ໃນການຈັດຕັ້ງປະຕິບັດຫຼຸດຜ່ອນອຸບັດຕິເຫດທາງຖະໜົນໃນໄລຍະຜ່ານມາ ເຖິງແມ່ນວ່າກົມຕໍາຫຼວດຈະລາຈອນ ຈະສຸມໃສ່ຈັດຕັ້ງປະຕິບັດວຽກ ງານດັ່ງກ່າວຢ່າງຕັ້ງໜ້າ ແລະ ເຮັດສໍາເລັດໜ້າທີ່ໃນຫຼາຍດ້ານກໍຕາມ, ແຕ່ກໍປັດສະຈາກບໍ່ໄດ້ຍັງມີຫຼາຍວຽກງານທີ່ພົບຄວາມຫຍຸ້ງຍາກໃນການສະ ກັດກັ້ນບັນຫາເກີດອຸບັດຕິເຫດຕາມທ້ອງຖະໜົນ.

ພັອ ກົງສີ ສຸວັນນະຕູ້ມ ຫົວໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ເປີດ ເຜີຍວ່າ: ໃນປີຜ່ານມາ, ກົມຕໍາຫຼວດຈະລາຈອນ ກໍຄື ບັນດາພະແນກຕໍາຫຼວດຈະລາຈອນແຂວງ ໄດ້ມີແຜນຈັດຕັ້ງປະຕິບັດຢ່າງລະອຽດນໍາເອົາກົດໝາຍ, ລະບຽບ, ດໍາລັດ, ຄໍາສັ່ງແຈ້ງການຂໍ້ຕົກລົງຕ່າງໆ ເປັນບ່ອນອີງໃນການຈັດຕັ້ງປະຕິບັດສຶກສາອົບຮົມກ່າວເຕືອນ, ອອກໃບສັ່ງປັບໃໝ ແລະ ກັກຕາມລະບຽບ ແຕ່ກໍຍັງພົບຄວາມຫຍຸ້ງຍາກ ເປັນຕົ້ນ ແມ່ນການຈັດຕັ້ງວຽກງານໂຄສະນາ, ກວດກາບໍ່ປົກກະຕິ, ອົງການປົກຄອງຫຼາຍແຂວງແມ່ນຍັງບໍ່ມີຄວາມຮ່ວມມືອໍານວຍຄວາມສະດວກ, ສະພາ ການຄ້າແຕ່ລະແຂວງແມ່ນຢາກໃຫ້ຢຸດເຊົາການກວດກາຂອງຕໍາຫຼວດຕາມເສັ້ນທາງຫຼວງ.

ນອກນັ້ນ, ສະຕິເຄົາລົບກົດໝາຍຂອງຜູ້ຂົນສົ່ງ, ພໍ່ຄ້າຊາວຂາຍ ແລະ ນັກທຸລະກິດ ຕະຫຼອດຮອດພໍ່-ແມ່ປະຊາຊົນຈໍານວນໜຶ່ງມັກງ່າຍ, ເອກະສານ ປະຈໍາລົດ ແລະ ຜູ້ ຂັບຂີ່ຍັງບໍ່ຄົບຖ້ວນ, ໝົດອາຍຸ ຫຼື ບໍ່ຖືໃນເວລາຂັບຂີ່ລົດ. ນອກຈາກນັ້ນ, ການບັນທຸກ, ລາກແກ່ເກີນຂະໜາດ ແລະ ບໍ່ຖືກຮູບ ແບບ ເມື່ອເຈົ້າໜ້າທີ່ກວດກາບໍ່ໃຫ້ຄວາມຮ່ວມມືຍິ່ງໄປກວ່ານັ້ນຍັງມີຄວາມສໍ້ສົນ, ບໍ່ຍອມຕໍ່ການທໍາທີ່ເປັນການລະເມີດຂອງຕົນ ແລະ ໃສ່ ຮ້າຍປ້າຍ ສີດ້ວຍການລົງເຟສບຸກ.

ຕໍ່ກັບສະພາບເສັ້ນທາງ, ປ້າຍ ເຕືອນ, ເຄື່ອງໝາຍທາງຕ່າງໆຍັງ ບໍ່ທັນຄົບຖ້ວນ ມີແຕ່ກໍບໍ່ເໝາະສົມຕິດຕັ້ງເມື່ອກ່ອນ. ປັດຈຸບັນ, ປະຊາຊົນກໍ່ສ້າງ ເຮືອນກວມເອົາເຂດສະຫງວນຂອງທາງ, ຜູ້ຂັບຂີ່ໃຊ້ຄວາມໄວເກີນສ່ຽງຈະເກີດອຸບັດຕິເຫດ. ສໍາລັບເຈົ້າໜ້າທີ່ຕໍາຫຼວດຈະລາຈອນຮູ້ໄດ້ວັນ ແລະ ເວລາຂອງຜູ້ຂັບຂີ່ລ່ວງລະເມີດ ແລະ ເກີດອຸບັດຕິເຫດຫຼາຍແຕ່ບໍ່ສາມາດສະກັດກັ້ນໄດ້ດີເທົ່າທີ່ຄວນ, ສ່ວນຫຼາຍການກວດກາແມ່ນເຮັດແຕ່ກາງ ເວັນສ່ວນກາງຄືນເສັ້ນທາງມືດຜູ້ໃຊ້ລົດ-ໃຊ້ຖະໜົນຂັບຂີ່ລົດໄວເຮັດໃຫ້ບໍ່ມີຄວາມປອດໄພຕໍ່ເຈົ້າໜ້າທີ່ ເນື່ອງຈາກຈຸດກວດກາ ແລະ ປ້ອມຖາ ວອນມີຈໍາກັດ.

ຍັງກວດພົບເຈົ້າຂອງພາຫະນະຈໍານວນຫຼວງຫຼາຍຖືເບົາ ບໍ່ນໍາລົດໄປກວດເຕັກນິກ, ດັດແປງຕໍ່ເຕີມໃຫ້ລົດບັນທຸກແກ່ໄດ້ຫຼາຍຂຶ້ນ, ລະບົບຄວາມ ປອດໄພບໍ່ຮັບປະກັນ ເຊັ່ນ: ລົດບໍ່ມີໄຟຕາ, ບໍ່ມີໄຟສັນຍານເຕືອນ, ເບຼກບໍ່ຮັບປະກັນ, ລໍ້ຢາງໝົດອາຍຸນໍາໃຊ້, ບໍ່ຕິດປ້າຍ, ພິເສດຜູ້ຂັບຂີ່ມັກຕິດຕັ້ງໄຟ ສະຫວ່າງດ້ານໜ້າ, ຂ້າງ ແລະ ຫຼັງ ທີ່ບໍ່ໄດ້ຮັບອະນຸຍາດ, ເຊິ່ງສ້າງຄວາມລໍາຄານໃຫ້ຜູ້ຮ່ວມທາງສັນຈອນ ແລະ ຜິດຕໍ່ລະບຽບກົດໝາຍທັງໝົດເຫຼົ່ານີ້ ລ້ວນແລ້ວແຕ່ມີຄວາມສ່ຽງສູງຕໍ່ການເກີດອຸບັດຕິເຫດ.

ຄຽງຄູ່ກັນນີ້, ຜູ້ຂັບຂີ່ຍັງລະເມີດຕໍ່ລະບຽບ ແລະ ກົດໝາຍຈະລາຈອນ ໃນເວລາກວດກາຜ່ານມາ ຕໍາຫຼວດຈະລາຈອນຍັງບໍ່ທັນນໍາໃຊ້ມາດຕະການ ຢ່າງເດັດຂາດໄດ້ເທືືີ່ອ ເຊັ່ນ: ໂຈະໃບຂັບຂີ່, ຢຶດໃບຂັບຂີ່ ຫຼື ຫ້າມບໍ່ໃຫ້ຂັບຂີ່ລົດ, ກັກຂັງຄົນເມົາ ແລະອື່ນໆ, ທຸກຄົນສາມາດເຂົ້າເຖິງເຄື່ອງດື່ມທີ່ມີ ທາດ ເຫຼົ້າ, ສາມາດຊື້ ແລະ ດື່ມໄດ້ທຸກເວລາ, ທຸກສະຖານທີ່ ແລະ ມີຂາຍຢູ່ທຸກໆບ່ອນໝາຍຄວາມວ່າ ກົດໝາຍແມ່ນບໍ່ໄດ້ຫ້າມກິນດື່ມ ແຕ່ພັດຫ້າມ ຄົນຂັບຂີ່. ດັ່ງນັ້ນ, ຈິຶ່ງເປັນບັນຫາຫຍຸ້ງຍາກໃນການຈັດຕັ້ງປະຕິບັດຢູ່ຕາມເສັ້ນທາງ.