ໃນໂອກາດດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ແຂວງອຸດົມໄຊ ຊຸດທີ II ໃນລະຫວ່າງວັນທີ 11-13 ມັງກອນ 2022, ເປັນປະທານໂດຍ ທ່ານ ຄຳດີ ວົງລ້ອມ ປະທານສະພາປະຊາຊົນ ແຂວງອຸດົມໄຊ, ມີອົງການປົກຄອງແຂວງ, ສສຊ ແລະ ສສຂ ພ້ອມດ້ວຍແຂກເຊີນ ເຂົ້າຮ່ວມ.

ພັອ ສີວອນ ໄຊຍະວົງ ຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ຂຶ້ນຜ່ານຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຢູ່ພາຍໃນແຂວງ ໂດຍມີໂຄງປະກອບລວມ 10 ໝວດ ແລະ 36 ມາດຕາ, ເຫດຜົນ ແລະ ຄວາມຈຳເປັນໃນການສ້າງກອງທຶນ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ, ການຈັດຕັ້ງຜັນຂະຫຍາຍກົດໝາຍ ວ່າດ້ວຍ ຢາເສບຕິດ ໃນໝວດທີ VIII ວ່າດ້ວຍ ກອງທຶນສະກັດກັ້ນ ແລະ ຕ້ານຢາເສບຕິດ, ດຳລັດເລກທີ 207/ລບ, ລົງວັນທີ 5 ສິງຫາ 2014 ວ່າດ້ວຍ ກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ, ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ, ຄວາມຈຳເປັນຕ້ອງໃຊ້ງົບປະມານ ໃຫ້ສາມາດເຄື່ອນໄຫວມີປະສິດທິພາບ ແລະ ປະສິດທິຜົນ ພ້ອມກັບການປະເຊີນໜ້າກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ.

ຂໍ້ຕົກລົງສ້າງກອງທຶນ ຈະເປັນການປຸກລະດົມທຶນຮອນຈາກບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງສາກົນຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອມາຮັບໃຊ້ໃຫ້ແກ່ວຽກງານຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຢູ່ແຂວງອຸດົມໄຊ, ທັງເປັນການແບ່ງເບົາຈາກການນຳໃຊ້ງົບປະມານຂອງລັດຖະບານ ພາຍຫຼັງຮັບຮອງແລ້ວ ຈະເປັນບ່ອນອີງທີ່ສໍາຄັນໃນການຈັດຕັ້ງປະຕິບັດ.