ໃນວັນທີ 15 ທັນວ່າ 2021, ເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະ ປກສ ແຂວງບໍລິຄໍາໄຊ ໄດ້ຮັບການລາຍງານຈາກພົນລະເມືອງດີ ວ່າມີກຸ່ມຄົນຈໍານວນໜຶ່ງຈະມີການຄ້າ-ຂາຍ ຈຶ່ງໄດ້ນຳກຳລັງເຂົ້າສະກັດກັ້ນ ພ້ອມຈັບກຸມຜູ້ກະທໍາຜິດ ແລະ ຢຶດຢາເສບຕິດນໍາໄປສອບສວນ.

 ເຈົ້າໜ້າທີ່ ເປີດເຜີຍວ່າ: ໄດ້ຮັບແຈ້ງຈາກພົນລະເມືອງດີວ່າຈະຂົນສົ່ງຢາເສບຕິດປະເພດ (ຢາບ້າ) ຢູ່ເຂດບ້ານຫົງທອງ ເມືອງທ່າພະບາດ ແຂວງບໍລິຄໍາໄຊ .ຈາກນັ້ນ, ຈຶ່ງນໍາໃຊ້ກໍາລັງວິຊາສະເພາະລົງກວດກາແຫຼງຂ່າວເຫັນວ່າ ມີມູນຄວາມຈິງຈຶ່ງໄດ້ວາງແຜນຈັດຕັ້ງກໍາລັງລົງລັດ ເພື່ອສະກັດເປົ້າໝາຍ; ຮອດເວລາປະມານ 18: 00 ໂມງ ຂອງວັນທີ 16 ທັນວາ 2021 ຈຶ່ງພົບເຫັນເປົ້າໝາຍ 2 ຄົນ ຂີ່ລົດຈັກຕິດຊາເລັ້ງຈໍານວນ 2 ຄັນ, ກໍາລັງຂັບຂີ່ລົງທາງທ່ານໍ້າແຄມຂອງ ເຂດບ້ານຫົງທອງ, ເຈົ້າໜ້າທີ່ຈຶ່ງໄດ້ສະເເດງຕົວເຂົ້າກັກລົດຈັກຊາເລັ້ງຈໍານວນ 2 ຄັນດັ່ງກ່າວ ແລະ ເຮືອຫາງຍາວ ຈໍານວນ 2 ລໍາ, ພ້ອມຂອງກາງຢາເສບຕິດປະເພດຢາບ້າຈໍານວນ 6 ເປົາມີ 1.203 ມັດ ເທົ່າກັບ 2.406.000 ເມັດ ໄວ້ເປັນຫຼັກຖານສ່ວນເຈົ້າຂອງລົດທັງສອງຄັນໄດ້ເອົາຕົວຫຼົບໜີແລ່ນເຂົ້າປ່າ.

ເຈົ້າໜ້າທີ່ໄດ້ໃຫ້ຮູ້ຕື່ມ ອີກວ່າ: ກຸ່ມຄົນທີ່ກໍາລັງເຄື່ອນໄຫວຂົນສົ່ງຢາເສບຕິດປະເພດ (ຢາບ້າ) ທີ່ໄດ້ນໍາໃຊ້ລົດຈັກຊາເລັ້ງຈໍານວນ 2 ຄັນ, ເຊິ່ງບັນທຸກຢາບ້າ ຈໍານວນ 6 ເປົາມີ 1.203 ມັດ ເທົ່າກັບ 2.406.000 ເມັດ ລົງໄປທ່ານໍ້າແຄມຂອງເຂດບ້ານຫົງທອງ ເມືອງທ່າພະບາດ ເພື່ອເອົາຂຶ້ນເຮືອຈັກຫາງຍາວຈໍານວນ 2 ລໍາ, ຄາດວ່າຈະສົ່ງຂ້າມໄປຍັງປະເທດເພື່ອນບ້ານ.

ປັດຈຸບັນ, ເຈົ້າໜ້າທີ່ກໍາລັງດໍາເນີນການສືບສວນ-ສອບສວນຊອກຫາເຈົ້າຂອງລົດຈັກຊາເລັ້ງຈໍານວນດັ່ງກ່າວ ແລະ ຜູ້ເປັນເຈົ້າຂອງເຮືອຫາງຍາວ ມາດໍາເນີນການສືບສວນ-ສອບສວນ ເພື່ອຂະຫຍາຍຜົນຫາພັກພວກຜູ້ທີ່ເປັນເຈົ້າຂອງຢາເສບຕິດມາດໍາເນີນຄະດີຕາມລະບຽບກົດໝາຍຢ່າງເຂັ້ມງວດ.