ໃນລະຫວ່າງວັນທີ 7-9 ທັນວາ 2021; ຫ້ອງການ ປກສ 9 ກຸ່ມບ້ານ ຄື ປກສ ກຸ່ມບ້ານທົ່ງປຸງ, ບ້ານສົບຊີມ, ບ້ານນາເຕີຍ, ບ້ານຫ້ວຍດຳ, ບ້ານຫຼວງ, ບ້ານຈະເລີນສຸກ, ບ້ານຫຼັກຄຳ, ບ້ານທົ່ງອົ້ມ, ບ້ານ ທົ່ງໄຈ້ ແລະ ບ້ານເທດສະບານ ເມືອງຫຼວງນ້ຳທາ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນທ້າຍປີ 2021; ເປັນປະທານໂດຍ ພັທ ເປີ່ງແກ້ວ ແສນທໍາ ມະຂັນ ຫົວໜ້າກອງບັນຊາການ ປກສ ເມືອງຫຼວງ ນ້ຳທາ.

ພັທ ບຸນມີ ຫຼ້າຫຼວງລາດ ຫົວໜ້າ ປກສ ກຸ່ມບ້ານທົ່ງໄຈ້ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນທ້າຍປີ 2021 ແລະ ທິດທາງແຜນການ 6 ເດືອນຕົ້ນປີ 2022 ຂອງຫ້ອງການ ປກສ ກຸ່ມບ້ານ ທົ່ງໄຈ້ ປະກອບມີ 9 ໝູ່ບ້ານ; ມີ 1.322 ຫຼັງຄາເຮືອນ, ມີ 1.624 ຄອບຄົວ, ມີພົນລະເມືອງ 7.697 ຄົນ, ຍິງ 3.643 ຄົນ; ໄດ້ຂຶ້ນສຳມະໂນຄົວຖືກຕ້ອງແລ້ວ 7.692 ຄົນ; ໃນໄລຍະຜ່ານມາ ພະນັກງານແຕ່ລະສະ ຫາຍແມ່ນມີແນວຄິດອຸ່ນອ່ຽນທຸ່ນທ່ຽງຕໍ່ໜ້າທີ່ວຽກງານມີຄວາມສາມັກຄີ, ເຊື່ອໝັ້ນຕໍ່ການນຳພາຂອງ ພັກ-ລັດ, ມີແບບແຜນວິທີເຮັດວຽກ, ມີຄວາມຮັບ ຜິດຊອບສູງຕໍ່ໜ້າທີການເມືອງການຈັດຕັ້ງມອບໃຫ້ ແລະ ມີຜົນສຳເລັດດີ.

ພ້ອມກັນນີ້, ຍັງໄດ້ເຄື່ອນໄຫວແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນພາຍໃນກຸ່ມ; ສາມາດມ້າງຄະນະດີຢາເສບຕິດໄດ້ 11 ເລື່ອງ ພ້ອມຂອງ ກາງຢາບ້າ 16.865 ເມັດ, ຝິ່ນປະມານ 3 ກິໂລ, ຍັງມີບັນຫາຂີ້ລັກງັດແງະ ແລະ ບັນຫາສາສະໜາອີກ ຈຳນວນໜຶ່ງ; ນອກນັ້ນ, ປກສ ກຸ່ມອື່ນໆ ກໍໄດ້ສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນທ້າຍປີ 2021 ສະແດງໃຫ້ເຫັນຜົນງານໃນຫຼາຍດ້ານເຊັ່ນກັນ.

ໂອກາດດັ່ງກ່າວ, ພັທ ເປີ່ງແກ້ວ ແສນທໍາມະຂັນ ຫົວໜ້າກອງບັນຊາການ ປກສ ເມືອງ ໄດ້ກ່າວສະແດງຄຳຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາຄະນະ ປກສ ກຸ່ມ ບ້ານ ພ້ອມດ້ວຍພະນັກງານ-ນັກຮົບຍາດມາໄດ້ໃນ ໄລຍະຜ່ານມາ ແລະ ໄດ້ເນັ້ນໃຫ້ພ້ອມກັນສືບຕໍ່ເຮັດວຽກງານການເມືອງ-ແນວຄິດ ໃຫ້ພະນັກງານ ແລະ ພໍ່ແມ່ປະຊາຊົນໃຫ້ເປັນປົກກະຕິ; ສືບຕໍ່ແກ້ໄຂວຽກງານວິຊາສະເພາະທີ່ຍັງຄົງຄ້າງໃຫ້ມີຄວາມວ່ອງໄວ ແລະ ຖືກຕ້ອງກັບລະບຽບກົດໝາຍ. ພ້ອມດຽວ ກັນນັ້ນ ກໍໃຫ້ຫັນເອົາພະນັກງານ-ນັກຮົບ ຜູ້ທີ່ມີ ຄວາມສາມາດ, ມີທັດສະນະມະຫາຊົນກວ້າງຂວາງ ເພື່ອນຳພາພໍ່ແມ່ປະຊາຊົນບັນດາເຜົ່າເຮັດວຽກງານ ປກຊ-ປກສ ໃຫ້ມີຄວາມເຂັ້ມແຂງເທື່ອລະກ້າວ.