ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງສາລະວັນ ໄດ້ຈັດພິທີທຳລາຍອາວຸດລ່າເນື້ອ ປະເພດປືນແກັບ, ຈັກສະຕິນ, ໝໍ້ຊ໋ອດປາ ຂຶ້ນໃນວັນທີ 7 ມັງກອນ ຢູ່ບ້ານພ້າວ, ເມືອງ ແລະ ແຂວງສາລະວັນ, ເຂົ້າຮ່ວມໂດຍ ພັທ ບຸນຊຸ່ມ ສຸດທິຈັກ ຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ,  ພັທ ວຽງສະຫັວນ ສີຫາຈັກ ຮອງກອງບັນຊາການ ປກສ ແຂວງ, ມີບັນດາຄະນະກອງບັນຊາການ ປກສ ແຂວງ, ປກສ ເມືອງ, ປກສ ບໍລິການປະຊາຊົນ ກຸ່ມ 3, ນາຍບ້ານ ແລະ  ບັນດາຫ້ອງອ້ອມຂ້າງ ເຂົ້າຮ່ວມ. 

ພັທ ສີທົງ ຈັນທິລາດ ຮອງຫ້ອງຄຸມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໃຫ້ຮູ້ວ່າ:

ການຈັດພິທີທຳລາຍອຸປະກອນລ່າເນື້ອ ປະເພດປືນແກັບ, ໝໍ້ຊ໋ອດປາ, ຈັກສະຕິນ ທີ່ປະຊາຊົນມີການຜ່າຜືນ ໄດ້ລັກລອບນຳໃຊ້ເຄື່ອງ ແລະ ອຸປະກອນດັ່ງກ່າວໃນຄັ້ງນີ້ ປະກອບມີອາວຸດລ່າເນື້ອ 2.247 ກະບອກ, ໝໍ້ຊ໋ອດປາ 41 ໜ່ວຍ, ຈັກສະຕິນ 14 ເຄື່ອງ.

ພັທ ສີທົງ ຈັນທິລາດ ໃຫ້ຮູ້ຕື່ມອີກວ່າ: ຕໍ່ກັບຜູ້ທີ່ຄຸ້ມຄອງເຄື່ອງຈຳນວນດັ່ງກ່າວ, ເຈົ້າໜ້າທີ່ໄດ້ສຶກສາອົບຮົມ ແລະ ເຮັດບົດບັນທຶກກ່າວເຕືອນ ເພື່ອບໍ່ໃຫ້ໄປພົວພັນຄຸ້ມຄອງ ແລະ ນຳໃຊ້ເຄື່ອງດັ່ງກ່າວອີກ, ຖ້າຫາກເຈົ້າໜ້າທີ່ພົບເຫັນ ວ່າມີການປະດິດຄິດແຕ່ງ ແລະ ຄຸ້ມຄອງນໍາໃຊ້ ຈະໄດ້ປະຕິບັດຕາມລະບຽບກົດໝາຍວາງອອກ ຢ່າງເຂັ້ມງວດ.