ກອງບັນຊາການ ປກສ ເມືອງໄຊພູທອງ ແຂວງສະຫວັນນເຂດ ໄດ້ຈັດຕັ້ງເຊື່ອມຊຶມມະຕິ XI ຂອງພັກປະຊາຊົນປະຕິວັດລາວ ໃນວັນທີ 14 ທັນວາ 2021; ມີສະຫາຍ ພັທ ຄໍາພາ ຄໍາມະວົງ ຄະນະປະຈໍາພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງໄຊພູທອງ ແລະ ສະຫາຍ ເກີດມີ ຈັນທິລາດ ຮອງເລຂາພັກເມືອງ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ, ມີສະຫາຍ, ມີບັນດາຄະນະພັກ-ຄະນະບັນຊາ, ສະມາຊິກພັກເຂົ້າຮ່ວມ.

ໃນພິທີ, ສະຫາຍ ພັທ ຄໍາພາ ຄໍາມະວົງ ກ່າວວ່າ: ການຈັດຕັ້ງກອງປະຊຸມເຊື່ອມຊຶມຄັ້ງນີ້, ແນໃສ່ເຮັດໃຫ້ພະນັກງານນໍາພາ-ຄຸ້ມຄອງແຕ່ລະຂັ້ນກອງບັນຊາການ ປກສ ເມືອງໄຊພູທອງ ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ກໍາແໜ້ນເນື້ອໃນມະຕິ XI ຂອງສູນກາງພັກ ໂດຍສະເພາະແມ່ນ ເນື້ອໃນສໍາຄັນຕົ້ນຕໍ ແລະ ວຽກງານຈຸດສຸມທີ່ຕ້ອງເອົາໃຈໃສ່ນໍາພາ-ຊີ້ນໍາຢູ່ໃນແຕ່ລະຂົງເຂດວຽກງານຕາມຄວາມຮັບຜິດຊອບຂອງຕົນ; ຕິດພັນກັບການເສີມຂະຫຍາຍຄວາມເປັນເຈົ້າການໃນການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກໃຫ້ເປັນແຜນງານ, ເປັນໂຄງການ ແລະ ກິດຈະກໍາລະອຽດໃນຂະແໜງການຕົນ ເພື່ອຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນຕົວຈິງ, ສ້າງໄດ້ຜົນສໍາເລັດໃໝ່ໃນພາລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດໃນໄລຍະໃໝ່.

ນອກນັ້ນ, ຍັງເປັນການຄົ້ນຄວ້າເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ XI ຂອງພັກໃຫ້ໄດ້ການຫັນປ່ຽນໃໝ່ຢ່າງແຂງແຮງ ແລະ ເປັນລະບົບໂດຍເລີ່ມຈາກການຫັນປ່ຽນດ້ານແນວຄິດ, ຈິນຕະ ນາການສູ່ການກະທໍາຕົວຈິງ ເພື່ອແກ້ໄຂຈຸດອ່ອນ ແລະ ບັນຫາຄົງຄ້າງ, ສືບຕໍ່ນໍາພາ-ຊີ້ນໍາ ແລະ ປັບປຸງແຜນດໍາເນີນງານພາຍໃນກົມກອງຂອງຕົນ; ຂຸດຄົ້ນທຸກທ່າແຮງບົ່ມຊ້ອນຂອງຂະແໜງການ, ທ້ອງຖິ່ນຕົນສ້າງເປັນແຜນວຽກບຸລິມະສິດຄືນໃໝ່ໃຫ້ຕິດພັນກັບມະຕິ XI ຂອງພັກ, ເດັດ ດ່ຽວ, ແກ້ໄຂຈຸດອ່ອນຂໍ້ຄົງຄ້າງພາຍໃນພັກ, ຮັບປະກັນບົດບາດການເຄື່ອນໄຫວນໍາພາຕົວຈິງທີ່ ເຂັ້ມແຂງຂອງການຈັດຕັ້ງພັກທຸກຂັ້ນ, ສ້າງໃຫ້ໄດ້ພະນັກງານສືບທອດປ່ຽນແທນໃນແຕ່ລະດັບ ແລະ ແຕ່ລະຂັ້ນ, ສຸມທຸກກໍາລັງແຮງຄວາມສາມາດຂອງຂະແໜງການ ແລະ ທ້ອງຖິ່ນຕົນ ເພື່ອ ຈັດຕັ້ງປະຕິບັດບັນດາໜ້າວຽກເລັ່ງດ່ວນຈໍານວນໜຶ່ງຂອງພັກ-ລັດມອບໝາຍໃຫ້ສໍາເລັດຕາມລະ ດັບຄາດໝາຍ.