ເຈົ້າໜ້າທີ່ ປກສ ເມືອງປາກຊ່ອງ ໃຫ້ຮູ້ວ່າ: ໃນວັນທີ  1 ທັນວາ 2021, ເຈົ້າໜ້າທີ່ວິຊາສະເພາະ ໄດ້ຮັບການແຈ້ງຄວາມຈາກນາງ ຫຼ້າ ອາຍຸ 39 ປີ,  ບ້ານໜອງເຂືອງໃຫຍ່ ເມືອງປາກຊ່ອງ ແຂວງຈຳປາສັກ ວ່າ: ມີຄົນຮ້າຍໄດ້ໄປລັກເອົາເງິນຂອງຜູ້ກ່ຽວ ຈຳນວນ 70.000.000 ກີບ ທີ່ມ້ຽນໄວ້ໃນ ຫ້ອງນອນ.

ຫຼັງຈາກໄດ້ຮັບແຈ້ງຄວາມແລ້ວ, ທາງເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ລົງເກັບກຳຂໍ້ມູນຫຼັກຖານສະຖານທີ່ ເກີດເຫດເຫັນວ່າ ມີມູນຄວາມຈິງ. ຫຼັງຈາກນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ມີການສອບຖາມ ແລະ ປະຕິບັດຕາມຫຼັກການວິຊາສະເພາະ. ຈົນຮອດເວລາ 15:00 ໂມງຂອງວັນດຽວກັນ ຈຶ່ງຮູ້ວ່າ: ຄົນຮ້າຍຊື່ ທ້າວ ເອກຊະນະ ອາຍຸ 18 ປີ, ກຳມະກອນ ບ້ານແກ້ວສຳພັນ ນະຄອນປາກເຊ ແຂວງຈຳປາສັກ. ຈາກນັ້ນ ,ຈຶ່ງໄດ້ກັກຕົວຜູ້ກ່ຽວມາດຳເນີນຄະດີ.

ຜ່ານການສອບສວນຂອງເຈົ້າໜ້າທີ່, ຜູ້ກ່ຽວໄດ້ຮັບສາລະພາບວ່າ: ໃນຕົ້ນເດືອນພະຈິກ 2021, ຜູ້ກ່ຽວແມ່ນໄດ້ມາເກັບກາເຟ ຊ່ວຍພໍ່ເຖົ້າຢູ່ບ້ານໜອງເຂືອງໃຫຍ່ ເມືອງປາກຊ່ອງ ແຂວງຈຳປາສັກ. ຮອດວັນທີ 1 ທັນວາ 2021, ເວລາ 10:00 ນາທີ ຜູ້ກ່ຽວແມ່ນໄດ້ເອົາກາເຟໄປຂາຍໃຫ້ນາງ ຫຼ້າ ຢູ່ບ້ານໜອງເຂືອງໃຫຍ່ ເມືອງປາກຊ່ອງ ແຂວງຈຳປາສັກ ຈຳນວນ 2 ກິໂລ ໄດ້ເງິນ 16.000 ກີບ, ພາຍຫຼັງຊື້-ຂາຍກັນແລ້ວ ຜູ້ກ່ຽວໄດ້ຍ່າງໄປທາງຫຼັງເຮືອນຂອງຜູ້ຖືກເສຍຫາຍ ແລ້ວແນມເຫັນປະຕູເປີດຢູ່ສັງເກດເຫັນວ່າ ບໍ່ມີຄົນຢູ່ ຜູ້ກ່ຽວຈຶ່ງໄດ້ເຂົ້າໄປໃນຫ້ອງນອນ ເຫັນກະເປົາສີຟ້າ ໄດ້ໄຂເບິ່ງເຫັນເງິນ. ແຕ່ບໍ່ຮູ້ຈຳນວນເງິນ ຈຶ່ງໄດ້ລັກເອົາເງິນກັບເມືອເຮືອນຂອງຕົນ. ຈາກນັ້ນ, ຮອດເວລາ 15:00 ນາທີ ຂອງວັນດຽວກັນ ເຈົ້າໜ້າທີ່ໄດ້ເຂົ້າຕົວຢູ່ເຮືອນຂອງຜູ້ກ່ຽວ ພ້ອມກັບເງິນຈຳນວນທີ່ລັກໄປ. ຈາກນັ້ນ, ໄດ້ສົ່ງຕົວຜູ້ກ່ຽວໄປດຳເນີນຄະດີຕາມກົດໝາຍ.