ໃນຄັ້ງວັນທີ 10 ມັງກອນ 2022, ເວລາ 13:30 ໂມງ ເຈົ້າໜ້າທີ່ໜ່ວຍງານຄະດີອາຍາ-ເສດຖະກິດ ປກສ ເມືອງສອງຄອນ ເເຂວງສະຫວັນນະເຂດ ໄດ້ຮັບລາຍງານຈາກ ປກສ ບໍລິການປະຊາຊົນ ກຸ່ມບ້ານທີ 4 ( ຫນອງບົວທ່າ ) ວ່າ: ທ້າວ ຄໍາວົງ ຫຼື ຫືດ ອາຍຸ 45 ປີ ເມົາຢາເສບຕິດ ເເລ້ວເອົາ ພ້າໄລ່ຝັນພໍ່-ແມ່ປະຊາຊົນຢູ່ໃນບ້ານໜອງວັດ ເມືອງສອງຄອນ ເເຂວງສະຫວັນນະເຂດ. ຈາກນັ້ນ, ທາງເຈົ້າໜ້າທີ່ ຈຶ່ງໄດ້ສົມທົບກັບການຈັດຕັ້ງບ້ານ ໜອງວັດ ເພື່ອຈະເອົາຕົວຜູ້ກໍ່ເຫດອາລະວາດໄປຝາກຢູ່ສູນດັດສ້າງຫຼັກ 33 ຄໍາສະຫວ່າງ.

ເຈົ້າໜ້າທີ່ ປກສ ເມືອງສອງອນ ໃຫ້ຮູ້ວ່າ: ໃນມື້ເກີດເຫດຄອບຄົວພໍ່-ແມ່ຂອງຜູ້ກ່ຽວ ຈຶ່ງໄດ້ເຂົ້າມາສະເໜີຕໍ່ການຈັດຕັ້ງບ້ານໜອງວັດ ແລະ ເຈົ້າ ໜ້າທີ່ ປກສ ກຸ່ມບ້ານທີ 4 (ໜອງບົວທ່າ) ເພື່ອເອົາຜູ້ກ່ຽວໄປດັດສ້າງຕື່ມອິກ ໂດຍທາງຜູ້ປຶກໄດ້ເຮັດໃບມອບສິດ ເເລ້ວທາງການຈັດຕັ້ງບ້ານ ແລະ ເຈົ້າໜ້າທີ່ ປກສ ກຸ່ມ ຈຶ່ງໄດ້ຈັດຕັ້ງກໍາລັງວິຊາສະເພາະລົງ ໄປຮອດສະຖານທີ່ດັ່ງກ່າວໃນເວລາ 13:00 ໂມງ ຂອງວັນດຽວກັນ ເຫັນຜູ້ກ່ຽວ ໄດ້ເອົາ ພ້າໄລ່ຟັນ ນາງ ຄອນ ອາຍຸ 60 ປີ ປະຊາຊົນ ພາຍໃນບ້ານ ເຈັບຢູ່ກົກເເຂນເບື້ອງຊ້າຍ. ເມື່ອເຫັນເຫດການແນວນັ້ນ, ທາງເຈົ້າຫນ້າທີ່ ປກສ-ປກຊ ບ້ານ ແລະ ປກສ ກຸ່ມ ຈຶ່ງໄດ້ເຂົ້າໄປຊ່ວຍເອົາ ນາງ ຄອນ ອອກມາ. ແຕ່ຜູ້ກ່ຽວຍັງໄດ້ຖືຟ້າແລ່ນເຂົ້າມາຟັນ, ທ້າວ ກອງມະນີ ອາຍຸ 47 ປີ ຫົວໜ້າກອງ ຮ້ອຍ ປກສ ບ້ານ ໄດ້ຮັບບາດເຈັບຫຍິບ 3 ເຂັມ ເເລະ ຢູ່ຫຼັງເບື້ອງຊ້າຍໜຶ່ງບາດແຜ. ເມື່ອເປັນແນວນັ້ນ, ທ້າວ ບຸນຈັນ ອາຍຸ 59 ປີ ຫົວຫນ້າ ປກສ ບ້ານ ຈຶ່ງໄດ້ບອກໃຫ້ຜູ້ກ່ຽວຢຸດ ແຕ່ຜູ້ກ່ຽວບໍ່ຢຸດ ພ້ອມທັງຖືຟ້າແລ່ນເຂົ້າມາຫາອີກ, ແລ້ວທ້າວ ບຸນຈັນ ຈຶ່ງໄດ້ໃຊ້ປືນ AK ຍິງຂຶ້ນຟ້າ 3 ນັດ ເພື່ອນາບຂູ່ໃຫ້ຜູ້ກ່ຽວຢຸດ. ແຕ່ຜູ້ກ່ຽວຍັງໄດ້ຖືຟ້າແລ່ນເຂົ້າມາໃກ້ ປະມານ 5 ຫາ 6 ແມັດ, ທ້າວ ບຸນຈັນ ຈຶ່ງໄດ້ຍິງປືນລົງໃສ່ພື້ນທາງເປຕົງ 1 ນັດ, ເຮັດໃຫ້ລູກປືນພົ້ງໄປຖືກທ້າວ ຄໍາວົງ ຫຼື ຫືດ ເສຍຊີວິດ ແລະ ໄດ້ມອບໃຫ້ຄອບຄົວພໍ່-ແມ່ ແລະ ການຈັດຕັ້ງບ້ານ ນໍາໄປປະກອບ ພິທີທາງສາສະໜາ.

ສ່ວນທ້າວ ບຸນຈັນ ເຈົ້າໜ້າທີ່ກອງບັນຊາການທະຫານເມືອງສອງຄອນ ໄດ້ນໍາຕົວໄປໄວ້ທີ່ກອງບັນຊາການ. ຜ່ານມາ, ຜູ້ເສຍຊີວິດແມ່ນເສບຢາ ເສບຕິດ (ຢາບ້າ), ເອົາໄປດັດສ້າງມາເເລ້ວ 4 ຄັ້ງ ຄື: ດັດສ້າງຢູ່ສູນຫຼັກ 33 ຄໍາສະຫວ່າງ 3 ຄັ້ງ ເເລະ ເອົາໄປປິ່ນປົວຢູ່ສູນຫຼັກ 26 ຫນຶ່ງຄັ້ງ, ແຕ່ຜູ້ກ່ຽວ ບໍ່ມີການປ່ຽນແປງ.