ໃນວັນທີ 22 ທັນວັນ 2021, ຫ້ອງກຳມະບານ ປກສ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນຊາດທີ 2 ທັນວາ ຄົບຮອບ 46 ປີ (2 ທັນວາ 1975-2 ທັນວາ 2021), ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 101 ປີ (13 ທັນວາ 1920-13 ທັນວາ 2021) ແລະ ຜົນສໍາເລັດການກໍ່ສ້າງທາງລົດໄຟລາວ-ຈີນ; ໂດຍການເປັນປະທານ ແລະ ປາຖະກະຖາຂອງ ພັອ ວັນນະເລດ ບຸດຕະວົງ ຫົວໜ້າຫ້ອງກຳມະບານ ປກສ, ມີຄະນະພັກ-ຄະນະຫ້ອງ ແລະ ພະນັກງານ-ນັກຮົບ ພາຍໃນຫ້ອງກໍາມະບານ ເຂົ້າຮ່ວມ.

ພັອ ວັນນະເລດ ບຸດຕະວົງ ໄດ້ຍົກໃຫ້ເຫັນເຖິງມູນເຊື້ອ ແລະ ຄວາມໝາຍສໍາຄັນຂອງວັນຊາດ 2 ທັນວາ ວ່າ: ຊາດລາວມີມູນເຊື້ອທີ່ສະຫງ່າ ອົງອາດ ໃນການຕໍ່ສູ້ຕ້ານການຮຸກຮານຂອງສັດຕູຈາກພາຍນອກ; ປະຊາຊົນລາວບັນດາເຜົ່າພາຍໃຕ້ການນຳພາຂອງພັກ ປະຊາຊົນປະຕິວັດລາວ ໄດ້ສາມັກຄີກັນຕໍ່ສູ້ຢ່າງພິລະອາດຫານຕ້ານການຮຸກຮານ ແລະ ການຄອບຄອງຂອງພວກຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ ສາມາດປົດປ່ອຍປະເທດຊາດຢ່າງມີໄຊ; ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.

ທ່ານ ປະທານ ໄກສອນ ພົມວິຫານ ແມ່ນນັກຮັກຊາດຜູ້ຍິ່ງໃຫຍ່, ແມ່ນລູກຜູ້ປະເສີດຂອງປະຊາຊົນລາວບັນດາເຜົ່າ, ເປັນຜູ້ນຳສູງສຸດຂອງການປະຕິວັດລາວ ທີ່ມີຄວາມປີຊາສາມາດ, ມີໄຫວພິບອັນແຫຼມຄົມ ແລະ ມີນໍ້າໃຈຕໍ່ສູ້ອັນເດັດດ່ຽວໜຽວແໜ້ນ ເປັນຜູ້ນຳທີ່ແສນເຄົາລົບຮັກຂອງພັກ-ລັດ ແລະ ປະຊາຊົນ ແລະ ເປັນວິລະບູລຸດຂອງຊາດລາວເຮົາ; ການກໍ່ສ້າງທາງລົດໄຟລາວ-ຈີນ, ເຊິ່ງໂຄງການດັ່ງກ່າວໄດ້ວາງສີລາລຶກ ໃນວັນທີ 2 ທັນວາ 2015, ໄດ້ເລີ່ມລົງມືກໍ່ສ້າງຕົວຈິງໃນວັນທີ 25 ທັນວາ 2016 ເປັນຕົ້ນມາ ເຖິງກາງປີ 2021 ໂຄງການກໍ່ສ້າງລົດໄຟລາວ-ຈີນ ໄດ້ສໍາເລັດ 100% ແລະ ໄດ້ເປີດນໍາໃຊ້ຢ່າງເປັນທາງການ ໃນວັນທີ 2 ທັນວາ 2021; ໃນໂອກາດສະເຫຼີມສະຫຼອງວັນຊາດ ສປປ ລາວ ຄົບຮອບ 46 ປີ, ເຊິ່ງໂຄງການດັ່ງກ່າວເປັນໂຄງການຕົວແບບຂອງນະໂຍບາຍ ໜຶ່ງແລວໜຶ່ງເສັ້ນທາງ ແມ່ນໂຄງການຮ່ວມມືຂອງສອງລັດຖະບານ, ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແມ່ນໂຄງການທີ່ມີຄວາມສໍາຄັນເປັນພິເສດມີຄວາມໝາຍທາງປະຫວັດສາດ ແລະ ຍຸດທະສາດຂອງປະເທດເຮົາ ເຊິ່ງຈະເປັນພື້ນຖານໂຄງລ່າງທາງດ້ານເສດຖະກິດທີ່ໜັກແໜ້ນ ແລະ ຍືນຍົງຂອງປະເທດເຮົາໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມຂອງຊາດ ກໍຄືການຈັດຕັ້ງປະຕິບັດນະໂຍບາຍຫັນປະເທດຂອງເຮົາຈາກສະຖານະພາບດ້ອຍພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລໃຫ້ເປັນປະເທດທີ່ເຊື່ອມຈອດກັບພາກພື້ນ ແລະ ສາກົນ.