ເມືອງດາກຈຶງ ແຂວງເຊກອງ ໄດ້ຈັດພິທີເຜີຍແຜ່, ເຊື່ອມຊຶມຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາ ເສບຕິດຂຶ້ນໃນວັນທີ 14 ທັນວາ 2021; ເຜີຍແຜ່ໂດຍ ພົຈວ ສົມໄຊ ພູລະຄໍາມະນີ ຄະນະປະຈຳພັກແຂວງ, ເລຂາພັກ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫົງບແຂວງເຊກອງ, ມີຫົວໜ້າ, ພະແນກ, ຮອງພະແນກ, ຫົວໜ້າ ປກສ ກຸ່ມ ພ້ອມດ້ວຍອົງການປົກຄອງບ້ານທົ່ວ ເມືອງດາກຈຶງ ເຂົ້າຮ່ວມ.

ພົຈວ ສົມໄຊ ພູລະຄໍາມະນີ ໄດ້ກ່າວຕໍ່ພິທີວ່າ: ການຈັດຕັ້ງເຜີຍແຜ່ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດແມ່ນມີຄວາມສໍາຄັນ ແລະ ຈໍາເປັນທີ່ສຸດເພາະເປັນການຍົກສູງຄວາມຮູ້ຄວາມເຂົ້າໃຈຄວາມເປັນເອກະພາບ ທາງດ້ານທັດສະນະ ແລະ ຄວາມຮັບຜິດຊອບໃນການຊີ້ນຳໆພາຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນຂອງກຳລັງປ້ອງກັນຄວາມສະຫງົບ ໃນການປະຕິບັດວຽກຕົວຈິງ ທັງກຳໄດ້ເນື້ອໃນທີ່; ເປັນພື້ນຖານຮັບປະກັນໃຫ້ແກ່ການແກ້ໄຂບັນຫາຢາເສບຕິດດຳເນີນເປັນລະບົບຕໍ່ເນື່ອງ, ເດັດຂາດ, ໂປ່ງໃສ, ເຂັ້ມງວດ ເປັນມືອາຊີບ ແລະ ທັນເວລາ ພ້ອມທັງແກ້ໄຂສາເຫດເງື່ອນໄຂທີ່ພາໃຫ້ເກີດບັນຫາຢາເສບຕິດໃຫ້ຖືກກັບສະພາບ ຈຸດພິເສດແຕ່ລະກົມກອງຂະແໜງການ ແລະ ທ້ອງຖິ່ນແຕ່ລະຂັ້ນ; ໂດຍປະຕິບັດຕາມຄໍາສັ່ງ ຂອງ ນາຍົກລັດຖະມົນຕີສະບັບເລກທີ 19/ນຍ, ລົງວັນທີ 4 ຕຸລາ 2021, ຄໍາສັ່ງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກ ທີ 1851/ປກສ, ລົງວັນທີ 05 ຕຸລາ 2021 ວ່າ ດ້ວຍການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ແລະ ແຜນດຳ ເນີນງານຂອງກອງບັນຊາການປ້ອງກັນຄວາມສະຫົງບ ສະບັບເລກທີ 1843/ປກສ, ລົງວັນທີ 5 ຕຸລາ 2021 ວ່າດ້ວຍການແກ້ໄຂບັນຫາຢາເສບ ຕິດ ( 2021- 2023 ).

ໃນຂະນະດຽວກັນ, ພົຈວ ສົມໄຊ ພູລະຄໍາ ມະນີ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ຈົ່ງພ້ອມກັນເອົາໃຈໃສ່ຈັດຕັ້ງເຜີຍແຜ່ວາລະ ແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ແຕ່ລະກຸ່ມບ້ານພາຍໃນເມືອງໃຫ້ກຳລັງປ້ອງກັນຄວາມສະຫງົບຢູ່ຂັ້ນຮາກຖານ ພ້ອມທັງເອົາໃຈໃສ່ໂຄສະນາຜົນຮ້າຍ, ຜົນກະທົບຂອງຢາເສບຕິດໃຫ້ສັງຄົມຮັບຮູ້, ສ້າງຄວາມເຂັ້ມແຂງ ທາງດ້ານຄອບຄົວ, ສ້າງບ້ານປອດຢາເສບຕິດ- ຕິດພັນກັບການສ້າງບ້ານປ້ອງກັນຄວາມສະຫງົບສຸກ; ການແກ້ໄຂບັນຫາກຳລັງເຈົ້າໜ້າທີ່ມີການ ພົວພັນກັບບັນຫາຢາເສບຕິດໃຫ້ໜົດໄປ.

ໂອກາດດັ່ງກ່າວ, ພົຈວ ສົມໄຊ ພູລະຄຳມະນີ ໄດ້ມອບເງິນມູນຄ່າ 2.000.000 ກີບ ໃຫ້ກອງບັນຊາການ ປກສ ເມືອງດາກຈຶງ ເພື່ອນຳໃຊ້ເຂົ້າໃນນຳໃຊ້ເຂົ້າໃນແກ້ໄຂບັນຫາຢາເສບຕິດ 2021-2023; ຮັບໂດຍ ພັທ ຫຸມໃຈ ແກ້ວສີບຸນເຮືອງ ຫົວໜ້າກອງບັນຊາການ ປກສ ເມືອງດາກຈຶງ.