ໃນວັນທີ 29 ທັນວາ 2021, ເຈົ້າໜ້າທີ່ຕໍາຫຼວດໜ່ວຍສະເພາະກິດ ປະຈໍາຢູ່ຈຸດກວດກາຫຼັກກິໂລແມັດທີ 24  ລະຫວ່າງເສັ້ນທາງເມືອງ ໄຊ-ເມືອງ ນາໝໍ້ແຂວງອຸດົມໄຊ ໄດ້ສະກັດຂໍກວດກາເອກະສານລົດເກັງຍີ່ຫໍ້ CAMRY ສີຂາວ ທະບຽນ ນຮ 8858 ກໍາແພງນະຄອນ ທີ່ຂັບຂີ່ມາແຕ່ທາງເມືອງ ໄຊ ແຕ່ຜູ້ຂັບຂີ່ມີພິລຸດສົງໄສ ເຈົ້າໜ້າທີ່ຈຶ່ງທໍາການກວດຄົ້ນລົດພົບເຫັນຢາບ້າ 9 ມັດ ເທົ່າກັບ 18.000 ເມັດ ຊຸກເຊື່ອງໄວ້ຢູ່ຝາກະໂປງດ້ານຫຼັງ ແລະ ພົບເຫັນປືນສັ້ນ ຍີ່ຫໍ້ COLT MK IV ຈໍານວນ 1 ກະບອກ ພ້ອມລູກກະສູນ 2 ລູກ ກ່ອນນໍາຕົວຜູ້ຂັບຂີ່ ແລະ ຜູ້ໂດຍສານໄປສອບສວນ.

ຜ່ານການສອບສວນຂອງເຈົ້າໜ້າທີ່ໃນເບື້ອງຕົ້ນ ໃຫ້ຮູ້ວ່າ: ຜູ້ຂັບຂີ່ລົດຄັນດັ່ງກ່າວ ຊື່ທ້າວ ເຍ່ຍຢ່າງ ແລະ  ແລະ ຜູ້ໂດຍສານມານໍາຊື່ ທ້າວ ຝູງູ ທັງ ສອງໄດ້ໃຫ້ການຮັບສາລະພາບໃນເບື້ງຕົ້ນວ່າ: ຢາບ້າຈໍານວນ 9 ມັດ ເທົ່າກັບ 18.000 ເມັດ ນ້ໍາໜັກ 1,8 ກິໂລກຼາມ ທີ່ເຈົ້າໜ້າທີ່ກວດກາພົບເຫັນ ຢູ່ໃນຝາກະໂປງດ້ານຫຼັງຂອງລົດເກັງ ຍີ່ຫໍ້ CAMRY ສີຂາວ ທະບຽນ ນຮ 8858 ກໍາແພງນະຄອນ ທີ່ພວກຕົນຂັບຂີ່ມານັ້ນ ແມ່ນເປັນຢາບ້າຂອງ ພວກຕົນແທ້, ເຊິ່ງໄດ້ຊື້ນໍາຜູ້ຮ່ວມຂະບວນການ ເພື່ອຈະນໍາໄປຂາຍຕໍ່ ແຕ່ຍັງບໍ່ທັນໄດ້ຂາຍເທື່ອ ກໍຖືກເຈົ້າຫນ້າທີ່ກວດກາພົບເຫັນ ແລະ ກັກຕົວ ກ່ອນ. ສ່ວນປືນສັ້ນ ຍີ່ຫໍ້ COLT MK IV ຈໍານວນ 1 ກະບອກພ້ອມລູກກະສູນ 2 ລູກນັ້ນ ທ້າວ ເຍ່ຍຢ່າງ ໄດ້ໃຫ້ການວ່າ ໄດ້ຊື້ທາງອອນລາຍນໍາຄົນ ບໍ່ຮູ້ຊື່ສ່ວນໃບອະນຸຍາດນໍາໃຊ້ປືນດັ່ງກ່າວແມ່ນບໍ່ມີ.

ຕໍ່ກັບຄະດີດັ່ງກ່າວ, ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງອຸດົມໄຊ ພວມສືບຕໍ່ດໍາເນີນການສືບສວນ-ສອບສວນ ຂະຫຍາຍຜົນ ເພື່ອນໍາຕົວຜູ້ຮ່ວມຂະບວນການມາດໍາເນີນຄະດີຕາມກົດໝາຍ.