ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຂອງລັດຖະບານ ທັງນີ້ກໍເພື່ອແນ່ໃສ່ເຮັດໃຫ້ບັນຫາຢາເສບຕິດພາຍໃນປະເທດ ໃຫ້ຫຼຸດໜ້ອຍ ຖອຍລົງ, ເພື່ອຕອບສະໜອງກັບວຽກງານດັ່ງກ່າວໂດຍແຕ່ລະກະຊວງ, ແຂວງ ເມືອງຕະຫຼອດຮອດກຸ່ມ, ບ້ານ ກໍໄດ້ນໍາເອົາຈິດໃຈ ເນື້ອໃນດັ່ງກ່າວໄປ ເຜີຍແຜ່ໃຫ້ພໍ່-ແມ່ປະຊາຊົນ ບັນດາເຜົ່າໃຫ້ຮັບຮູ້, ເຂົ້າໃຈຢ່າງເປັນເປັນຂະບວນການຟົດຟຶື້ນ. ໃນນີ້, ແຂວງບໍລິຄໍາໄຊ ກໍເປັນອີກແຂວງໜຶ່ງທີ່ໄດ້ສຸມ ໃສ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວຢ່າງຕັ້ງໜ້າ ໄດ້ມີການເຜີຍແຜ່ບັນດາເອກກະພາບນັບແຕ່ສໍານັກງານ-ອົງການ ຕ່າງໆລົງຮອດທ້ອງຖິ່ນ.

ຄຽງຄູ່ກັບການເຜີຍວຽກເອກະສານດັ່ງກ່າວ ຜ່ານມາເຈົ້າໜ້າທີ່ ກໍຍັງສະກັດກັ້ນ ແລະ ຕ້ານຢາເສບຕິດ ໂດຍສາມາດຈັບຜູ້ຄ້າຂາຍລາຍໃຫຍ່ພ້ອມຂອງ ກາງຈໍານວນຫຼາຍ; ນອກນັ້ນ, ກໍຍັງໄດ້ລົງທໍາລາຍສວນຝິ່ນ ແລະ ສວນຄັນຊາທີ່ເປັນໜໍ່ແໜງຂອງຢາເສບຕິດໄດ້ຈໍານວນຫຼາຍເຮັກຕາ; ທັງນີ້ ກໍເປັນ ການຕອບສະໜອງນະໂຍບາຍຂອງພັກ-ລັດຖະບານຢ່າງວ່ອງໄວ.

ບ້ານທົ່ງນ້ອຍ ເມືອງປາກຊັນ ແຂວງບໍລິຄໍາໄຊ ກໍໄດ້ສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຕາມທີ່ລັດຖະບານ ວາງອອກນັບແຕ່ນີ້ຮອດປີ 2023, ເຊິ່ງການຈັດຕັ້ງປະຕິບັດໄດ້ດໍາເນີນມາແຕ່ວັນທີ 15 ທັນວາ 2021, ເຊິ່ງມີພາກສ່ວນກ່ຽວຂ້ອງຕະຫຼອດຮອດພໍ່ -ແມ່ປະຊາຊົນ ພ້ອມດ້ວຍເປົ້າໝາຍຢາເສບຕິດ ກໍໄດ້ເຂົ້າຮ່ວມຢ່າງເປັນຂະບວນການ.

ໃນພິທີ, ໄດ້ຜ່ານຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີນໍາພາຊີ້ນໍາຂອງຄະນະພັກແຕ່ລະຂັ້ນ ແລະ ແກ້ໄຂຢາເສບຕິດ ແລະ ເອກະສານຕ່າງໆທີ່ກ່ຽວຂ້ອງ, ການຈັດຕັ້ງປະຕິບັດໂຄງການດັ່ງກ່າວຢູ່ບ້ານທົ່ງນ້ອຍ ມີກໍາລັງ ປກສ ເມືອງ ແລະ ປກສ ກຸ່ມ ໄດ້ເຄື່ອນໄຫວຈັດຕັ້ງ ປະຕິບັດຢ່າງຕັ້ງໜ້າ, ເຊິ່ງໄດ້ແບ່ງອອກ ເປັນ 4 ຈຸ ຄື: ສືບສວນ-ສອບສວນເອົາປະຫວັດ, ເຂົ້່າຮ່າງສະຖິຕິເກັບກໍາຂໍ້ມູນ, ພິມລາຍນິ້ວມື ແລະ ຖ່າຍຮູບ, ສຶກສາອົບຮົມ ແລະ ຂຽນໃບປະຕິຍານ.

ອີງຕາມບົດສະຫຼຸບຂອງຄະນະຮັບຜິດຊອບໂຄງການຂອງ ປກສ ເມືອງປາກຊັນ ໃຫ້ຮູ້ວ່າ: ບ້ານທົ່ງນ້ອຍ ເມືອງປາກຊັນ ມີຈໍານວນ 230 ຫຼັງຄາເຮືອນ, ມີ 293 ຄອບຄົວ, ມີຈໍານວນພົນ 1.214 ຄົນ ຍິງ 593 ຄົນ, ມີ 1 ຊົນເຜົ່າ ມີ 1 ສາສະໜາ, ມີລູກຫຼານພໍ່-ແມ່ປະຊາຊົນພາຍໃນບ້ານຫຼົງຜິດເຄື່ອນ ໄຫວພົວພັນກັບຢາເສບຕິດ ຈໍານວນ 67 ຄົນ ຍິງ 1 ຄົນ.

ຜ່ານການຈັດຕັ້ງປະຕິບັດເປົ້າໝາຍທີ່ພົວພັນກັບຢາເສບຕິດພາຍໃນບ້ານ ມີຈໍານວນ 67 ຄົນ ຍິງ 1 ຄົນ, ເປົ້າໝາຍມີໃນບັນຊີ 64 ຄົນ ເປົ້າໝາຍ ຖືກຊັດທອດ 3 ຄົນ, ເປົ້າໝາຍພົວພັນຢາເສບຕິດ 16 ຄົນ. ເປົ້າໝາຍທີ່ເຂົ້າໂຄງການ 47 ຄົນ ຍິງ 1 ຄົນ, ໄດ້ ແບ່ງເປົ້າໝາຍພົວພັນ-ຄ້າຂາຍ 12 ຄົນ, ເປົ້າໝາຍເສບ 35 ຄົນ ຍິງ 1 ຄົນ. ເປົ້າໝາຍເສບຢາ ເສບຕິດບໍ່ຈິງໃຈລາຍງານ ໂດຍກວດການໍ້າປັດ ສະວະພົບ 6 ຄົນ, ເປົ້າໝາຍບໍ່ຈິງໃຈລາຍ ງານຕົນ ແຕ່ຂໍປະຕິຍານຕົນຍອມຮັບການປ່ຽນແປງ ແລະ ຜູ້ປົກຄອງຂໍຮັບປະກັນ ເພື່ອສຶກສາອົບຮົມຄຸ້ມຄອງຢູ່ນໍາຄອບຄົວ 46 ຄົນ, ເປົ້າໝາຍເສບ ໜັກ ອາລະວາດຄອບຄົວຜູ້ປົກຄອງບໍ່ສາມາດສຶກສາອົບຮົມໄດ້ ແລະ ປະກອບເອກະສານຝາກດັດສ້າງ 1 ຄົນ, ເປົ້າໝາຍບໍ່ເຂົ້າຮ່ວມໂຄງການ ມີ 20 ຄົນ.

ຢ່າງໃດກໍຕາມ, ເຖິງພາກສ່ວນກ່ຽວຂ້ອງໄດ້ສຸມໃສ່ຈັດຕັ້ງປະຕິບັດເຮັດໃຫ້ວຽກງານໄດ້ດີພໍສົມຄວນ, ແຕ່ກໍປາສະຈາກບໍ່ໄດ້ຜ່ານການຈັດຕັ້ງປະຕິບັດ ຍັງພົບບາງບັນຫາທີ່ຍັງຄົງຄ້າງ ໂດຍສະເພາະພໍ່-ແມ່ປະຊາຊົນພາຍໃນບ້ານຈໍານວນໜຶ່ງບໍ່ທັນເຂົ້າໃຈ, ບໍ່ຍົກສູງສະຕິຊາດ, ຂາດຄວາມຮັບຜິດຊອບຕໍ່ ພັນທະຂອງພົນລະເມືອງລາວ ໂດຍສະເພາະບໍ່ເຂົ້າຮ່ວມກອງປະຊຸມບໍ່ສາມາດເຂົ້າໃຈແຈ້ງເຖິງເນື້ອໃນຈິດໃຈຂອງໂຄງການ, ບັນດາເປົ້າໝາຍທີ່ພົວພັນ ກັບຢາເສບຕິດມີຄວາມຢ້ານກົວບໍ່ເຂົ້າຮ່ວມໂຄງການ ແລະ ບາງຄົນ ເຈົ້າ ໜ້າທີ່ນໍາພາຕົວຢູ່ເຮືອນຈຶ່ງມາຮ່ວມໂຄງການ, ຄຽງຄູ່ກັນນີ້ບາງເປົ້າໝາຍຍັງ ມີການປົກປິດການກະທຳຜິດຂອງຜູ້ອື່ນທີ່ມີການເຄື່ອນໄຫວຄ້າ ຂາຍຢາເສບຕິດພາຍໃນບ້ານ.

ນອກນີ້, ພະນັກງານຈໍານວນໜຶ່ງຂາດປະສົບການໃນການກະກຽມ ແລະ ແບບແຜນວິທີເຮັດວຽກບາງຄັ້ງບໍ່ທັນກັບສະພາບຕົວຈິງ, ການປະສານສົມ ທົບລະຫວ່າງວິຊາສະເພາະກັບອໍານາດການປົກຄອງຍັງບໍ່ທັນລະອຽດຍັງມີບາງອັນຂາດຕົກບົກຜ່ອງ, ຜູ້ປົກຄອງ, ເປົ້າໝາຍຕະຫຼອດຮອດພໍ່-ແມ່ປະ ຊາຊົນຈໍານວນໜຶ່ງບໍ່ເຂົ້າໃຈແຈ້ງຕໍ່ເນື້ອໃຈຈິດໃຈ ແລະ ລະດັບຄາດໝາຍຂອງໂຄງການ.