ເມືອງວຽງໄຊ ແຂວງຫົວພັນ ໄດ້ຈັດກອງປະຊຸມຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ 2021-2023 ໃນວັນທີ 11 ມັງກອນ 2022, ເຂົ້າຮ່ວມມີ ທ່ານ ຄຳ ໂຮມມີໄຊ ເຈົ້າເມືອງວຽງໄຊ ແລະ ພັອ ເພັດສອນ ອິນສຸພັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ, ມີບັນດາການນຳເມືອງ, ຫົວໜ້າຄະນະປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປກສ ກຸ່ມບ້ານ ແລະ ອົງການປົກຄອງບ້ານ ເຂົ້າຮ່ວມ.

ພັທ ທອນມີ ແກ້ວຈິນດາ ຫົວໜ້າກອງບັນຊາການ ປກສ ເມືອງວຽງໄຊ ໄດ້ຜ່ານມະຕິກອງປະຊຸມສະໄໝສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ 9 ເລກທີ 4/ສພຊ, ລົງວັນທີ 10 ສິງຫາ 2021 ວ່າດ້ວຍ ການຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ 2021-2023, ຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 19/ນຍ, ລົງວັນທີ 4 ຕຸລາ 2021 ກ່ຽວກັບ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ, ຂໍ້ຕົກລົງຂອງເຈົ້າເມືອງ ວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳລວມ ແລະ ກອງເລຂາຊ່ວຍວຽກກ່ຽວກັບ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ການແກ້ໄຂບັນຫາຢາເສບຕິດ ໂດຍໄດ້ເອົາໃຈໃສ່ 6 ໜ້າວຽກສຳຄັນ ທີ່ຈະໄດ້ສຸມໃສ່ຈັດຕັ້ງປະຕິບັດ.

ໃນກອງປະຊຸມ, ທ່ານ ຄຳ ໂຮມມີໄຊ ໄດ້ເນັ້ນໃຫ້ຄະນະພັກ-ຄະນະນຳແຕ່ລະຂັ້ນ ຖືເອົາວຽກງານແກ້ໄຂບັນຫາຢາເສບຕິດ ເປັນວຽກງານທີ່ສຳຄັນ ແລະ ຮີບດ່ວນ, ບັນດາສະຫາຍຄະນະຮັບຜິດຊອບທີ່ໄດ້ຮັບແຕ່ງຕັ້ງ, ຈົ່ງພ້ອມກັນສຸມສະຕິປັນຍາເຂົ້າໃນການຈັດຕັ້ງປະຕິບັດວຽກງານຂອງຕົນໃຫ້ມີຄວາມ ຮັບຜິດຊອບສູງ, ຮັກສາຈັນຍາບັນ-ຈັນຍາທຳວຽກງານວິຊາສະເພາະຂອງຕົນ ແລະ ພ້ອມກັນປະຕິບັດໜ້າທີ່ວຽກງານໃຫ້ສຳເລັດຕາມການມອບໝາຍ.