ກອງປະຊຸມທົດລອງການດຳເນີນການກວດກາປະເມີນຜົນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຢູ່ບ້ານໃຫຍ່ ເມືອງທົ່ງມີໄຊ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 14 ທັນວາ 202; ເປັນປະທານໂດຍ ສະຫາຍ ພັອ ດາວນ້ອຍ ບຸດບົວທອງ ຄະນະປະຈຳພັກແຂວງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ ແລະ ສະຫາຍ ດາວສິດ ທິແກ້ວ ຮອງເລຂາຄະນະບໍລິຫານງານພັກເມືອງທົ່ງມີໄຊ, ມີບັນດາສະຫາຍກຳມະການປະຈຳພັກເມືອງ, ກໍາມະການພັກເມືອງ; ຫົວໜ້າຫ້ອງການ; ຮອງຫ້ອງການ, ອົງການ, ກົມກອງ, ເລຂາໜ່ວຍພັກບ້ານ; ທີມງານຂັ້ນແຂວງ, ເມືອງ, ອົງການປົກຄອງບ້ານ ຕະຫຼອດຮອດພໍ່ ແມ່ປະຊາຊົນພາຍໃນບ້ານໃຫຍ່ ເຂົ້າຮ່ວມ.

ສະຫາຍ ນາງ ບົວສອນ ອິນທະວົງ ຮອງເລຂາ ພັກເມືອງ ປະທານຄະນະກວດກາພັກເມືອງ ໄດ້ ເຜີຍແຜ່ເຊື່ອມຊຶມຄຳສັ່ງເລກທີ 01/ກມສພ ລົງວັນທີ 3 ມັງກອນ 2018 ວ່າດ້ວຍການເພີ່ມທະວີການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄຳແນະນຳເລກທີ 04/ ຄພຂ.ຊຍ ກ່ຽວກັບການຈັດຕັ້ງປະຕິບັດຄຳແນະນຳຂອງຄະ ນະຈັດຕັ້ງສູນການພັກ ວ່າດ້ວຍການເພີ່ມທະວີ ການສ້າງໜ່ວຍພັກປອດໃສ ເຂັ້ມແຂງ, ໜັກແໜ້ນ, ຄໍາແນະນຳຂອງຄະນະຈັດຕັ້ງແຂວງ ສະບັບເລກ ທີ 273/ຄຈສພ ລົງວັນທີ 11 ພະຈິກ 2020 ກ່ຽວກັບການຈັດຕັ້ງປະຕິບັດຄຳແນະນຳຂອງຄະ ນະປະຈຳພັກແຂວງ ວ່າດ້ວຍການເພີ່ມທະວີການ ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ເອກະສານສຶກສາອົບຮົມການເມືອງແນວຄິດ ສະມາຊິກພັກ-ພະນັກງານ; ເອກະສານປະເມີນ ໜ່ວຍພັກປອດໃສ ເຂັ້ມແຂງ, ໜັກແໜ້ນ, ປະເມີນດຳລັດ 348 ແລະ ເສີມຂະຫຍາຍມູນເຊື້ອ ຂອງຊາດ-ສັງຄົມ ເປັນຕົ້ນແມ່ນສັງຄົມສາມັກຄີປອງດອງການຜະລິດເປັນສິນຄ້າ.

ຕິດພັນກັບການແກ້ໄຂຄວາມທຸກຍາກ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆຂອງບ້ານ ການທົດລອງກວດ ກາປະເມີນໜ່ວຍພັກໃນຄັ້ງນີ້ ແມ່ນການຈັດຕັ້ງປະຕິບັດວິທີການເພື່ອເອົາບົດຮຽນສືບຕໍ່ຈັດຕັ້ງ ປະຕິບັດຂະຫຍາຍໄປບ້ານອື່ນຕໍ່ໆໄປ ແລະ ການກວດການຕີລາຄາການນຳພາຂອງໜ່ວຍພັກ ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຜົນງານ ອັນພົ້ນເດັ່ນຕ້ານ ແລະ ແກ້ໄຂຈຸດອ່ອນຂໍ້ຄົງຄາງ ແນໃສ່ເຊີດຊູບົດບາດຄວາມສາມາດນຳພາຂອງ ໜ່ວຍພັກຍົກສູງຄວາມເປັນແບບຢ່າງນຳໜ້າ ຂອງຜັນແຖວສະມາຊິກພັກ ຮັບປະກັນໃຫ້ພັກ ເຮົາເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ຍົກສູງຄຸນນະພາບຂອງໜ່ວຍພັກ ແລະ ສະ ມາຊິກພັກ ມີຄວາມຫັນປ່ຽນຢ່າງຕັ້ງໜ້າສາມາດເປັນແກນນຳທີ່ເຂັ້ມແຂງຂອງຮາກຖານ.

ຈາກນັ້ນທີມງານຂອງເມືອງທີ່ໄດ້ເຂົ້າຮ່ວມ ພ້ອມກັນລົງເກັບກຳຢູ່ບັນດາຂະແໜງການຂອງ ບ້ານ ແລະ ໜ່ວຍຄຸ້ມຄອງພົນລະເມືອງເພື່ອເກັບກຳຂໍ້ມູນດ້ານຕ່າງໆຕາມຈຸດປະສົງຄາດໝາຍທີ່ ວາງອອກກອງປະຊຸມດັ່ງກ່າວນີ້ແມ່ນຈະໄດ້ດຳ ເນີນໄປເປັນເວລາ 6-7 ວັນ ຈຶ່ງຈະສໍາເລັດ.