ໃນວັນທີ 12 ມັງກອນ 2022, ໜ່ວຍງານຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບ ປກສ ກຸ່ມ 6 ລົງແກ້ໄຂເປົ້າໝາຍຢາບ້າຢູ່ບ້ານນາຄວາຍກາງ ເມືອງໄຊເສດຖາ, ສາມາດຈັບເປົ້າໝາຍໄດ້ 2 ຄົນ ຊື່ ທ້າວ ລັນ ອາຍຸ 23 ປີ ຢູ່ ບ້ານ ຈອມສີ ແລະ ທ້າວ ບິນລີ້ ອາຍຸ 21 ປີ ຢູ່ບ້ານໄຮ່ຄໍາ ທັງ 2 ບ້ານຂຶ້ນກັບເມືອງໄຊເສດຖາ ໄປດໍາເນີນການສອບສວນ.

ຜ່ານການສອບສວນ, ທ້າວ ລັນ ຮັບສາລະພາບວ່າ: ໄດ້ພົວພັນເສບຢາບ້າມາແຕ່ເດືອນຕຸລາ 2021 ໂດຍຊື້ນໍາ ທ້າວ ປຽກ ຄົນຢູ່ບ້ານດຽວກັນ, ໃນໄລ ຍະຜ່ານມາເຄີຍຊື້ຈໍານວນຫຼາຍຄັ້ງ ຄັ້ງລະ 100 ເມັດ ພາຍຫຼັງທີ່ໄດ້ຢາບ້າແລ້ວ ກໍ ເອົາໄປຂາຍໃຫ້ໄວລຸ້ນມົ້ວ ສຸມ ເສບຢາ. ນອກນັ້ນ, ຍັງເຄີຍໄປຊື້ຢາ ບ້ານໍາ ທ້າວ ໂບ້ ຢູ່ບ້ານນາໂນ ຈໍານວນຫຼາຍຄັ້ງ ຄັ້ງລະ 100 ເມັດ. ມາຮອດວັນທີ 12 ມັງກອນ 2022 ໄດ້ໄປຊື້ຢາບ້ານໍາ ທ້າວ ປຽກ ອີກຈໍານວນ 50 ເມັດ ຈາກ ນັ້ນໄດ້ເອົາໄປເສບເອງ ຈໍານວນ 3 ເມັດ ແລະ ເອົາໄປຂາຍໃຫ້ໄວລຸ້ນທີ່ພົວພັນຢາເສບຕິດ 4 ເມັດ ຍັງ ເຫຼືອ 43 ເມັດ ແລ້ວຖືກເຈົ້າ ໜ້າທີ່ຕໍາຫຼວດເຂົ້າຈັບຕົວພ້ອມຂອງ ກາງຈໍານວນດັ່ງກ່າວ.

ທ້າວ ບິນລີ້ ສາລະພາບວ່າ: ໄດ້ເລີ່ມພົວພັນເສບຢາບ້າມາແຕ່ ປີ 2019 ແລະ ເຄີຍຖືກຜູ້ປົກຄອງນໍາໄປບໍາບັດຢູ່ສູນປິ່ນປົວຢາເສບຕິດມາແລ້ວ 1 ຄັ້ງ ໄລຍະເວ ລາ 6 ເດືອນ, ພາຍຫຼັງອອກຈາກສູນມາແລ້ວ ກໍກັບຄືນໄປເຄື່ອນໄຫວເສບຄືເກົ່າ, ສ່ວນຢາເສບຕິດທີ່ຊື້ມາເສບນັ້ນ ແມ່ນຊື້ມາຈາກ ທ້າວ ໂບ້ ຈໍານວນຫຼາຍຄັ້ງ. ໃນວັນທີ 12 ມັງກອນ 2021, ຜູ້ກ່ຽວໄດ້ຂີ່ລົດຈັກໄປຊື້ຢາບ້ານໍາ ທ້າວ ໂບ້ ອີກຈໍານວນ 2 ເມັດ ເມືື່ອໄດ້ຢາບ້າ ແລ້ວກໍຈະຂີ່ລົດ ຈັກກັບໄປເຮືອນ ເພື່ອນໍາຢາບ້າຈໍານວນດັ່ງກ່າວໄປເສບແຕ່ໃນລະຫວ່າງທາງກໍຖືກເຈົ້າໜ້າທີ່ຈັບຕົວກ່ອນ ພ້ອມຢາບ້າ 2 ເມັດ ໄປດໍາເນີນຄະດີ.