ໃນປີ 2021, ທົ່ວປະເທດ ມີອຸບັດຕິເຫດເກີດຂຶ້ນທັງໝົດ 5.576 ຄັ້ງ, ພາຫະນະເປ່ເພ 9.910 ຄັນ, ຄົນໄດ້ຮັບບາດເຈັບ 8.388 ຄົນ ແລະ ເສຍຊີ ວິດທັງໝົດ 831 ຄົນ; ຈາກອຸບັດຕິເຫດທີ່ເກີດຂຶ້ນນັ້ນ ເຈົ້າໜ້າທີ່ບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ບໍ່ສາມາດແກ້ໄຂໄດ້ ແລ້ວຮ້ອງຂໍຄວາມ ເປັນທໍາມາຫາກົມຕໍາຫຼວດຈະລາຈອນ ມີທັງໝົດ 10 ເລື່ອງ.

ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕໍາຫຼວດຈະລາຈອນກ່າວ ວ່າ: ໃນປີ 2021 ຜ່ານມາ, ອຸບັດຕິເຫດທີ່ເກີດຂຶ້ນຍັງມີບາງຄະດີທີ່ເຈົ້າໜ້າທີ່ຂັ້ນແຂວງ, ນະຄອນຫຼວງວຽງຈັນ ບໍ່ສາມາດແກ້ໄຂໄດ້ຢ່າງເດັດຂາດ ເຮັດໃຫ້ມີຄູ່ຄວາມຈໍານວນໜຶ່ງບໍ່ພໍໃຈໃນການຕັດສິນຂອງເຈົ້າໜ້າທີ່ ແລ້ວສົ່ງຄໍາຮ້ອງຂໍ ຄວາມເປັນທໍາເຂົ້າມາຫາກົມຕໍາຫຼວດຈະລາຈອນ ເພື່ອຫາວິທີທາງແກ້ໄຂ ແລະ ໃຫ້ຄວາມເປັນທໍາກັບທັງສອງຝ່າຍລວມທັງໝົດ 10 ເລື່ອງ ສາມາດ ແກ້ໄຂໄດ້ 7 ເລື່ອງ; ປັດຈຸບັນ, ພະແນກສືບສວນ-ສອບສວນຄະດີອຸບັດຕິເຫດ ກົມຕໍາຫຼວດຈະລາຈອນ ຍັງສືບຕໍ່ແກ້ໄຂ 3 ເລື່ອງ ສະແດງອອກຄື:

ຄະດີອຸບັດຕິເຫດລົດຍົນຕໍາລົດຈັກເກີດ ຂຶ້ນໃນເວລາ 15:45 ໂມງ ຂອງວັນທີ 14 ມັງກອນ 2017 ຢູ່ເຂດບ້ານໜອງດ້ວງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ; ອຸບັດຕິເຫດລົດເມຕຳຄົນຍ່າງແລ້ວຕໍາເຂົ້າເຮືອນທີ່ເກີດຂຶ້ນໃນ ຄັ້ງວັນທີ 10 ກໍລະກົດ 2017 ຢູ່ ເຂດບ້ານວຽງສະຫວ່າງ ເມືອງວຽງພູຄາ ແຂວງຫຼວງນໍ້າທາ; ອຸບັດຕິເຫດລົດຍົນ ໜາຍເລກ ທະບຽນ ຣຣ 6688 ຕໍາກັບລົດ 6 ລໍ້ ບໍ່ມີໝາຍເລກທະບຽນ ເກີດຂຶ້ນໃນເວລາ 19:45 ໂມງ ນາທີ ວັນທີ 14 ສິງຫາ 2020 ຢູ່ເຂດຕໍ່ ໜ້າຕຶກພາຍນອກໂຮງໝໍ 107; ຄະດີອຸບັດຕິເຫດລົດກະບະຕຳຄົນນັ່ງຢູ່ໃນຮ້ານ, ທີ່ເກີດຂຶ້ນ ໃນວັນທີ 13 ກຸມພາ 2021 ຢູ່ບ້ານດອນແດງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ; ອຸບັດຕິເຫດລົດກະບະໝາຍ ເລກທະບຽນ 0051 ຕໍາກັບລົດ ຈິບ ໝາຍເລກທະບຽນ ລວ 1888 ເກີດຂຶ້ນໃນວັນທີ 12 ກຸມພາ 2021 ຢູ່ເຂດບ້ານໂພນສະຫວັນ ເມືອງແປກ ແຂວງຊຽງຂວາງ; ຄະດີອຸບັດຕິເຫດ ລົດຍົນຕໍາລົດຈັກເກີດຂຶ້ນໃນຄັ້ງວັນທີ 16 ພຶດສະພາ 2020 ເຂດບ້ານພູຄຳ ເມືອງກາສີ ແຂວງວຽງຈັນ; ອຸບັດຕິເຫດລົດຍົນຕຳລົດ ຍົນຕໍາລົດຍົນ ເກີດຂຶ້ນໃນຄັ້ງວັນທີ 10 ເມສາ 2021 ຢູ່ເຂດຂົວນໍ້າ ປາກກະດິງ ເມືອງປາກກະດິງ ແຂວງບໍລິຄຳໄຊ; ອຸບັດຕິເຫດລົດຍົນຕຳສັດລ້ຽງເກີດຂຶ້ນໃນ ຄັ້ງວັນທີ 14 ກຸມພາ 2021 ຢູ່ເສັ້ນທາງດ່ວນນະຄອນ ຫຼວງວຽງຈັນ-ວັງວຽງ.

ສໍາລັບຄະດີອຸບັດຕິເຫດທີ່ພະແນກສືບສວນ-ສອບສວນ ຄະດີອຸບັດຕິເຫດ ກົມຕໍາຫຼວດຈະລາຈອນ ຍັງສືບຕໍ່ແກ້ໄຂຈໍານວນ 3 ເລື່ອງປະກອບມີ: ຄະດີທີ 1. ອຸບັດຕິເຫດລົດຈີບໝາຍເລກທະ ບຽນ ກກ 2569 ກໍາແພງນະຄອນ (ປ້າຍທຸລະກິດ 1%) ເສຍຫຼັກປີ້ນເອງ, ເຫດເກີດໃນວັນທີ 16 ກຸມພາ 2020, ເຂດບ້ານໃຫຍ່ໝື່ນຫົວເມືອງ ເມືອງສາມັກຄີໄຊ ແຂວງອັດຕະປື.
ຄະດີທີ 2. ອຸບັດຕິເຫດລົດຍົນຕໍາລົດຈັກ ແລ້ວຫຼົບໜີທີ່ເກີດ ຂຶ້ນໃນວັນທີ 7 ກໍລະກົດ 2017 ເຂດສີ່ແຍກໄຟອໍານາດ ບ້ານໜອງໜ່ຽງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.
ຄະດີທີ 3. ອຸບັດຕິເຫດລົດຈັກຕຳລົດໄຖ, ທີ່ເກີດເຫດໃນເວລາ 18:00 ໂມງ ຂອງວັນທີ 2 ທັນວາ 2020 ຢູ່ເຂດບ້ານດົງບັງ ເມືອງຄຳເກີດ, ແຂວງບໍລິຄຳໄຊ.