ບັນຫາຢາເສບຕິດ ໂດຍສະເພາະແມ່ນຢາບ້າຢູ່ໃນສັງຄົມລາວໃນປັດຈຸບັນ ແມ່ນກຳລັງແພ່ລະລະບາດຢ່າງໜັກໜ່ວງ ແລະ ສາມາດຊື້-ຂາຍກັນໄດ້ແບບ ງ່າຍດາຍ ພຽງແຕ່ອອກຈາກບ້ານບໍ່ພໍເທົ່າໃດກໍສາມາດຫາຊື້ກັນໄດ້ ແລະ ລາຄາກໍຖືກ ເຮັດໃຫ້ການລະບາດຂອງຢາບ້າຂະຫຍາຍຕົວ ສູ່ກຸ່ມເຍົາວະຊົນ ແລະ ເຮັດໃຫ້ມີຜູ້ຕິດຢາບ້າຢູ່ບັນດາບ້ານຕ່າງໆເລີ່ມມີໜ້າໃໝ່ ແລະ ມີອາຍຸນ້ອຍລົງເລື້ອຍໆ.

ໃນປັດຈຸບັນມີກຸ່ມໄວລຸ້ນຕິດຢາເສບຕິດ ຫຼາຍຂຶ້ນເນື່ອງຈາກວ່າການຊື້-ຂາຍແມ່ນມີລາ ຄາຖືກບາງບ່ອນມີເງິນພຽງແຕ່ 5.000-10.000 ກີບ ກໍສາ ມາດຊື້ຢາບ້າມາເສບໄດ້ ເຮັດໃຫ້ເຍົາວະຊົນ ໂດຍສະເພາະແມ່ນເດັກທີ່ກຳລັງຮຽນຢູ່ຊັ້ນປະຖົມ ປ 5 ຫາ ຊັ້ນມັດທະຍົມຕອນຕົ້ນທີ່ຍາກຮູ້ຍາກລອງ ພາກັນຊື້ຢາບ້າມາເສບ ເຮັດໃຫ້ພວກເຂົາມີອາການຕິດຢາເສບຕິດໃນໄວຮຽນ; ເຊິ່ງສາເຫດທີ່ເດັກເຫຼົ່ານັ້ນຕິດຢາເສບຕິດແມ່ນເກີດຈາກຫຼາຍປັດໄຈ ເປັນຕົ້ນແມ່ນເດັກຂາດ ຄວາມອົບອຸ່ນ (ພໍ່-ແມ່ໄປເຮັດວຽກຢູ່ຕ່າງແຂວງອາໃສຢູ່ກັບແມ່ຕູ້-ພໍ່ຕູ້), ໝູ່ຄູ່ ຫຼື ລຸ້ນອ້າຍຊັກ ຊວນໃຫ້ລອງ, ຕົນເອງມີຄວາມ ຄືກຄະນອງຢາກ ລອງ, ທຳອິດຈະເລີ່ມເສບເລັກໜ້ອຍ; ຫຼັງ ຈາກນັ້ນ, ກໍຈະເລີ່ມເສບຫຼາຍຂຶ້ນ ໂດຍເສບຄັ້ງລະ 2-3 ເມັດ ແລະ ບາງຄັ້ງກໍເສບ 5-10 ເມັດ ຫຼື ຫຼາຍກວ່ານີ້ກໍຍັງມີ.

ຕາມການເປີດເຜີຍຕົວເລກ ຂອງ ພົຈວ ຈັນ ສະແຫວງ ທິບຄູນທອງ ຮອງຫົວໜ້າຫ້ອງວ່າການກະຊວງ ປກສ ໃຫ້ຮູ້ວ່າ: ສະເພາະປີ 2021 ທົ່ວປະ ເທດ ມີຄະດີຢາເສບຕິດເກີດຂຶ້ນທັງໝົດ 3.407 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 4.759 ຄົນ ຍິງ 484 ຄົນ ແລະ ສາມາດຢຶດຢາບ້າໄດ້ຫຼາຍ ເຖິງ 14.209,53 ກິໂລກຼາມ ແລະ ປັດຈຸບັນໃນ ທົ່ວປະເທດມີຜູ້ຖືກດັດສ້າງຢູ່ສູນບໍາບັດຢາເສບຕິດ ແລະ ສະຖານທີ່ກັກຂັງ ທັງໝົດ 6.532 ຄົນ ຍິງ 112 ຄົນ.

ອະດີດຜູ້ຄ້າຂາຍຢາບ້າລາຍຍ່ອຍ ທີ່ພົ້ນໂທດອອກມາ ກ່າວຕໍ່ນັກຂ່າວ ປກສ ວ່າ: ໃນປັດຈຸບັນ ນີ້, ຢາບ້າມີການລະບາດໜັກ, ຈາກທີ່ເຄີຍຊື້-ຂາຍ ມາຈະຮູ້ເລີຍວ່າເຂດໃດມີຢາບ້າໃຫ້ຊື້-ຂາຍຂໍພຽງແຕ່ມີເຄືອຂ່າຍກໍສາມາດໂທສັ່ງຊື້ໄດ້ ແລະ ພວກເຂົາກໍຈະມາສົ່ງຢາໃຫ້ເຖິງທີ່, ສ່ວນການຂາຍ ຢາບ້າໃນປັດຈຸບັນນີ້ ຈະບໍ່ຄືແຕ່ກ່ອນໆ ເພາະລາຄາຖືກແສນຖືກມີເງິນພຽງ 5.000-10.000 ກີບ ກໍສາມາດຊື້ໄດ້ແລ້ວຖ້າທຽບໃສ່ ເມື່ອກ່ອນ ຕົກຢູ່ໃນລະດັບ 50.000-60.000 ກີບຕໍ່ເມັດ; ເມື່ອລາຄາຢາບ້າຖືກລົງປະລິມານ ຂອງການເສບຂອງຄົນກໍເພີ່ມຂຶ້ນ ເຮັດໃຫ້ກຸ່ມໄວລຸ້ນຕິດຢາ ເສບຕິດຫຼາຍຂຶ້ນ.

ດັ່ງທີ່ພວກເຮົາຮູ້ແລ້ວວ່າ ບັນຫາຢາເສບຕິດເປັນສາເຫດຫຼັກທີ່ພາໃຫ້ມີເຫດການກໍ່ເຫດຮຸນແຮງຕ່າງໆ; ເຊິ່ງເມື່ອບໍ່ດົນມານີ້, ມີຫຼາຍເຫດການທີ່ເກີດ ຂຶ້ນ ເປັນຕົ້ນແມ່ນເຫດການປະສາດຫຼອນຈາກພິດຢາບ້າ ແລ້ວກໍ່ເຫດຄາດຕະກຳຄົນອື່ນ, ເມົາຢາບ້າແລ້ວໃຊ້ອາວຸດທໍາຮ້າຍຄົນຮອບຂ້າງ ຫຼື ເຫດການ ເມົາຢາບ້າແລ້ວໃຊ້ໄຟຈູດເຜົາເຮືອນພໍ່-ແມ່ຂອງຕົນເອງ; ຜູ້ທີ່ຕິດຢາບ້າແມ່ນເກີດຈາກຜົນຂອງການເສບຢາບ້າ ເພາະຢາບ້າຈະມີສານເຄມີຊະນິດໜຶ່ງທີ່ ສົ່ງຜົນຕໍ່ສະໝອງໂດຍກົງ, ເຖິງແມ່ນວ່າ ພວກເຮົາຈະເຫັນພາບຂອງຜູ້ເສບຫຼອນ ຫຼື ເຫັນເຫດການຄາດຕະກໍາໄປແລ້ວຈໍານວນນັບບໍ່ຖ້ວນ ແຕ່ກໍຍັງມີ ຜູ້ຄົນຈໍານວນບໍ່ໜ້ອຍຫຼົງໄຫຼເຂົ້າໄປເສບມັນ ແລະ ຕົກຢູ່ໃນວັງວົນຂອງຢາບ້າ.

ຜູ້ທີ່ເຄີຍຂາຍຢາເສບຕິດອີກຄົນເວົ້າຕື່ມວ່າ: ໄລຍະຫຼັງໆມານີ້ ມີເດັກຈໍານວນບໍ່ໜ້ອຍມາຫຍຸ້ງກ່ຽວພົວພັນຊື້ຢາບ້າໄປເສບ, ເມື່ອເຈົ້າໜ້າທີ່ຈັບຕົວໄດ້ ໄລ່ຕົວທັນ, ເດັກພວກນັ້ນກໍຈະໄດ້ ຮັບໂທດໜ້ອຍ ໂດຍໃຊ້ວິທີສຶກສາອົບຮົມ, ປັບໃໝແລ້ວປ່ອຍຕົວຄືນໃຫ້ຜູ້ປົກຄອງ; ຕໍ່ມາເດັກບາງຄົນກໍເລີ່ມ ປ່ຽນຈາກເສບມາເປັນຜູ້ຂາຍລາຍຍ່ອຍ ເພື່ອຕ້ອງການເງິນມາໃຊ້ຈ່າຍ ແລະ ໃນເວລາຖືກຈັບຄັ້ງທຳອິດມີຢາບ້າຄອບຄອງ 2-3 ເມັດ ກໍຈະຖືກປ່ອຍ ຕົວ ເຮັດໃຫ້ເດັກຫັນມາພົວພັນຫຍຸ້ງກ່ຽວກັບຢາບ້າຫຼາຍຂຶ້ນ.

ຢ່າງໃດກໍຕາມ, ເດັກຄືອະນາຄົດຂອງຊາດ ເພື່ອຊ່ວຍກັນສະກັດກັ້ນບໍ່ໃຫ້ເດັກໄປພົວພັນ ກັບສິ່ງເສບຕິດທຸກພາກສ່ວນໃນສັງຄົມ ໂດຍສະເພາະສະຖາ ບັນຄອບຄົວ, ສະຖາບັນການສຶກສາ ຕ້ອງເປັນເຈົ້າການນໍາກັນໃນການສຶກສາອົບຮົມບົ່ມສອນລູກຫຼານຂອງຕົນເອງບໍ່ໃຫ້ໄປຫຍຸ້ງກ່ຽວກັບຢາບ້າ, ເຈົ້າ ໜ້າທີ່ວິຊາສະເພາະກໍຕ້ອງເຂັ້ມງວດກວດກາ ແລະ ແກ້ໄຂບັນຫາຢາເສບຕິດໃຫ້ໄດ້ຕາມລະດັບຄາດໝາຍ, ຮ່ວມແຮງຮ່ວມໃຈກັນຈັດຕັ້ງຜັນຂະ ຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

ຈາກບັນຫາທີ່ກ່າວມາຂ້າງເທິງນັ້ນ ຈຶ່ງເລັ່ງທວງໃຫ້ມີການແກ້ໄຂຢ່າງຮີບດ່ວນ ແລະ ຈິງຈັງ; ດັ່ງນັ້ນ ພັກ ແລະ ລັດຖະບານ ຈຶ່ງໄດ້ກຳນົດເອົາການແກ້ ໄຂບັນຫາຢາເສບຕິດເປັນວາລະແຫ່ງຊາດ ໂດຍມີຄາດໝາຍໃນການຈັດຕັ້ງປະຕິບັດ ນັບແຕ່ປີ 2021-2023, ໄດ້ກຳນົດໜ້າວຽກໃຫ້ທຸກກະຊວງ ແລະ ອົງການທຽບເທົ່າ ລວມເຖິງອົງ ການຈັດຕັ້ງທ້ອງຖິ່ນມີສ່ວນຮ່ວມໃນການແກ້ໄຂບັນຫາຢາເສບຕິດ. ໃນນີ້, ວາລະແຫ່ງຊາດວ່າ ດ້ວຍການແກ້ ໄຂບັນຫາຢາເສບຕິດໄດ້ມອບວຽກໃຫ້ກະຊວງສຶກສາ ແລະ ກິລາ ສ້າງຕຳລາຮຽນ ແລະ ຈັດຕັ້ງປະຕິບັດໂຄງການສຶກສາ, ກວດກາພຶດຕິກຳການເຄື່ອນ ໄຫວຂອງຖັນແຖວຄູ-ອາຈານ, ນັກຮຽນນັກສຶກສາຢ່າງເປັນປະຈຳ ແລະ ຈັດຕັ້ງຫຼັກສູດເສີມໃນການຝຶກອົບຮົມກ່ຽວກັບຜົນຮ້າຍຂອງຢາເສບຕິດ; ຂຶ້ນແຜນສ້າງໂຮງຮຽນ ປອດຢາເສບຕິດໃຫ້ຖືກຕ້ອງຕາມມາດຖານ, ເງື່ອນໄຂ ແລະ ມີປະສິດທິພາບ. ຖ້າຫາກກະຊວງສຶກສາ ທິການ ແລະ ກິລາ ຈັດຕັ້ງປະຕິບັດຢ່າງຈິງຈັງອາດເປັນວິທີໜຶ່ງທີ່ຈະຊ່ວຍໃຫ້ຊາວໜຸ່ມເຍົາວະຊົນຫ່າງໄກຈາກຢາເສບຕິດໄດ້ຢ່າງແນ່ນອນ.