ຄະນະກໍາມະການແຫ່ງຊາດດ້ານຄວາມປອດໄພທາງຫຼວງ (ຄຊປທ) ໄດ້ສຸມໃສ່ປະຕິບັດ 5 ເສົາຄໍ້າ ກ່ຽວກັບມາດຕະການແກ້ໄຂອຸບັດຕິເຫດຕາມ ທາງຫຼວງ ຄື: ການຄຸ້ມຄອງຄວາມປອດໄພທາງຫຼວງ, ການປັບປຸງຄວາມປອດໄພດ້ານໂຄງລ່າງພື້ນຖານ, ການຄຸ້ມຄອງມາດຕະຖານເຕັກນິກຂອງ ຍານພາຫະນະ, ການຄຸ້ມຄອງພຶດຕິກຳຜູ້ໃຊ້ລົດ-ໃຊ້ຖະໜົນ ແລະ ການຊ່ວຍເຫຼືອສຸກເສີນຫຼັງເກີດອຸບັດຕິເຫດ; ຜ່ານການຈັດຕັ້ງປະຕິບັດໄລຍະປີ 2020-2021 ເຫັນວ່າອຸບັດຕິເຫດ ແລະ ຜູ້ເສຍຊີວິດຫຼຸດລົງ.

ກອງປະຊຸມຄະນະກໍາມະການ ແຫ່ງຊາດດ້ານຄວາມປອດໄພທາງຫຼວງໄລຍະປີ 2020-2021 ແລະ ທິດທາງແຜນການປີ 2022 ຈັດ ຂຶ້ນໃນວັນທີ 13 ມັງກອນ 2022 ເຂົ້າຮ່ວມໂດຍ ທ່ານ ວຽງສະຫວັນ ສີພັນດອນ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ປະທານຄະນະກໍາມະການແຫ່ງ ຊາດ ດ້ານຄວາມປອດໄພທາງຫຼວງ, ມີແຂກຮັບເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງ ຫົວໜ້າກອງເລຂາ ຄຊປທ ກ່າວວ່າ: ໃນໄລຍະຜ່ານມາ, ຄະນະກໍາມະການແຫ່ງຊາດດ້ານຄວາມປອດໄພ ທາງຫຼວງໄດ້ເອົາໃຈໃສ່ປະຕິບັດແຜນວຽກຂອງຕົນ, ເຊິ່ງມັນສອດຄ່ອງກັບນະໂຍບາຍຂອງອົງການສະຫະປະຊາຊາດ ໃນທົດສະວັດ 2011-2020 ໃນການຫຼຸດຜ່ອນອຸບັດຕິເຫດ, ການສູນເສຍຊີວິດ ແລະ ຜົນກະທົບອື່ນໆຕໍ່ສັງຄົມດ້ວຍຄາດຫຼຸດຜ່ອນຈໍານວນຜູ້ເສຍຊີວິດຈາກອຸບັດຕິເຫດຕາມທາງ ຫຼວງໃຫ້ຫຼຸດລົງ 50% ໃນປີ 2020; ໃນການຈັດຕັ້ງປະຕິບັດຕົວຈຶ່ງແມ່ນໄດ້ສົມທົບກັບຫຼາຍພາກສ່ວນ ໂດຍສຸມໃສ່ 5 ເສົາຄໍ້າກ່ຽວກັບມາດຕະ ການແກ້ໄຂອຸບັດຕິເຫດຕາມທາງຫຼວງສະແດງອອກ ຄື: ຄະນະກຳມະການດ້ານຄວາມປອດໄພທາງຫຼວງໄດ້ສໍາເລັດສ້າງ ແລະ ປັບປຸງນິຕິກຳທີ່ສໍາ ຄັນຈໍານວນໜຶ່ງ, ໄດ້ປັບປຸງພື້ນຖານໂຄງລ່າງ ເພື່ອອຳນວຍຄວາມສະດວກແກ່ການຈະລາຈອນໃຫ້ມີຄວາມສະດວກ, ໂລ່ງລ່ຽນ, ປອດໄພ, ຫຼຸດຜ່ອນ ການຈະລາຈອນແອອັດ ແລະ ເກີດອຸບັດຕິເຫດທົ່ວປະເທດ; ສໍາເລັດການສ້າງກົດໝາຍຍານພາຫະນະທາງບົກ ແລະ ຖືກຮັບຮອງຈາກກອງປະຊຸມສະ ໄໝສາມັນເທື່ອ ທີ 2 ແລະ ສໍາເລັດການເຜີຍແຜ່ບັນດາເນື້ອໃນເອກະສານຕ່າງໆ; ໄດ້ປັບປຸງລະບົບການຄຸ້ມຄອງ ແລະ ສອບເສັງເອົາໃບຂັບຂີ່ດ້ວຍລະ ບົບຄອມພິວເຕີ້ທີ່ທັນສະໄໝທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ, ໄດ້ເຄື່ອນໄຫວເຜີຍແຜ່ກົດໝາຍ ແລະ ລະບຽບຈະລາຈອນທາງບົກໄດ້ 343 ຄັ້ງ ມີຜູ້ເຂົ້າຮ່ວມ ຮັບຟັງ 46.365 ຄົນ, ລົງຕັ້ງດ່ານ ກວດກາ ໄດ້ 4.023 ຄັ້ງ ພົບຜູ້ ລະເມີດກົດຈະລາຈອນ ທັງໝົດ 36.980 ຄົນ; ນອກນີ້, ຍັງສາມາດສ້າງຕັ້ງໜ່ວຍກູ້ໄພສຸກເສີນ ເພີ່ມຕື່ມອີກຈໍານວນຫຼາຍສູນ ແລະ ສາມາດຝຶກອົບຮົມໃຫ້ແກ່ອາສາກູ້ໄພໄດ້ປະມານ 8 ຄັ້ງຕໍ່ປີ ມີຜູ້ເຂົ້າ ຮ່ວມ ຝຶກ 800 ຄົນຕໍ່ປີ ແລະ ສະ ເພາະນະຄອນຫຼວງວຽງຈັນ ສາມາດຊ່ວຍສຸກເສີນຫຼັງເກີດອຸບັດຕິເຫດ ໄດ້ປະມານ 73.000 ຄົນຕໍ່ປີ.

ຈາກການເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານຄວາມປອດໄພທາງຫຼວງໃນໄລຍະຜ່ານມາພາຍຫຼັງທີ່ຈັດຕັ້ງປະຕິບັດໜ້າທີ່ໃນທົ່ວປະເທດມີ ອຸບັດຕິເຫດເກີດຂຶ້ນໃນລະຫວ່າງປີ 2017-2021 ດັ່ງນີ້: ປີ 2017 ມີອຸບັດຕິເຫດເກີດຂຶ້ນ 5.868 ຄັ້ງ ຄົນ ເສຍຊີວິດ 1.053 ຄົນ, ປີ 2018 ມີອຸບັດຕິເຫດເກີດຂຶ້ນ 5.984 ຄັ້ງ ຄົນເສຍຊີວິດ 995 ຄົນ, ປີ 2019 ມີອຸບັດຕິເຫດເກີດຂຶ້ນ 6.616 ຄັ້ງ ຄົນເສຍຊີວິດ 1.134 ຄົນ, ປີ 2020 ມີອຸບັດຕິເຫດເກີດ ຂຶ້ນ 6.774 ຄັ້ງ ຄົນເສຍຊີວິດ 1.031 ຄົນ ແລະ ປີ 2021 ມີອຸບັດຕິເຫດເກີດຂຶ້ນ 5.576 ຄັ້ງ ຄົນເສຍຊີວິດ 831 ຄົນ; ຈາກຕົວ ເລກອຸບັດຕິເຫດທາງຫຼວງແຕ່ປີ 2017-2021 ສະແດງໃຫ້ເຫັນວ່າ ຈໍານວນອຸບັດຕິເຫດບໍ່ມີທ່ວງທ່າຈະຫຼຸດລົງ ແລະ ຈໍານວນຄົນເສຍ ຊີວິດຍັງຢູ່ໃນອັດຕາປະມານ 11-15 ປີຕໍ່ ປະຊາກອນ 100.000 ຄົນຕໍ່ປີ.

ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານຄວາມປອດໄພທາງຫຼວງ ໃນ ປີ 2022 ໃຫ້ປະກົດຜົນເປັນຈິງ, ຄະນະກໍາມະການແຫ່ງຊາດດ້ານ ຄວາມປອດໄພ ທາງຫຼວງ (ຄຊປ ທ) ຈະສຸມໃສ່ຈັດຕັ້ງປະຕິບັດ 5 ເສົາຄໍ້າ ກ່ຽວກັບມາດຕະການແກ້ໄຂອຸບັດຕິເຫດຕາມທາງຫຼວງ ຄື: ການຄຸ້ມຄອງຄວາມປອດໄພ ທາງ ຫຼວງ, ການປັບປຸງຄວາມປອດໄພດ້ານໂຄງລ່າງພື້ນຖານ, ການຄຸ້ມຄອງມາດຕະຖານເຕັກນິກຂອງຍານ ພາຫະນະ, ການຄຸ້ມຄອງພຶດຕິກຳຜູ້ໃຊ້ ລົດ-ໃຊ້ຖະໜົນ ແລະ ການຊ່ວຍເຫຼືອສຸກເສີນຫຼັງເກີດອຸບັດຕິເຫດໃຫ້ດີຂຶ້ນກວ່າເກົ່າ ເພື່ອອໍາ ນວຍຄວາມສະດວກໃຫ້ແກ່ການຈະລາຈອນຕາມທາງ ຫຼວງ ແລະ ຫຼຸດຜ່ອນຈໍານວນອຸບັດຕິເຫດ, ຜູ້ເສຍຊີວິດລົງເທື່ອລະກ້າວ.