ໃນວັນທີ 13 ມັງກອນ 2022, ກອງບັນຊາການ ປກສ ເມືອງນາຊາຍທອງ ນໍາກໍາລັງວິຊາສະເພາະລົງກວດກາແກ້ໄຂບັນດາຮ້ານກິນດື່ມ ທີ່ມີສາວບໍລິການຈໍານວນ 8 ຮ້ານ ທີ່ດໍາເນີນບໍລິການກິນດື່ມ ໂດຍບໍ່ຖືກຕ້ອງຕາມກົດໝາຍ. ໃນນັ້ນ, ພົບສາວບໍລິການ 28 ຄົນ ແລະ ຜູ້ປະກອບການອີກ 6 ຄົນ.

ຕໍ່ກັບເຫດການດັ່ງກ່າວນີ້, ຜ່ານການລົງກວດກາ ແລະ ຕິດຕາມ ພົບວ່າມີ 8 ຮ້ານ ທີ່ດໍາເນີນບໍລິການ ບັນເທີງ-ກິນດື່ມແບບບໍ່ຖືກຕ້ອງ ຕາມລະບຽບກົດໝາຍ, ເຊິ່ງມີຜູ້ປະກອບການ 6 ຄົນ ແລະ ສາວບໍລິການອີກ 28 ຄົນ ຈຶ່ງໄດ້ນໍາຕົວໄປສຶກສາອົບຮົມແນະນໍາຜູ້ປະກອບ ການໃຫ້ດໍາເນີນທຸລະກິດຢ່າງຖືກຕ້ອງ ແລະ ປະຕິບັດຕາມແຈ້ງການຢ່າງເຂັ້ມງວດ. ສ່ວນບັນດາສາວບໍລິການກໍໄດ້ແນະນໍາໃຫ້ກັບຄືນຖິ່ນ ຖານບ້ານເກີດ ເພື່ອຊອກຫາປະກອບອາຊີບທີ່ມັນຖືກຕ້ອງ.