກງານປ້ອງກັນຄວາມສະຫງົບ ກາຍເປັນສະຕິ ແລະ ຄວາມຮັບຜິດຊອບຮ່ວມກັນຂອງທົ່ວສັງຄົມ, ເປັນເຈົ້າການກັນ, ສະກັດກັ້ນ ແລະ ແກ້ໄຂບັນດາໜໍ່ແໜງກໍ່ຄວາມບໍ່ສະຫງົບໃຫ້ໄດ້ ໂດຍພື້ນຖານ, ຮັບປະກັນບໍ່ໃຫ້ເກີດເຫດການຄວາມບໍ່ສະຫງົບທາງ ດ້ານການເມືອງທີ່ຮ້າຍ ແຮງ, ຖ້າຫາກເກີດຢູ່ບ່ອນໃດຕ້ອງແກ້ໄຂໃຫ້ຂາດຕົວຢູ່ບ່ອນນັ້ນບໍ່ປະໃຫ້ແພ່ລາມກວ້າງອອກ, ບໍ່ປະໃຫ້ແກ່ຍາວເວລາ ຫຼື ສົ່ງຜົນກະທົບເຖິງຄວາມໝັ້ນຄົງຂອງຊາດຢ່າງເດັດຂາດ, ຕັ້ງໜ້າສ້າງພະລາທິການໃຫ້ກໍາລັງປ້ອງກັນຄວາມສະຫງົບສາມາດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດຂອງພັກທີ່ພົວພັນເຖິງວຽກງານປ້ອງກັນຄວາມຫງົບໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.