ກອງປະຊຸມຄົບຄະນະກໍາມາທິການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດ ຊຸດທີ IX ປະຈໍາປີ 2021 ໄດ້ຈັດຂຶ້ນໃນວັນທີ 14 ມັງກອນ 2022 ໂດຍການເປັນປະທານຂອງ ພົົຕ ປອ. ວົງສັກ ພັນທະວົງ ປະທານກໍາມາທິການ ປກຊ-ປກສ, ມີ ພົທ ສຸວອນ ເລືອງບຸນມີ ກໍາມະການສູນກາງພັກຮອງປະທານ ຄະນະປະຈໍາສະພາແຫ່ງຊາດ ຜູ້ຊີ້ນໍາກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພ້ອມດ້ວຍບັນດາທ່ານປະທານ, ຮອງປະທານ ແລະ ຜູ້ຕາງໜ້າຈາກບັນດາກະຊວງທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ພົຈວ ປອ. ມາລາ ວິລະຈິດ ຮອງປະທານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກ່າວວ່າ:

ໄລຍະຜ່ານມາ, ຄະນະນຳກຳມາທິການ ແລະ ບັນດາທ່ານກຳມະການຂອງກຳມາທິການ ປະຈຳຢູ່ເຂດເລືອກຕັ້ງ ໄດ້ເອົາໃຈໃສ່ປະກອບສ່ວນໃນການຈັດຕັ້ງຜັນຂະຫຍາຍແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ທີ່ສະພາແຫ່ງຊາດໄດ້ຮັບຮອງເອົາ ໂດຍໃນປີ 2021 ໄດ້ພິຈາລະນາ ແລະ ຮັບຮອງເອົາບັນດາຮ່າງກົດໝາຍທີ່ຕິດພັນກັບວາລະແຫ່ງຊາດ ເປັນຕົ້ນແມ່ນ ກົດໝາຍ ວ່າດ້ວຍ ຢາເສບຕິດ ແລະ ກົດໝາຍ ວ່າດ້ວຍ ການປັບປຸງບາງມາດຕາຂອງ ກົດໝາຍ ວ່າດ້ວຍ ສ່ວຍສາອາກອນ, ໄດ້ພິຈາລະນາ ແລະ ຮັບຮອງເອົາບັນດາຮ່າງກົດໝາຍຕ່າງໆຕື່ມອີກ ຈຳນວນ 11 ສະບັບ.

ເຊິ່ງຄະນະນຳກຳມາທິການ ແລະ ບັນດາທ່ານສະມາຊິກສະພາແຫ່ງຊາດ ທີ່ເປັນກຳມະການຂອງກຳມາທິການ ປະຈຳຢູ່ເຂດເລືອກຕັ້ງ ກໍໄດ້ປະກອບຄໍາຄິດຄໍາເຫັນອັນສໍາຄັນເຂົ້າໃນການສ້າງ ແລະ ປັບປຸງບັນດາກົດໝາຍໃນຄັ້ງນີ້ຢ່າງຫຼວງຫຼາຍ ໂດຍສະເພາະແມ່ນ ກົດໝາຍ ວ່າດ້ວຍ ຢາເສບຕິດ ໄດ້ເປັນເຈົ້າການສົມທົບກັບ ກະຊວງປ້ອງກັນຄວາມສະຫງົບ ແລະ ກຳມາທິການກົດໝາຍແຕ່ຫົວທີ ເພື່ອຄົ້ນຄວ້າປັບປຸງບັນດາເນື້ອໃນໃຫ້ຮັດກຸມ ແລະ ຮັບປະກັນຄຸນນະພາບຂອງກົດໝາຍດັ່ງກ່າວ. ພ້ອມນັ້ນ, ຍັງໄດ້ເອົາໃຈໃສ່ປະຕິບັດໜ້າທີ່ ແລະ ຂອບເຂດສິດຂອງຕົນໃນການອອກຄໍາຄິດຄໍາເຫັນໃສ່ມະຕິຂອງສະພາປະຊາຊົນແຂວງ-ນະຄອນ ແລະ ບັນດາຂໍ້ຕົກລົງຕ່າງໆທີ່ກ່ຽວຂ້ອງ ພ້ອມທັງລົງພົບປະພໍ່-ແມ່ປະຊາຊົນ ເພື່ອໂຄສະນາເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລຶກ, ກອງປະຊຸມສະໄໝສາມັນ ນັບທັງເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມ ແລະ ຈັດຕັ້ງຜັນຂະຫຍາຍບັນດານິຕິກໍາ, ແຜນການເຄື່ອນໄຫວວຽກງານຂອງກໍາມາທິການໄດ້ເປັນຢ່າງດີ.

ທັງນີ້, ກໍເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃຫ້ມີຜົນສໍາເລັດຢ່າງມີຄຸນນະພາບ ແລະ ມີປະສິດທິພາບສູງ ທັງຍັງເປັນການສ້າງຄວາມເຂັ້ມແຂງໃນດ້ານຕ່າງໆນໍາອີກ.