ພາຍຫຼັງທີ່ລັດຖະບານກໍຄືສະພາແຫ່ງ ຊາດໄດ້ຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຫຼາຍພາກສ່ວນກໍໄດ້ເອົາໃຈໃສ່ ຈັດຕັ້ງປະຕິບັດ ແລະ ນໍາໄປຈັດ ຕັ້ງຜັນຂະຫຍາຍເຂົາສູ່ວຽກງານຕົວຈິງ; ເຊິ່ງໃນນີ້, ທາງຄະນະກອງເສນາຊ່ວຍວຽກຄະນະຮັບຜິດຊອບຊີ້ນຳກໍ່ສ້າງ ຮາກຖານປະຈຳນະຄອນຫຼວງວຽງຈັນ (ນວ) ກໍໄດ້ນຳພາມາຈັດຕັ້ງຜັນຂະຫຍາຍເປີດຂະບວນການວຽກງານກໍ່ ສ້າງຮາກຖານການເມືອງ ເພື່ອຈັດຕັ້ງ ປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍໄດ້ກໍານົດເອົາວາລະແຫ່ງຊາດ ເປັນບູລິມະສິດອັນດັບໜຶ່ງ ເປັນຕົ້ນແມ່ນວາ ລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາ ເສບຕິດໃນ ນວ, ພ້ອມທັງຊຸກຍູ້ລະດົມ ຂົນຂວາຍພໍ່-ແມ່ປະຊາຊົນໃຫ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ການແກ້ໄຂບັນຫາຢາເສບຕິດ; ໃນນີ້, ການຈັດຕັ້ງປະຕິບັດຕົວຈິງຄະນະຮັບຜິດຊອບຈະ ລົງກວດກາປະເມີນຄືນບັນດາບ້ານທີ່ໄດ້ຮັບນາມມະຍົດເປັນ ບ້ານປອດຢາເສບຕິດ.

ພັທ ເສີມໃສ ປີຍະວົງ ຫົວໜ້າຫ້ອງຄຸ້ມ ຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ນວ, ຄະນະກອງເສນາຊ່ວຍວຽກຄະນະຮັບ ຜິດຊອບຊີ້ນຳກໍ່ ສ້າງຮາກຖານປະຈຳນວກ່າວ ວ່າ: ໃນໄລຍະຜ່ານມາ, ວຽກງານກໍ່ສ້າງຮາກຖານການເມືອງ ແມ່ນໄດ້ປະຕິບັດຕາມຄຳສັ່ງກົມການເມືອງສູນກາງພັກ, ລັດຖະບານ, ກະຊວງ ປກສ , ຄະນະພັກ, ອົງການປົກຄອງ ນວ ໂດຍໄດ້ມອບໝາຍໃຫ້ກຳລັງ ປກສ ນວ ຍົກສູງຄວາມຮັບຜິດຊອບການເມືອງ ໃນ ການຫັນກໍາລັງລົງກໍ່ສ້າງຮາກຖານການເມືອງຢູ່ໃນ 3 ເຂດ ຄື: ເຂດບໍລິເວນຊາຍແດນ, ເຂດບໍລິເວນຊົນນະບົດຫ່າງໄກສອກຫຼີກ, ຫັນລົງຢູ່ຕົວເມືອງ ໃຫຍ່ຊຸມຊົນໜາແໜ້ນ ບັນດາວຽກຈຸດສຸມຂອງວຽກງານກໍ່ສ້າງຮາກຖານ; ເຊິ່ງພວກເຮົາໄດ້ຈັດເປັນບູລິມະສິດດັ່ງນີ້:

ອັນດັບ 1: ແມ່ນວຽກງານຄຸ້ມຄອງສຳ ມະໂນຄົວ ຕິດພັນກັບການ ຈັດລະບຽບສັງຄົມ,

ອັນດັບ 2: ວຽກງານຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ,

ອັນດັບ 3: ພວກເຮົາໄດ້ເຮັດ ວຽກງານກວດກາຄຸ້ມຄອງ ແລະ ແກ້ໄຂຄົນ ຕ່າງປະເທດທີ່ລະເມີດລະບຽບກົດໝາຍ,

ອັຍດັບ 4: ປັບປຸງກຳລັງ ປກສ ບ້ານ ໃຫ້ມີຄຸນນະພາບໃນການເຄື່ອນໄຫວວຽກງານ; ພາຍຫຼັງທີ່ມີມະຕິ, ຄຳສັ່ງການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 2021-2023, ພວກເຮົາຈຶ່ງໄດ້ຫັນລົງກໍ່ສ້າງຮາກຖານການເມືອງໃນຊຸດນີ້ແມ່ນໄດ້ຫັນເອົາວຽກງານວາລະ ແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາ ຢາເສບຕິດ ເປັນບູລິມະສິດອັນດັບ 1, ເຊິ່ງຈະໄດ້ເນັ້ນໃສ່ໃນການເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຂອງ ຢາເສບຕິດ ໃຫ້ປະຊາຊົນ ຮັບຮູ້ ນັບທັງໃນຕົວເມືອງ ແລະ ຊານເມືອງ, ພ້ອມທັງປະເມີນຄືນບ້ານທີ່ໄດ້ຮັບນາມມະຍົດເປັນບ້ານປອດຢາເສບຕິດໃນ ກ່ອນໜ້ານີ້ ຈໍາ ນວນ 348 ບ້ານ ຢູ່ 9 ຕົວເມືອງ ນວ, ສໍາລັບບ້ານທີ່ບໍ່ໄດ້ຮັບນາມມະຍົດແມ່ນຈະໄດ້ຊຸກຍູ້ ໃຫ້ອໍານາດການປົກຄອງບ້ານລະດົມພໍ່- ແມ່ ປະຊາຊົນຮ່ວມແຮງຮ່ວມໃຈກັນສ້າງບ້ານຕົນເອງໃຫ້ເປັນບ້ານປອດຢາເສບຕິດ ແລະ ເປັນ ບ້ານປ້ອງກັນຄວາມສະຫງົບດີ ເພື່ອຈັດຕັ້ງວາລະແຫ່ງ ຊາດແກ້ໄຂຢາເສບຕິດໃຫ້ໄດ້ຕາມຄາດໝາຍ 2021-2023.

ການຜັນຂະຫຍາຍເປີດຂະບວນການວຽກງານກໍ່ສ້າງຮາກຖານການເມືອງ ເພື່ອຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕົວຈິງນັ້ນແມ່ນໄດ້ກໍານົດເອົາບ້ານໂນນຊາຍ ເປັນບ້ານທົດລອງທໍາອິດຂອງເມືອງປາກງື່ມ ແລະ ນວ ເພື່ອເປັນການຖອດຖອນຊອກບົດຮຽນທີ່ເປັນ ເອກະພາບກັນໃນວຽກງານຫັນລົງກໍ່ສ້າງຮາກຖານການ ເມືອງ ຕິດພັນກັບວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດວາລະແຫ່ງຊາດແກ້ໄຂ ບັນຫາຢາເສບຕິດເປັນວຽກທີ່ໃໝ່ຍັງບໍ່ທັນໄດ້ມີບົດຮຽນ, ຕົວແບບ, ບໍ່ທັນໄດ້ມີສູດ, ຕຳລາ. ສະນັ້ນ, ຈຶ່ງຕ້ອງຫັນລົງມາເຮັດຕົວຈິງ ເພື່ອຖອດເອົາບົດ ຮຽນ ແລະ ປະສົບການຕົວ ແບບທີ່ດີ ແລະ ຈະນໍາໄປຈັດຕັ້ງຜັນຂະຫຍາຍໄປບ້ານອື່ນ ແລະ ກຸ່ມບ້ານອື່ນ ທົ່ວເມືອງປາກງື່ມ ແລະ ທົ່ວ ນວ.

ນອກຈາກນີ້, ພັທ ເສີມໃສ ປີຍະວົງ ຍັງ ໄດ້ຮຽກຮ້ອງມາຍັງອົງການປົກຄອງຂັ້ນບ້ານ ແລະ ພະນັກງານກໍ່ສ້າງຮາກຖານການເມືອງ, ພະນັກງານກຸ່ມ ບ້ານ ແລະ ພໍ່-ແມ່ປະຊາຊົນຊາວ ນວ ຈົ່ງໃຫ້ການຮ່ວມມື ໃນການປະກອບສ່ວນ ຈັດຕັ້ງຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ຂອງພັກໃຫ້ປະກົດຜົນເປັນຈິງ ໂດຍສະເພາະການປົກປັກຮັກສາບັນດາບ້ານຢູ່ລຽບຕາມບໍລິເວນຊາຍແດນ ຮັກສາຄວາມສະ ຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ ໃນ ຜືນແຜ່ນດິນອັນຄົບຖ້ວນໃຫ້ໝັ້ນຄົງ.

ພາຍຫຼັງທີ່ລັດຖະບານກໍຄືສະພາແຫ່ງຊາດໄດ້ຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຫຼາຍພາກສ່ວນກໍໄດ້ເອົາໃຈໃສ່ຈັດ ຕັ້ງປະຕິບັດ ແລະ ນໍາໄປຈັດ ຕັ້ງຜັນຂະຫຍາຍເຂົາສູ່ວຽກງານຕົວຈິງ; ເຊິ່ງໃນນີ້, ທາງຄະນະກອງເສນາຊ່ວຍວຽກຄະນະຮັບຜິດຊອບຊີ້ນຳກໍ່ສ້າງຮາກ ຖານປະຈຳນະຄອນຫຼວງວຽງຈັນ (ນວ) ກໍໄດ້ນຳພາມາຈັດຕັ້ງຜັນຂະຫຍາຍເປີດຂະບວນການວຽກງານກໍ່ສ້າງຮາກຖານການເມືອງ ເພື່ອຈັດຕັ້ງປະຕິ ບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາ ເສບຕິດ ໂດຍໄດ້ກໍານົດເອົາວາລະແຫ່ງຊາດ ເປັນບູລິມະສິດອັນດັບໜຶ່ງ ເປັນຕົ້ນແມ່ນວາລະແຫ່ງ ຊາດວ່າດ້ວຍການແກ້ໄຂບັນຫາຢາ ເສບຕິດໃນ ນວ, ພ້ອມທັງຊຸກຍູ້ລະດົມ ຂົນຂວາຍພໍ່-ແມ່ປະຊາຊົນ ໃຫ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການແກ້ ໄຂບັນຫາຢາເສບຕິດ; ໃນນີ້, ການຈັດຕັ້ງປະຕິບັດຕົວຈິງຄະນະຮັບຜິດຊອບຈະລົງກວດກາປະເມີນຄືນບັນ ດາບ້ານທີ່ໄດ້ຮັບນາມມະຍົດເປັນບ້ານ ປອດຢາເສບຕິດ.

ພັທ ເສີມໃສ ປີຍະວົງ ຫົວໜ້າຫ້ອງຄຸ້ມ ຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ນວ, ຄະນະກອງເສນາຊ່ວຍວຽກຄະນະຮັບຜິດຊອບຊີ້ນຳກໍ່ ສ້າງຮາກຖານປະຈຳນວກ່າວວ່າ: ໃນໄລຍະຜ່ານມາ, ວຽກງານກໍ່ສ້າງຮາກ ຖານການເມືອງແມ່ນໄດ້ປະຕິບັດຕາມຄຳສັ່ງກົມການເມືອງສູນກາງພັກ, ລັດຖະບານ, ກະຊວງ ປກສ , ຄະນະພັກ, ອົງການປົກຄອງ ນວ ໂດຍໄດ້ມອບໝາຍໃຫ້ກຳລັງ ປກສ ນວ ຍົກສູງຄວາມຮັບຜິດຊອບການເມືອງໃນ ການຫັນກໍາລັງລົງກໍ່ສ້າງຮາກຖານການເມືອງຢູ່ໃນ 3 ເຂດ ຄື: ເຂດບໍລິເວນຊາຍແດນ, ເຂດບໍລິ ເວນຊົນນະບົດຫ່າງໄກສອກຫຼີກ, ຫັນລົງຢູ່ຕົວເມືອງ ໃຫຍ່ຊຸມຊົນໜາແໜ້ນ ບັນດາວຽກຈຸດສຸມຂອງວຽກງານກໍ່ສ້າງຮາກຖານ; ເຊິ່ງພວກເຮົາໄດ້ຈັດເປັນບູລິມະສິດອັນດັບ 1 ແມ່ນວຽກງານຄຸ້ມຄອງສຳ ມະໂນຄົວ ຕິດພັນກັບການຈັດລະບຽບສັງຄົມ, 2 ວຽກງານຈັດສັນຄວາມບໍ່ ເປັນລະບຽບຮຽບຮ້ອຍ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, 3 ພວກເຮົາໄດ້ເຮັດວຽກງານກວດກາຄຸ້ມຄອງ ແລະ ແກ້ໄຂຄົນ ຕ່າງປະເທດທີ່ລະເມີດລະບຽບກົດໝາຍ, 4 ປັບປຸງກຳລັງ ປກສ ບ້ານ ໃຫ້ມີຄຸນນະ ພາບໃນການເຄື່ອນໄຫວວຽກງານ; ພາຍຫຼັງທີ່ມີມະຕິ, ຄຳສັ່ງການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 2021- 2023, ພວກເຮົາຈຶ່ງໄດ້ຫັນລົງກໍ່ສ້າງຮາກຖານການເມືອງໃນຊຸດນີ້ແມ່ນໄດ້ຫັນເອົາວຽກງານວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາ ຢາເສບຕິດ ເປັນບູລິມະສິດອັນດັບ 1 ເຊິ່ງຈະໄດ້ເນັ້ນໃສ່ໃນການເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ ໃຫ້ປະຊາຊົນ ຮັບຮູ້ ນັບທັງໃນຕົວ ເມືອງ ແລະ ຊານເມືອງ, ພ້ອມທັງປະເມີນຄືນບ້ານທີ່ໄດ້ຮັບນາມມະຍົດເປັນບ້ານປອດຢາເສບຕິດໃນກ່ອນໜ້ານີ້ ຈໍາ ນວນ 348 ບ້ານ ຢູ່ 9 ຕົວເມືອງ ນວ, ສໍາລັບບ້ານທີ່ບໍ່ໄດ້ຮັບນາມມະຍົດແມ່ນຈະໄດ້ຊຸກຍູ້ ໃຫ້ອໍານາດການປົກຄອງບ້ານລະດົມພໍ່-ແມ່ ປະຊາຊົນຮ່ວມແຮງຮ່ວມໃຈກັນສ້າງບ້ານຕົນ ເອງໃຫ້ເປັນບ້ານປອດຢາເສບຕິດ ແລະ ເປັນ ບ້ານປ້ອງກັນຄວາມສະຫງົບດີ ເພື່ອຈັດຕັ້ງວາລະແຫ່ງຊາດແກ້ໄຂຢາເສບຕິດໃຫ້ໄດ້ຕາມຄາດໝາຍ 2021-2023.

ການຜັນຂະຫຍາຍເປີດຂະບວນການ ວຽກງານກໍ່ສ້າງຮາກຖານການເມືອງ ເພື່ອຈັດ ຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາ ເສບຕິດຕົວຈິງນັ້ນແມ່ນໄດ້ກໍານົດເອົາບ້ານໂນນຊາຍ ເປັນບ້ານທົດລອງທໍາອິດ ຂອງເມືອງປາກງື່ມ ແລະ ນວ ເພື່ອເປັນການຖອດຖອນຊອກ ບົດຮຽນທີ່ເປັນເອກະພາບກັນ ໃນວຽກງານຫັນລົງກໍ່ສ້າງຮາກຖານການ ເມືອງ ຕິດພັນກັບວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ວາລະແຫ່ງຊາດແກ້ໄຂບັນຫາຢາເສບຕິດເປັນວຽກທີ່ໃໝ່ ຍັງບໍ່ທັນ ໄດ້ມີບົດຮຽນ, ຕົວແບບ, ບໍ່ທັນໄດ້ມີສູດ, ຕຳລາ. ສະນັ້ນ, ຈຶ່ງຕ້ອງຫັນລົງມາ ເຮັດຕົວຈິງ ເພື່ອຖອດເອົາບົດຮຽນ ແລະ ປະສົບການຕົວແບບທີ່ດີ ແລະ ຈະນໍາໄປຈັດຕັ້ງຜັນຂະຫຍາຍໄປບ້ານອື່ນ ແລະ ກຸ່ມບ້ານອື່ນ ທົ່ວເມືອງປາກ ງື່ມ ແລະ ທົ່ວ ນວ.

ນອກຈາກນີ້, ພັທ ເສີມໃສ ປີຍະວົງ ຍັງໄດ້ຮຽກຮ້ອງມາຍັງອົງການປົກຄອງຂັ້ນບ້ານ ແລະ ພະນັກງານກໍ່ສ້າງຮາກຖານການເມືອງ, ພະນັກງານກຸ່ມບ້ານ ແລະ ພໍ່-ແມ່ປະຊາຊົນຊາວ ນວ ຈົ່ງໃຫ້ການຮ່ວມມື ໃນການປະກອບສ່ວນ ຈັດຕັ້ງຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວ ປວງຊົນຮອບດ້ານຂອງພັກໃຫ້ປະກົດຜົນເປັນຈິງ ໂດຍສະເພາະການປົກປັກຮັກສາບັນດາບ້ານຢູ່ລຽບຕາມບໍລິເວນຊາຍແດນ ຮັກສາຄວາມສະຖຽນ ລະພາບທາງດ້ານການເມືອງ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ ໃນຜືນແຜ່ນດິນອັນຄົບຖ້ວນໃຫ້ໝັ້ນຄົງ.