ໃນຄັ້ງວັນທີ 25 ຕຸລາ 2021 ເວລາ 8:00 ໂມງ ເຈົ້າໜ້າທີ່ ປກສ ແຂວງຈໍາປາສັກ ໄດ້ຮັບການລາຍງານທາງໂທລະສັບຈາກຜູ້ເສຍຫາຍໄດ້ມີຄົນຮ້າຍບໍ່ຮູ້ຈຳນວນລັກຕັດເອົາສາຍໄຟຟ້າຢູ່ໂຮງງານສັງກະສີ ທີ່ຕັ້ງຢູ່ເຂດບ້ານລົມສັກເໜືອ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ. ດັ່ງນັ້ນ, ເຈົ້າໜ້າທີ່ວິຊາສະເພະ ຈຶ່ງໄດ້ສົມທົບກັບພາກສວ່ນທີ່ກຽ່ວລົງສະຖານທີ່ດັ່ງກ່າວເພື່ອເກັບກຳຂໍ້ມູນຫຼັກຖານ ແລະ ຕິດຕາມເປົ້າໝາຍ.

ເຈົ້າໜ້າທີ່ຕຳຫຼວດພະແນກສືບສວນ-ສອບສວນ  ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ ພາຍຫຼັງຮັບແຈ້ງກໍໄດ້ຕິດຕາມເປົ້າໝາຍ ຮອດວັນທີ 26 ຕຸລາ 2021 ຈຶ່ງສາມາດກັກຕົວຜູ້ຖືກຫາໄດ້ ຊື່ ທ້າວ ໃຜ່ ອາຍຸ 16 ປີ ແລະ ທ້າວ ສຸວັນ ອາຍຸ 21 ປີ ທັງສອງກໍາມະກອນ ບ້ານລົມສັກເໜືອ ເມືອງບາຈຽງຈະເລີນສູກ ແຂວງຈຳປາສັກ, ທັງສອງສາລະພາບວ່າ ໄດ້ເຄື່ອນໄຫວລັກຜ່ານມາເຖິງ 5 ຄັ້ງຄື:

ຄັ້ງທີ 1: ເວລາ 21 ໂມງ ເດືອນ ສິງຫາ 2021, ໄດ້ໄປລັກຕັດສາຍໄຟ ແລະ ໄປປອກເອົາລວດທອງແດງ ຢູ່ຫ້ອງແຖວໂຮງງານສັງກະສີ, ໄດ້ 3  ກິໂລກຼາມ, ເອົາໄປຂາຍຢູ່ຮ້ານຊີ້-ຂາຍເຫຼັກເສດ ເຂດຫຼັກ 13 ເມືອງບາຈຽງ ຈະເລີນສຸກ ໄດ້ເງິນ 60.000 ກີບ; ຄັ້ງທີ 2 :ຕົ້ນເດືອນກັນຍາ 2021, ເວລາ 19:00 ໂມງ, ພາກັນໄປລັກເຫຼັກຢູ່ໂຮງງານບ່ອນເກົ່າໄປຂາຍໄດ້ເຫຼັກແຜ່ນຂະໜາດ 20 x 1,50 cm  ແລະ ນອ໋ດເຫຼັກ 60 ກິໂລກຼາມ ໄປຂາຍຢູ່ຮ້ານຊີ້-ຂາຍເຫຼັກເສດບ່ອນເກົ່າໄດ້ເງິນ 120.000 ກີບ ແລ້ວຊື້ຢາບ້າ 3 ເມັດມາເສບ; ຄັ້ງທີ 3: ເດືອນກັນຍາ 2021, ເວລາ 18 ໂມງ, ໄດ້ໄປລັກເອົາເຫຼັກອີກ 1 ແຜ່ນຢູ່ໂຮງງານບ່ອນເກົ່າແລ້ວເອົາໃສ່ລົດສາມລໍ້ໄປຂາຍຢູ່ຮ້ານບ່ອນເກົ່າໄດ້ເງິນ 300.000 ແລ້ວເອົາໄປຊື້ຢາບ້າ ຈໍານວນ 3 ເມັດມາເສບ; ຄັ້ງທີ 4: ເດືອນກັນຍາ 2021, ເວລາ 18 ໂມງ, ທ້າວໃຜ່ ໄດ້ໄປລັກຕັດເອົາສາຍໄຟ ແລະ ປອກເອົາລວດທອງແດງຢູ່ໂຮງງານດາຟີໄດ້ປະມານ 10 ກິໂລ ແລ້ວນໍາເອົາໄປຂາຍຢູ່ຮ້ານຊື້-ຂາຍເຫຼັກເສດບ່ອນເກົ່າໄດ້ເງິນຈຳນວນ 700.000 ກີບ. ສໍາລັບຄັ້ງ  5 ວັນທີ 25 ຕຸລາ 2021, ໄດ້ພາກັນໄປລັກຕັດສາຍໄຟຢູ່ໂຮງງານສັງກະສີ ບ່ອນເກົ່າ ແລະ ເອົາໄປເຊື່ອງໄວ້ຫ່າງຈາກຈຸດບ່ອນລັກປະມານ 200 ແມັດ. ສຸດທ້າຍມາຮອດວັນທີ 26 ຕຸລາ 2021, ທັງສອງຄົນຈຶ່ງຖືກເຈົ້າໜ້າທີ່ກັກຕົວ ພ້ອມເຄື່ອງຂອງກາງອີກຈຳນວນໜຶ່ງ ເງິນທີ່ໄດ້ມາແມ່ນໄດ້ເອົາໄປຊື້ຢາບ້າ ແລະ ໄຊ້ຈ່າຍຈົນໝົດສ່ວນຄະດີດັ່ງກ່າວຍັງຢູ່ໃນຂັ້ນຕອນດຳເນີນຕາມລະບຽບ