ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ກຳລັງ ປກສ ເມືອງວຽງທອງ ແຂວງບໍລິຄຳໄຊ ໃນວັນທີ 13 ມັງກອນ ຜ່ານມາ, ມີ ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ ແລະ ພັທ ຈອນ ອຸດລາຍັນ ຫົວໜ້າກອງບັນຊາການ ປກສ ເມືອງວຽງທອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ຈອນ ອຸດລາຍັນ ໄດ້ລາຍງານທີ່ຕັ້ງ ແລະ ຈຸດພິເສດຂອງເມືອງວຽງທອງ ໂດຍຫຍໍ້ ວ່າ:

ມີ 34 ບ້ານ 6.430 ຄອບຄົວ, ພົນລະເມືອງ 35.428 ຄົນ ຍິງ 18.117 ຄົນ, ຂຶ້ນສໍາມະໂນຄົວສໍາເລັດແລ້ວ 5.051 ຄອບຄົວ, ສະພາບປະກົດການຫຍໍ້ທໍ້ພົ້ນເດັ່ນທີ່ເກີດຂຶ້ນພາຍໃນເມືອງແມ່ນ ຄ້າ-ຂາຍຢາເສບຕິດ, ການປູກພືດເສບຕິດ, ການມົ້ວສຸມຢາເສບຕິດ, ການລັກຊັບພົນລະມືອງ, ການຄ້າຂາຍເຖື່ອນ, ການຈັບຈອງທີ່ດິນບໍ່ຖືກຕ້ອງ ແລະອື່ນໆ.

ນອກນັ້ນ, ຍັງມີການສວຍໃຊ້ສື່ສັງຄົມອອນລາຍ ເພື່ອໂຄສະນາໃສ່ຮ້າຍປ້າຍສີການນໍາພັກ-ລັດ. ໂດຍໃນໄລຍະ 1 ປີຜ່ານມາ, ມີຄະດີເກີດຂຶ້ນທັງໝົດ 97 ເລື່ອງ, ກັກຕົວຜູ້ຖືກຫາ 51 ຄົນ ຍິງ 4 ຄົນ; ໃນນັ້ນ, ຄະດີຢາເສບຕິດ 22 ເລື່ອງ, ຄະດີອາຍາ 35 ເລື່ອງ, ຄະດີເສດຖະກິດ 21 ເລື່ອງ, ຢຶດຂອງກາງຢາບ້າໄດ້ 19.486 ເມັດ, ຄັນຊາແຫ້ງ 46 ເປົາ, ລົດໃຫຍ່ 2 ຄັນ, ລົງທໍາລາຍສວນຄັນຊາດິບໄດ້ 6 ຄັ້ງ, ມີ 41 ສວນ, ເນື້ອທີ່ປະມານ 19,9 ເຮັກຕາ, ທໍາລາຍສວນຝິ່ນ 4 ສວນ; ທົ່ວເມືອງມີອຸປະຕິເຫດເກີດຂຶ້ນ 39 ຄັ້ງ, ຄົນໄດ້ຮັບບາດເຈັບ 80 ຄົນ, ເສຍຊີວິດ 4 ຄົນ, ພາຫະນະເປ່ເພ 65 ຄັນ, ໃຊ້ການບໍ່ໄດ້ 2 ຄັນ, ຜົນເສຍຫາຍ 1.070.112.000 ກີບ, ມີອັກຄີໄພ 2 ເລື່ອງ, ຜົນເສຍຫາຍ 29.000.000 ກີບ.

ໂອກາດດັ່ງກ່າວ, ທ່ານ ກອງແກ້ວ ໄຊສົງຄາມ ໄດ້ຊີ້ນໍາຕໍ່ພະນັກງານ-ນັກຮົບ ປກສ ເມືອງວຽງທອງ ໃຫ້ເອົາໃຈໃສ່ເຮັດວຽກງານກໍ່ສ້າງຮາກຖານພັດທະນາຊົນນະບົດ ລົງໃກ້ຊິດຕິດແທດກັບພໍ່-ແມ່ປະຊາຊົນ, ຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ສໍາເລັດຕາມ 4 ແຜນງານໃຫຍ່ ແລະ 41 ໂຄງການ ທີ່ກະຊວງ ປກສ ວາງອອກ, ສືບຕໍ່ຈັດຕັ້ງປະຕິບັດ 9 ຫົວຂໍ້ສໍາມະນາວິທະຍາສາດ, ແກ້ໄຂບັນຫາ 4 ເຖື່ອນທີ່ທາງແຂວງບໍລິຄໍາໄຊ ວາງອອກ, ສຸມໃສ່ຕ້ານສະກັດກັ້ນ ແລະ ແກ້ໄຂສະພາບປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມໃຫ້ນັບມື້ນັບຫຼຸດໜ້ອຍຖອຍລົງ.

ເພີ່ມທະວີຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ເພື່ອເຮັດໃຫ້ບັນຫາຢາເສບຕິດພາຍໃນເມືອງວຽງທອງ ໝົດໄປເທື່ອລະກ້າວ, ເພີ່ມທະວີແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ເປັນຂະບວນການທົ່ວປວງຊົນຮອບດ້ານ, ກໍ່ສ້າງປັບປຸງຄຸນນະພາບຂອງສະມາຊິກພັກ, ພະນັກງານ-ນັກຮົບໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້-ຄວາມສາມາດຕອບສະໜອງໄດ້ໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ແນໃສ່ເຮັດໃຫ້ທົ່ວເມືອງມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ພໍ່-ແມ່ປະຊາຊົນຢູ່ທ່າງທໍາມາຫາກິນ ສ້າງເສດຖະກິດຄອບຄົວເຮັດໃຫ້ເມືອງວຽງທອງ ມີຄວາມຈະເລີນສີວິໄລຂຶ້ນຢ່າງບໍ່ຢຸດຢັ້ງ.