ກ່ອນໜ້ານີ້ໄດ້ມີສື່ອອນລາຍທີ່ບໍ່ເປັນທາງການເຜີຍແຜ່ຂ່າວວ່າ: ເຈົ້າໜ້າທີ່ຍິງປືນໃສ່ປະຊາຊົນເສຍຊີວິດຢູ່ເມືອງສອງຄອນ ແຂວງສະຫວັນນະເຂດ ເຮັດໃຫ້ສັງຄົມເກີດຂໍ້ສົງໄສ ແລະ ວິພາກວິຈານການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່.

ຕໍ່ກັບເຫດການດັ່ງກ່າວ, ເຈົ້າໜ້າທີ່ ປກສ ເມືອງສອງຄອນ ໄດ້ເປີດເຜີຍລາຍລະອຽດວ່າ: ໃນຄັ້ງວັນທີ 10 ມັງກອນ 2022, ເວລາປະມານ 13:30 ໂມງ ເຈົ້າໜ້າທີ່ໜ່ວຍງານຄະດີອາຍາ-ເສດຖະກິດ ປກສ ເມືອງສອງຄອນ ເເຂວງສະຫວັນນະເຂດ ໄດ້ຮັບລາຍງານຈາກ ປກສ ບໍລິ ການປະຊາຊົນ ກຸ່ມບ້ານທີ 4 ( ໜອງບົວທ່າ ) ວ່າ: ທ້າວ ຄໍາວົງ ຫຼື ຫືດ ອາຍຸ 45 ປີ ເມົາຢາເສບຕິດເເລ້ວເອົາພ້າໄລ່ຟັນພໍ່-ແມ່ປະຊາຊົນຢູ່ໃນບ້ານໜອງວັດ ເມືອງ ສອງຄອນ. ຈາກນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ສົມທົບກັບການຈັດຕັ້ງບ້ານໜອງວັດ ເພື່ອຈະເອົາຕົວຜູ້ກໍ່ເຫດອາລະວາດໄປຝາກຢູ່ສູນດັດສ້າງ.

ເຈົ້າໜ້າທີ່ ປກສ ເມືອງສອງຄອນ ໃຫ້ຮູ້ວ່າ: ທ້າວ ຫືດ ມີປະຫວັດເສບຢາບ້າ ແລະ ກໍເຄີຍຖືກເອົາໄປດັດສ້າງມາແລ້ວ 4 ຄັ້ງ; ໃນມື້ເກີດເຫດ, ຄອບ ຄົວພໍ່-ແມ່ ຂອງຜູ້ກ່ຽວໄດ້ເຂົ້າມາສະເໜີຕໍ່ການຈັດຕັ້ງບ້ານໜອງວັດ ແລະ ເຈົ້າໜ້າທີ່ ປກສ ກຸ່ມບ້ານທີ 4 (ໜອງບົວທ່າ) ເພື່ອເອົາຜູ້ກ່ຽວໄປດັດສ້າງ ຕື່ມອີກ ໂດຍທາງຜູ້ປົກຄອງໄດ້ເຮັດໃບມອບສິດ ເເລ້ວທາງການຈັດຕັ້ງບ້ານ ແລະ ເຈົ້າໜ້າທີ່ ປກສ ກຸ່ມ ຈຶ່ງໄດ້ຈັດຕັ້ງກໍາລັງວິຊາສະເພາະລົງໄປຮອດ ສະຖານທີ່ດັ່ງກ່າວໃນເວລາ 13:00 ໂມງຂອງວັນດຽວກັນເຫັນຜູ້ກ່ຽວໄດ້ ເອົາພ້າໄລ່ຟັນ ນາງ ຄອນ ອາຍຸ 60 ປີ ປະຊາຊົນ ພາຍໃນບ້ານດຽວກັນ ເຮັດໃຫ້ບາດເຈັບຢູ່ກົກເເຂນເບື້ອງຊ້າຍ ແລະ ເມື່ອເຫັນເຫດການແນວນັ້ນ, ເຈົ້າໜ້າທີ່ ປກສ-ປກຊ ບ້ານ ແລະ ປກສ ກຸ່ມ ຈຶ່ງໄດ້ເຂົ້າໄປຊ່ວຍເອົາ ນາງ ຄອນ ອອກມາ. ແຕ່ຜູ້ກ່ຽວຍັງໄດ້ຖືພ້າແລ່ນເຂົ້າມາຟັນ ທ້າວ ກອງມະນີ ອາຍຸ 47 ປີ ຫົວໜ້າກອງຮ້ອຍ ປກສ ບ້ານ ຈົນໄດ້ຮັບບາດເຈັບຫຍິບ 3 ເຂັມ ເເລະ ຢູ່ຫຼັງເບື້ອງຊ້າຍໜຶ່ງບາດແຜ. ເມື່ອເປັນແນວນັ້ນ, ທ້າວ ບຸນຈັນ ອາຍຸ 59 ປີ ຫົວໜ້າ ປກສ ບ້ານ ຈຶ່ງໄດ້ບອກໃຫ້ຜູ້ກ່ຽວຢຸດ. ແຕ່ຜູ້ກ່ຽວບໍ່ຢຸດ ພ້ອມທັງຖືພ້າແລ່ນເຂົ້າມາຫາອີກ; ໃນຂະນະນັ້ນ, ທ້າວ ບຸນຈັນ ຈຶ່ງໄດ້ໃຊ້ປືນ AK ຍິງຂຶ້ນຟ້າ 3 ນັດ ເພື່ອນາບຂູ່ໃຫ້ຜູ້ກ່ຽວຢຸດເຊົາ. ແຕ່ຜູ້ກ່ຽວຍັງຖືພ້າ ແລ່ນເຂົ້າມາໃກ້ປະມານ 5 ຫາ 6 ແມັດ, ທ້າວ ບຸນຈັນ ຈຶ່ງໄດ້ຍິງປືນ ລົງໃສ່ພື້ນທາງເປຕົງ 1 ນັດ ເຮັດໃຫ້ລູກປືນຟົ້ງໄປຖືກ ທ້າວ ຫືດ ຈົນເສຍຊີວິດ; ໃນຈຸດເກີດເຫດ, ເຈົ້າໜ້າທີ່ຍັງພົບພ້າດ້າມເຫຼັກຢູ່ມືເບື້ອງຂວາຂອງຜູ້ເສຍຊີວິດ 1 ດວງ. ສ່ວນສົບໄດ້ມອບໃຫ້ຄອບຄົວ ພໍ່ແມ່ ແລະ ການຈັດຕັ້ງບ້ານ ນໍາໄປປະກອບພິທີທາງສາສະໜາ.

ສ່ວນ ທ້າວ ບຸນຈັນ ເຈົ້າໜ້າທີ່ກອງ ບັນຊາການທະຫານເມືອງສອງຄອນ ໄດ້ນຳຕົວໄປໄວ້ທີ່ກອງບັນຊາການ. ຜ່ານມາ, ຜູ້ເສຍຊີວິດແມ່ນເສບ ຢາເສບຕິດ (ຢາບ້າ) ແລະ ເຄີຍນໍາຕົວໄປດັດສ້າງມາເເລ້ວ 4 ຄັ້ງ ຄື: ດັດສ້າງຢູ່ສູນຫຼັກ 33 ຄຳສະຫວ່າງ 3 ຄັ້ງ ເເລະ ເອົາໄປປິ່ນປົວຢູ່ ສູນຫຼັກ 26 ອີກ 1 ຄັ້ງແຕ່ຜູ້ກ່ຽວບໍ່ມີການປ່ຽນແປງ. (ສຳລັບຄະດີດັ່ງກ່າວນີ້, ເຈົ້າໜ້າທີ່ຈະໄດ້ແກ້ໄຂ ແລະ ໃຫ້ຄວາມເປັນທຳທັງສອງຝ່າຍ).